spot_img
Homeຄວາມງາມສາວລຸດນ້ຳໜັກຈົນຕ້ອງຫາມສົ່ງໂຮງໝໍ

ສາວລຸດນ້ຳໜັກຈົນຕ້ອງຫາມສົ່ງໂຮງໝໍ

Published on

203213

 

ເວັບ​ໄຊຕ່າງ​ປະເທດນຳ​ສະເໜີ​ເລື່ອງ​ລາວ​ອຸ​ທາ​ຫອນຂອງ​ເດັກ​ສາວ​​ອາ​ຍຸ17ປີ​ຄົນ​ໜຶ່ງ​ຊື່ອິນ​ເດຍເອັດ​ມອນ​ຜູ້​ຊຶ່ງລົງ​ທຸ​ນອົດ​ອາຫານ​ຈົນ​ຮ່າງກາຍ​ຈ່ອຍແບບ​ໜ້າ​ຢ້ານ​ແລະ​ເກືອບ​ເອົາ​ຊີວິດ​ບໍ່​ລອດດ້ວຍ​ເຫດຜົນ​ຄື​ນຽນ​ແບບ​ພາບ​ເທິງ​ອິ​ນ​ຕາ​ແກມ​ຂອງ​ເຫລົ່າ​ເຊ​ເລບ​ສາວ​ງາມ​ຫຸ່ນ​ດີ​ທັງ​ຫລາຍຊຶ່ງ​ທັງ​ໝົດ​ນີ້​ມີ​ຕົ້ນ​ຕໍ​ມາ​ຈາກ​ການ​ທີ່​ເວັບ​ໄຊ​ມິລ​ເລີ​ຄົ້ນ​ພົບ​ວ່າ​ມີ​ເດັກ​​ອາ​ຍຸເລກ10ຈຳນວນ​ຫລາຍ​ແອບ​ຕິດ​ຕໍ່​ມາ​ທາງ​ເວັບ​ໄຊແນະ​ນຳ​ວິທີ​ລຸດ​ນ້ຳ​ໜັກອົດ​ເຂົ້າ​ເພື່ອ​ຄວາມ​ຈ່ອຍໂດຍ​ທີ່​ຜູ້​ປົກຄອງ​ບໍ່​ຮັບ​ຮູ້ສ່ວນຕົວ”ອິນ​ເດຍ”ເອງເລີ່ມ​ຫລິ້ນ​ອິ​ນຕາ​ແກມ​ເມື່ອ3ປີ​ກ່ອນຫລັງ​ຈາກ​ນັ້ນ​ກໍ​ໃຊ້​ມັນ​ຫາ​ຮູບ​ຂອງ​ສາວໆ​ຫຸ່ນ​ດີ​ທັງ​ຫລາຍເພື່ອ​ໃຊ້​ເປັນ​ແຮງ​ບັນ​ດານ​ໃຈ​ໃນ​ການ​ລຸດ​ນ້ຳ​ໜັກ”ໃຜໆ​ກໍ​ມີ​ອິ​ນ​ຕາ​ແກມ​ເປັນ​ຂອງ​ຕົວ​ເອງ​ອັບ​ຮູບ​ກັນ​ແລະ​ຂ້ອຍ​ກໍ​ຄິດວ່າ​ທຸກ​ຄົນ​ເບິ່ງ​ຈ່ອຍແລະ​ໜ້າ​ຮັກ​ກວ່າ​” ອິນ​ເດຍ​ກ່າວແລະ​ວ່າ”ເທື່ອໜຶ່ງ​ຂ້ອຍ​ຈື່ໄດ້​ວ່າ​ໃສ່​​ໂສ້ງ​ຂາ​ສັ້ນ​ຍ່າງ​ຫລິ້ນແລ້ວ​ບໍລິເວນ​ຕົ້ນ​ຂາ​ມັນ​ຮຸກຖູ​ກັນຂ້ອຍ​ບໍ່​ມັກ​ຫລາຍພວກ​ຜູ້​ຊາຍ​ມັກ​ກວນ​ວ່າ​ຂາ​ຂອງ​ຂ້ອຍ​ທັງ​ສັ້ນ​ແລະ​ຕຸ້ຍຂ້ອຍ​ເລີຍ​ບໍ່​ໂພດ​ຮູບ​ຂອງ​ຕົວ​ເອງ​ລົງ​ອິນ​ເຕີ​ເນັດ​ເລີຍເກັບ​ໄວ້​ເບິ່ງ​ເອງ​ຢ່າງ​ດຽວ​ພໍເພາະ​ອັບ​ອາຍ​ຮູບ​ຮ່າງ​ຂອງ​ຕົວ​ເອງ​ຫລາຍ”

ເມື່ອ​ໄດ້​ແຮງ​ບັນ​ດານ​ໃຈ​ມາ​ແລ້ວອິນ​ເດຍ​ກໍ​ເລີ່ມ​ຕົ້ນ​ປະຕິບັດການ​ໄດ​ເອັດ​ແບບ​ຫັກ​ໂຫມທັນ​ທີເລີ່ມ​ຕັ້ງ​ແຕ່​ໄປ ອອກ​ກຳ​ລັງ​ກາຍ​​ແລະ​ລອຍນ້ຳ​ມື້​ລະ​ກວ່າ3ຊົ່ວ​ໂມງຈົນກະທັ້ງ​ເວລາ​ຜ່ານ​ໄປ​ປະ​ມານ6ເດືອນໃນ​ທີ່ສຸດ​ນ້ຳ​ໜັກ​ຂອງ​ນາງ​ກໍ​ລຸດ​ຮວບ​ຮາບເຫລືອ​ແຕ່​ກະດູກ​ຈົນ​ໝົດ​ສະຕິ​ໄປ​ໃນ​ມື້​ໜຶ່ງແມ່​ຂອງ​ນາງ​ຈຶ່ງ​ຕ້ອງ​ຮີບ​ນຳ​ສົ່ງ​ໂຮງໝໍ​​ທັນ​ທີ”ອຸດ​ສາຄິດວ່າ​ພໍ​ຖ່າຍຮູບ​ແລ້ວ​ຈະ​ໜ້າ​ຮັກ​ແຕ່​ຂ້ອຍ​ກັບ​ເບິ່ງ​ຄືໂຄງ​ກະດູກຄື​ຄົນ​ໃກ້​ຕາຍ”ອິນ​ເດຍ​ກ່າວອິນ​ເ​ດີຍ​ຕ້ອງປິ່ນປົວ​ຕົວ​ໃນ​ໂຮງໝໍ​ກວ່າ7ເດືອນໂດຍ​ໃນ3ເດືອນທຳອິດນາງ​ຕ້ອງ​ຮັບ​ອາຫານ​ຜ່ານ​ທາງ​ສາຍ​ຢາງຈົນ​ປະຈຸບັນນາງ​ມີ​ສຸຂະພາບ​ທີ່​ແຂງ​ແຮງ​ຂຶ້ນແລະ​ມີ​ນ້ຳ​ໜັກ​ປະ​ມານ47ກິ​ໂລ​ກຣາມຈາກກໍລະນີ​ດັ່ງ​ກ່າວເຮັດໃຫ້ລູ​ຊີ່ລັດ​ເຊນຜູ້​ອຳ​ນວຍ​ການ​ຂອງ​ອົງ​ກອນ​ການ​ກຸ​ສົນ​ຊື່”ຍັງ​ມາຍ”ທີ່​ອຸ​ທິດ​ຕົນ​ເພື່ອ​ສະ​ໜັບສະໜູນ​​ເດັກ​ໃຫ້​ມີ​ສຸຂະພາບ​ຈິດ​ທີ່​ດີອອກ​ອອກສື່ກ່າວວ່າການ​ໃຊ້​ໂຊ​ຊຽນ​​ນັ້ນຜູ້​ໃຊ້​ງານ​ຄວນ​ຈະ​ມີ​ອາ​ຍຸ​ທີ່​ເຖິງ​ເກນ​ເສຍ​ກ່ອນສ່ວນ​ອິນ​ຕາ​ແກມ​ເອງ​ກໍ​ຄວນ​ຈະ​ມີ​ທີມ​ງານ​ມາ​ຄອຍ​ເບິ່ງແຍງ​ເວັບ​ໄຊແລະ​ລົບ​ຮູບ​ທີ່​ບໍ່​ເໝາະ​ສົມ​ອອກ​ໄປ​ດ້ວຍ

203215

203216

203217

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...