spot_img
Homeຂ່າວຕ່າງປະເທດບໍ່​ຖ່ານ​ຫີນ​ລະ​ເບີດ​ຢູ່​ອູ​ແກ​ຣນ ກຳ​ມະ​ກອນເສຍ​ຊີ​ວິດ 33 ຄົນ!

ບໍ່​ຖ່ານ​ຫີນ​ລະ​ເບີດ​ຢູ່​ອູ​ແກ​ຣນ ກຳ​ມະ​ກອນເສຍ​ຊີ​ວິດ 33 ຄົນ!

Published on

NjpUs24nCQKx5e1DIKP5qh0MFjPbW9wD3kSAtbdV5ou

ເກີດ​ເຫດ​ແກ໊ສ​ລ​ະ​ເບີດ​ຢູ່​ບໍ່​ຖ່ານ​ຫີນ ​ແຂວງ​ໂດ​ເນດ ປະ​ເທດ​ອູ​ແກ​ຣນ ມີ​ຜູ​້​ເສຍ​ຊີ​ວິດ 33 ຄົນ

ສຳ​ນັກ​ຂ່າວ​ຕ່າ​ງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 5 ມີ​ນາ​ນີ້​ວ່າ ເກີດ​ເຫດ​ແກ໊ສ​ລະ​ເບີດ​ໃນ​ບໍ່​ຖ່ານ​ຫີນ ຊາ​ຊີ​ຢັດ​ໂກ ແຂວງໂດ​ເນດ ພາກ​ຕາ​ເວັນ​ອອກ​ຂອງປະ​ເທດ​ອູ​ແກ​ຣນ ໃນ​ຕອນ​ເຊົ້າ​ຂອງ​ມື້​ວັນ​ພຸດ​ທີ 4 ມີ​ນາ​ຜ່ານ​ມາ​ນີ້ ໂດຍ​ລ່າ​ສຸດມີ​ຜູ້​ເສຍ​ຊີ​ວິດ​ 33 ຄົນ ໂດຍ​ສື່​ທ້ອງ​ຖິ່ນ​ລາຍ​ງານ​ວ່າ ເຫດ​ການ​ດັ່ງ​ກ່າວ​ແມ່ນ​ຍ້ອນ​ອາຍ​ແກ໊ສ​ມີ​ເທນ​ເກີດ​ການ​ລະ​ເບີດ​ຂຶ້ນ.

ທັງ​ນີ້ ບໍ່​ຖ່ານ​ຫີນ​ຊາ​ຊີ​ຢັດ​ໂກ ເຄີຍ​ເກີດ​ການ​ລະ​ເບີດ​ມາ​ແລ້ວ​ສອງ​ຄັ້ງ, ຄັ້ງ​ທີ​ໜຶ່ງໃນ​ປີ 1999 ມີ​ຜູ້​ເສຍ​ຊີ​ວິດ 240 ຄົນ ແລະ ຄັ້ງ​ທີ​ສອງໃນ​ປີ 2007 ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 101 ຄົນ.

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...