spot_img
Homeຂ່າວຕ່າງປະເທດອິນ​ເດຍ​ສອບ​ລັດ​ທິ​ປະ​ຫລາດ ຕົ້ມ​ຜູ້​ຊາຍ​ 400 ກ່​ວາ​ຄົນ ​ໄປຕັດ​ອັນ​ທະ ເພື່ອ​ໃກ້​ຊິດ​ພະ​ເຈົ້າ!

ອິນ​ເດຍ​ສອບ​ລັດ​ທິ​ປະ​ຫລາດ ຕົ້ມ​ຜູ້​ຊາຍ​ 400 ກ່​ວາ​ຄົນ ​ໄປຕັດ​ອັນ​ທະ ເພື່ອ​ໃກ້​ຊິດ​ພະ​ເຈົ້າ!

Published on

Insdn_t

ອິນ​ເດຍ​ສອບ​ສວນ​ລັດ​ທິ​ປະ​ຫລາດ ຫລອກ​ລວງ​ໃຫ້​ຜູ້​ຊາຍ​ສາ​ວົກ​ລັດ​ທິ ໄປ​ຕັດ​ອັນ​ທະ​ຕົນ​ເອງ​ຖິ້ມ ເຊື່ອ​ວ່າ​ຈະ​ເຮັດ​ໃຫ້​ໃກ້​ຊິດ​ພະ​ເຈົ້າ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 2 ມີ​ນາ​ຜ່ານ​ມາ​ນີ້​ວ່າ ອິນ​ເດຍເລັ່ງ​ສືບ​ສວນ​ລັດ​ທິ​ແປກ​ປະ​ຫລາດ ທີ່​ຫລອກ​ລວງ​ໃຫ້​ຜູ້​ຊາຍ​ທີ່​ນັບ​ຖື​ລັດ​ທິ​ດັ່ງ​ກ່າວ ຫລາຍ​ກ່​ວາ 400 ຄົນ ໄປ​ຕັດ​ອັນ​ທະ​ຂອງ​ຕົນ​ເອງ​ຖິ້ມ ຍ້ອນ​ເຊື່ອ​ວ່າ​ເຮັດ​ແລ້ວ​ຈະ​ສາ​ມາດ​ໃກ້​ຊິດ​ກັບ​ພະ​ເຈົ້າ​ຫລາຍ​ຂຶ້ນ.  ລັດ​ທິ​ດັ່ງ​ກ່າວ​ນີ້ ແມ່ນ​ມີ ທ້າວ ກຸ​ຣະ​ມິດ ຣາມ ຣາ​ຮຳ ຊິງ ນັກ​ສະ​ແດງ​ຊາວ​ອິນ​ເດຍ ທີ່​ຕັ້ງ​ລັດ​ທິ​ດັ່ງ​ກ່າວ​ນີ້​ຂຶ້ນໂດຍ​ໃສ່​ຊື່​ວ່າ ​ເທ​ຣະ ສາ​ຊາ ຊາອຸ​ດາ ໂດຍ​ໄດ້​ຫລອກ​ລວງ​ໃຫ້​ຜູ້​ຊາຍ​ຫລາຍ​ກ່​ວາ 400 ຄົນ ເຊິ່ງ​ເປັນ​ສະ​ມາ​ຊິກ​ຂອງ​ລັດ​ທິ ເຂົ້າ​ຮ​ັບ​ການ​ຜ່າ​ຕັດ​ເອົາ​ອັນ​ທະ​ອອກ ອ້າງວ່າ​ເຮັດ​ແລ້ວ​ຈະ​ໃກ້​ຊິດ​ກັບ​ພະ​ເຈົ້າຫລາຍ​ຂຶ້ນ ໂດຍ​ເກືອ​ບ​ທັງ​ໝົດ​ແມ່ນ​ເຂົ້າ​ຮັບ​ການ​ຜ່າ​ຕັດ ຢູ່​ໃນ​ໂຮງ​ໝໍ​ທີ່​ເຂົາ​ເອງ​ເປັນ​ເຈົ້າ​ຂອງ ສ້າງ​ລາຍ​ໄດ້​ໃຫ້​ເຈົ້າ​ຂອງ​ລັດ​ທິ​ດັ່ງ​ກາວ​ຢ່າງ​ມະ​ຫາ​ສານ.

ຢ່າງ​ໃດ​ກໍ​ຕາມ ລັດ​ທິ​ດັ່ງ​ກ່າວ​ນີ້ຖືກ​ຕັ້ງ​ຂຶ້ນ​ມາ​ຫລາຍ​ກ່​ວາ 15 ປີ​ແລ້ວ ແຕ່​ຫາ​ກໍ​ມີ​ຄົນ​ອອກ​ມາ​ເວົ້າ​ເຖິງ​ກໍ​ລະ​ນີ​ດັ່ງ​ກ່າວ ເນື່ອງ​ຈາກ​ເຮັດ​ໄປ​ແລ້ວ​ຮູ້​ສຶກ​ວ່າ​ຕົນ​ເອງ​ຖືກ​ຕົວະ​ຕົ້ມ ເຮັດ​ໃຫ້​ທາງ​ການ​ອິນ​ເດຍ​ເອງ ກໍ​ໄດ້​ເຂົ້າ​ມາ​ສືບ​ສວນ​ເລື່ອງ​ດັ່ງ​ກ່າວ​ນີ້​ຢ່າງ​ລະ​ອຽດ​ແລ້ວ.

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...