Homeຄວາມງາມຄວາມງາມຈາກສ່ວນປະສົມພຽງ2ຢ່າງ

ຄວາມງາມຈາກສ່ວນປະສົມພຽງ2ຢ່າງ

Published on

         1

DIY ເຄື່ອງ​ສຳ​ອາງ​ແລະ​ສະ​ກິນ​ແຄ໌​ເຮັດ​ໃຊ້​ເອງ​ໄດ້ດ້ວຍ​ການ​ຫາ​ສ່ວນ​ປະສົມ​ທີ່​ຫາ​ໄດ້​ຈາກ​ເຮືອນ​ຄົວ​ພຽງ2ຢ່າງແບບ​ນີ້​ປະ​ຫຍັດ​ເງີນ​ໄດ້​
1.ພຽງ​ຈັບ​ເອົາ​ສີ​ທຽນ​ທີ່​ມັກ​ໃຊ້​ຕອນ​ເປັນເດັກນ້ອຍມາ​ປະສົມ​ກັບ​ນ້ຳ​ມັນ​ໝາກພ້າວກໍ​ຈະ​ໄດ້​ລິບ​ກອດ​ສີ​ສວຍງາມໃຊ້​ເອງ

2

  1. ຂອງ​ທີ່​ຫາ​ໄດ້​ຈາກ​ເຮືອນຄົວ​ນຳເອົາອະ​ໂວ​ຄາ​ໂດ(ບົດ)ແລະ​ນ້ຳ​ເຜຶ້ງເມື່ອ​ນຳ​ມາ​ປະສົມ​ກັນ​ແລ້ວ​ກໍ​ຈະ​ໄດ້​ມາກ໌​ທີ່​ໃຫ້​ຄວາມ​ຊຸ່ມ​ຊື້ນ​ແກ່​ເສັ້ນ​ຜົມ​ຢ່າງດີ

3

3.1

3. ໜ້າ​ຮ້ອນ​ແບບ​ນີ້​ຄົງ​ບໍ່​ມີ​ຫຍັງ​ດີ​ເທົ່າ​ກັບການ​ໄດ້​ທາ​ຜິວ​ແທນໆອອກ​ໄປ​ຍ່າງ​ສວຍງາມທ້າ​ແດດ​ແລ້ວ​ ແຕ່​ຖ້າ​ຫາກ​ໃຜ​ບໍ່​ໄດ້​ຜິວ​ແທນ​ຫລື​ຢາກ​ແທນ​ຫລາຍກວ່າ​ນີ້ກໍ​ໃຫ້​ລອງ​ນຳ​ເບ​ບີ້​ອອຍ​ມາ​ປະສົມ​ກັບ​ບອນ​ເຊີ ແລ້ວ​ທາ​ລົງ​ໄປ​ໃຫ້​ທົ່ວ​ຕົວ​

4

4.1

4. ຫາກ​ນຳ​ເບກ​ກິ້ງ​ໂຊ​ດາ1/4ຖ້ວຍມາ​ປະສົມ​ກັບ​ນ້ຳ​ມັນ​ຫອມ​ລະ​ເຫຍ​ກິ່ນ​ທີ່​ມັກ​ຈັກ10-20ຫຍອດກໍ​ຈະ​ໄດ້​ແນວດັບ​ກິ່ນ​ເຕົ່າ​ໃຊ້​ເອງ

5

5. ເພີ່ມ​ຄວາມ​ສົດ​ຊື່ນ​ໃຫ້​ໃບ​ໜ້າ​ກັນ​ດ້ວຍ​ການ​ຈັບ​ໄຂ່​ຂາວ1ໜ່ວຍມາ​ປະສົມ​ກັບ​ໝາກແຕງບົ​ດ1ໜ່ວຍຈາກ​ນັ້ນ​ຈັບ​ມາ​ມາກ​ໜ້າ​ປະ​ໄວ້10-20ນາ​ທີ​ຄ່ອຍ​ລ້າງ

6

  1. ຖ້າ​ຢາກ​ໃຫ້​ຕີນ​ນຸ່ມ​ດ້ວຍ​ການ​ໄປ​ແຊ່​ຕີນ​ໃນ​ຮ້ານ​ເສີມຄວາມ​ງາມກໍ​ຢ່າ​ຟ້າວ​ໃຈ​ຮ້ອນ​ຮີບ​ໄປ​ເສຍ​ເງີນ​​ ເພາະ​ເຈົ້າ​ສາມາດ​ແຊ່​ເອງ​ໄດ້​ທີ່​ເຮືອນດ້ວຍ​ການ​ນຳ​ນ້ຳ​ຢາ​ບ້ວນ​ປາກ1/2ຖ້ວຍ,ນ້ຳ​ສົ້ມ​ສາຍ​ຊູ1/2ຖ້ວຍແລະ​ນ້ຳ​ອຸ່ນ1ຖ້ວຍ​ມາ​ປະສົມ​ກັນຈາກ​ນັ້ນ​ຈຸ່ມ​ຕີນ​ແຊ່​ລົງ​ໄປ​ກໍ​ຈະ​ຊ່ວຍ​ເຮັດໃຫ້​ເຊວ​ຜິວ​ທີ່​ຕາຍ​ແລ້ວ​ທີ່​ຕີນ​ຫລຸດ​ອອກ​ໄປ

7

7.ລ້າງ​ແປງ​ໃຫ້​ສະ​ອາດ​ອ່ຽມ​ອ່ອງ​ບໍ່​ຕ້ອງ​ພຶ່ງ​ນ້ຳ​ຢາ​ລ້າງ​ແປງ​ແພງໆພຽງ​ນຳ​ສະ​ບູ່​ນ້ຳ​ມັນ​ໝາກ​ກອກ​ມາ​ປະສົມ​ກັບ​ນ້ຳ​ມັນ​ໝາກ​ກອກກໍ​ໄດ້​ນ້ຳ​ຢາ​ລ້າງ​ແປງ​ເລີດໆໃຊ້​ແລ້ວ

8

8.1

8. ຜົມ​ມັນ​ເພາະ​ຂີ້ຄ້ານ​ສະ​ຜົມບໍ່​ຕ້ອງ​ກັງ​ວົນ​ໄປເພາະ​ເຈົ້າ​ກໍ​ເຮັດໃຫ້​ຜົມ​ເບິ່ງ​ສະ​ອາດ​ຄື​ຫາກໍ່​ສະ​ໄດ້ດ້ວຍ​ການ​ໃຊ້​ແປ້ງ​ມາ​ປະສົມ​ກັບ​ຜົງ​ໂກ​ໂກ້ພຽງເທົ່ານີ້ກໍ່ສຳເລັດແລ້ວ

9.1

9

9. ສິວ​ຫົວ​ດຳ​ສາມາດ​ກຳຈັດ​ອອກ​ໄດ້​ດ້ວຍ​ການ​ນຳ​ນ້ຳເ​ຜຶ້ງ1ບ່ວງແກງມາ​ປະສົມ​ກັບ​ເບກ​ກິ້ງ​ໂຊ​ດາ2ບ່ວງແກງຈາກ​ນັ້ນ​ມາກ໌ລົງ​ໄປ​ເທິງ​ໃບ​ໜ້າຖິ້ມ​ໄວ້ 10-20 ນາ​ທີ​ຄ່ອຍ​ລ້າງ​ອອກ

10

10.1

10. ນຳ​ນ້ຳ​ສະ​ອາດ​ມາ​ປະສົມ​ກັບ​ນ້ຳ​ມັນ​ໝາກກອກກໍ​ສາມາດ​ນຳ​ມາ​ໃຊ້​ເຮັດ​ຄວາມ​ສະ​ອາດ​ເຄື່ອງ​ສຳ​ອາງ​ຮອບ​ດວງ​ຕາ​ແທນ​ອາຍ​ເມກ​ອັບ​ໄດ້​ດີ​ບໍ່​ພ່າຍແພ້​ກັນ​ເລີຍ​
11

11.1

11.ຢາກ​ໄດ້​ບ​ຣັດສະ​ອອນ​ສີ​ບົວ​? ບໍ່​ຈຳ​ເປັນ​ຕ້ອງ​ໄປ​ຊື້​ໃຫ້​ຫຍຸ້ງຍາກພຽງ​ນຳ​ແປ້ງ​ມາ​ປະສົມ​ກັບ​ຜົງ​ບີ​ທູ໋ດ​ສີ​ບົວອົມ​ມ່ວງກໍ​ນຳ​ມາ​ປັດ​ແກ້ມ​ໜ້າ​ຮັກ​ໆໄດ້ຄືກັນ

13.1

13

13.2

12.ຜິວ​ບໍ່​ຜ່ອງ​ໃສ​ຕ້ອງ​ຂັດ​ດ້ວຍ​ໂດຍ​ໃຫ້​ນຳ​ນ້ຳ​ຕານ​ມາ​ປະສົມ​ກັບ​ນ້ຳ​ມັນ​ໝາກກອກຈາກ​ນັ້ນ​ກໍ​ນຳ​ມາ​ຂັດ​ຜິວ​ເບົາໆໄດ້​ເລີຍ​

14

14.1

ບົດຄວາມຫຼ້າສຸດ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຮົງກົງ ຄັ້ງທີ 11 (11th Belt and Road Summit, Hong Kong) ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ

ໃນຕອນເຊົ້າຂອງວັນທີ 09 ກັນຍາ 2026 ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ແຫ່ງ...

ສປປ ລາວ ສືບຕໍ່ແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

ພາຍຫຼັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫຼາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ການພັດທະນາຂອງ ສປປ ລາວ. ນັບແຕ່ປີ...

ລາວຕັ້ງເປົ້າໃຫຍ່! ກຽມປັ້ນນິຄົມອຸດສາຫະກຳແຫ່ງໃໝ່ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10,000 ຄົນ

ສປປ ລາວ ກຽມສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງນິຄົມອຸດສາຫະກຳແຫ່ງໃໝ່ ເພື່ອດຶງດູດເມັດເງິນລົງທຶນຈາກຕ່າງປະເທດ ໂຄງການດັ່ງກ່າວຊື່ວ່າ “ນິຄົມອຸດສາຫະກຳ ວຽງຈັນ-ລີ່ຕູ້ (Vientiane-Lidu Industrial Park) ຕັ້ງຢູ່ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ກວມເອົາເນື້ອທີ່ປະມານ...

ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວາງທິດທາງໃນຕໍ່ໜ້າ ເພື່ອກ້າວໄປສູ່ການລຶບລ້າງອາວຸດ (ລະເບີດ) ໃຫ້ໝົດສິ້ນຢ່າງຖາວອນ

ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of the Convention on Cluster Munitions) ໄດ້ໄຂຂຶ້ນຢ່າງເປັນທາງການ...