spot_img
Homeຂ່າວຕ່າງປະເທດສະ​ຫະ​ລັດ​ເປີດ​ເຜີຍ ປະ​ຕິ​ບັດ​ການ​ໂຈມ​ຕີ​ທາງ​ອາ​ກາດ ຂ້າ IS ໄປ​ແລ້ວ 8,500 ກ່​ວາ​ຄົນ!

ສະ​ຫະ​ລັດ​ເປີດ​ເຜີຍ ປະ​ຕິ​ບັດ​ການ​ໂຈມ​ຕີ​ທາງ​ອາ​ກາດ ຂ້າ IS ໄປ​ແລ້ວ 8,500 ກ່​ວາ​ຄົນ!

Published on

558000002657001

ພັນ​ທະ​ມິດ​ທາງ​ທະ​ຫານ​ໃນ​ອີ​ຣັກ ນຳ​ໂດຍ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ສາ​ມາດ​ສ​ັງ​ຫານ​ນັກ​ຮົບ​ IS ໄດ້​ຫລາຍ​ກ່​ວາ 8,500 ຄົນ ຕັ້ງ​ແຕ່​ເດືອນ​ສິງ​ຫາ​ປີ​ກາຍ​ເປັນ​ຕົ້ນ​ມາ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 4 ມີ​ນາ​ນີ້​ວ່າ ທ່ານ ພົນ​ເອກ ລອຍ ອໍ​ສະ​ຕິນ ຫົວ​ໜ້າ​ກອງ​ບັນ​ຊາ​ການ​ກາງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ເຊິ່ງ​ຄວບ​ຄຸມ​ປະ​ຕິ​ບັດ​ການ​ໂຈມ​ຕີ​ກຸ່ມ IS ໄດ້​ອອກ​ມາ​ລະ​ບຸ​ວ່າ ກຸ່ມ​ລັດ​ອິດ​ສະ​ລາມ​ເຊິ່ງ​ຄວບ​ຄຸມ​ພື້ນ​ທີ່​ສຳ​ຄັນ​ທາງ​ພາກ​ເໜືອ ແລະ ພາກ​ຕາ​ເວັນ​ຕົກ​ຂອງ​ອີ​ຣັກ ມາ​ຕັ້ງ​ແຕ່​ລະ​ດູ​ຮ້ອນ​ປີ​ກາຍ​ນີ້ ບໍ່​ມີ​ຄວາມ​ອາດ​ສາ​ມາດ​ທີ່​ຈະ​ບຸກ​ໂຈມ​ຕີ ແລະ ຍຶດ​ຄອງ​ດິນ​ແດນ​ໃໝ່ໆ​ອີກ​ຕໍ່​ໄປ ໂດຍ​ພວກ​ເຂົາ​ໄດ້​ຖືກກອງ​ກຳ​ລັງ​ພັນ​ທະ​ມິດ ນຳ​ໂດຍ​ສະ​ຫະ​ລັດ​ອ​າ​ເມ​ຣິ​ກາ ບຸກ​ໂຈມ​ຕີ​ທາງ​ອາ​ກາດຢ່າງ​ໜັກ ນັບ​ຕັ້ງ​ແຕ່​ເດືອນ​ສິງ​ຫາ​ປີ​ຜ່ານ​ມາ ເຮັດ​ໃຫ້​ມີ​ພວກ​ນັກ​ຮົບ IS ຖືກ​ສັງ​ຫານ​ໄປ​ແລ້ວຢ່າງ​ໜ້ອຍ 8,500 ຄົນ, ຍານ​ພາ​ຫະ​ນະ, ລົດ​ຕັງ ແລະ​ ອາ​ວຸດ​ໜັກ​ຖືກ​ເສຍ​ຫາຍ​ຫລາຍ​ຮ້ອຍ, ນອກ​ຈາກ​ນີ້ ຍັງ​ໄດ້​ໂຈມ​ຕີ​ໂຮງ​ກັ່ນ​ນ້ຳ​ມັນ ທີ່​ກຸ່ມ IS ຍຶດ​ຄອງ​ໃນ​ຊີ​ເຣຍ ເພື່ອ​ທຳ​ລາຍ​ແຫລ່ງ​ລາຍ​ຮັບ ຈາກ​ການ​ຄ້າ​ນ້ຳ​ມັນ​ເຖື່ອນ​ຂອງ​ກຸ່ມ IS ອີກ​ດ້ວຍ.

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...