Homeຂ່າວຕ່າງປະເທດຕຳ​ຫລວດ​ອາ​ເມ​ຣິ​ກາ ຍິງ​ຄົນ​ບໍ່​ມີ​ເຮືອນ​ຢູ່ເສຍ​ຊີ​ວິດ ຢູ່ລອ​ສ​ແອັງ​ເຈີ​ລິ​ສ! (ເບິ່ງ​ຄ​ລິບ)

ຕຳ​ຫລວດ​ອາ​ເມ​ຣິ​ກາ ຍິງ​ຄົນ​ບໍ່​ມີ​ເຮືອນ​ຢູ່ເສຍ​ຊີ​ວິດ ຢູ່ລອ​ສ​ແອັງ​ເຈີ​ລິ​ສ! (ເບິ່ງ​ຄ​ລິບ)

Published on

EyWwB5WU57MYnKOuFqNDmmtNgNAsKLBcQNH9DTEmbL7nPZy4HXKe6r

ເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ອາ​ເມ​ຣິ​ກາ ຍິງ​ຄົນ​ບໍ່​ມີ​ເຮືອນ​ຢູ່​ເສຍ​ຊີ​ວິດ ຫລັງ​ຈາກ​ຖົກ​ຖຽງ​ກັນ ໃນ​ເຂດ​ສະ​ກິດ​ໂຣ ກາງ​ເມືອງ​ລອສ​ແອັງ​ເຈີ​ລິ​ສ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 3 ມີ​ນາ​ນີ້​ວ່າ ເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ລອ​ສ​ແອັງ​ເຈີ​ລິ​ສ ສະ​ຫະ​ລັດ​ອ​າ​ເມ​ຣິ​ກາ ໄດ້​ຍິງ​ຊາຍ​ຄົນ​ໜຶ່ງ ເຊິ່ງ​ເປັນ​ຄົນ​ບໍ່​ມີ​ເຮືອນ​ຢູ່ (Homeless) ໂດຍ​ມີ​ຄົນ​ຖ່າຍ​ຄ​ລິບ​ວີ​ດີ​ໂອ​ໄວ້ ສະ​ແດງ​ໃຫ້​ເຫັນ​ການ​ຕໍ່​ສູ້​ກັນ​ລະ​ຫວ່າງ​ຊາຍ​ຄົນ​ໜຶ່ງ ແລະ ເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ຫລາຍ​ຄົນ ໃນ​ບໍ​ລິ​ເວນ​ເຂດ​ສະ​ກິດ​ໂຣ ເຊິ່ງ​ເຈົ້າ​ໜ້າ​ທີ່​ໄດ້​ພະ​ຍາ​ຍາມຈະ​ເຂົ້າ​ໄປ​ຈັບ​ກຸມ​ເຂົາ ໃນ​ຖາ​ນະ​ຜູ້​ຕ້ອ​ງ​ສົງ​ໄສ​ຄະ​ດີ​ລັກ​ຊັບ, ຄ​ລິບ​ດັ່ງ​ກ່າວ​ ເລີ່ມ​ຕົ້ນ​ດ້ວຍ​ຊາຍ​ຄົນ​ໜຶ່​ງ​ກຳ​ລັງ​ແກ່ວງ​ແຂນ​ໃສ່​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ  ກ່ອນ​ທີ່​ຕຳ​ຫລວດ​ຄົນ​ໜຶ່ງ​ຈະ​ເຂົ້າ​ໄປ​ຕໍ່​ສູ້ ຈົນ​ເຮັດ​ໃຫ້​ຊາຍ​ຄົນ​ດັ່ງ​ກ່າວ​ລົ້ມ​ລົງ​ຢູ່​ກັບ​ພື້ນ ຈາກ​ນັ້ນ​ກໍ​ມີ​ຕຳ​ຫລວດ​ອີກ 3 ຄົນ ພະ​ຍາ​ຍາມ​ເຂົ້າ​ມາ​ຈັບ​ກຸມ ແລະ ມີ​ຕຳ​ຫລວດ 1 ຄົນ ຈັບ​ປືນ​ໄຟ​ຟ້າ​ອອກ​ມາ ພ້ອ​ມ​ທັງ​ພະ​ຍາ​ຍາມ​ທີ່​ຈະ​ຊ໊ອດ​ຊາຍ​ຄົນ​ດັ່ງ​ກ່າວ ແລະ ບໍ່​ພໍ​ເທົ່າ​ໃດ​ວິ​ນາ​ທີ​ຕໍ່​ມາ ກໍ​ມີ​ສຽງ​ປືນ​ດັງ​ຂຶ້ນ​ເຖິງ 5 ນັດ ສ້າງ​ຄວາມ​ຕົກ​ໃຈ​ໃຫ້​ແກ່​ຜູ້​ເຫັນ​ເຫດ​ການ ໂດຍ​ໜຶ່ງ​ໃນ​ຜູ້​ເຫັນ​ເຫດ​ການ​ໄດ້​ຮ້ອງ​ຂຶ້ນ​ວ່າ ” ເຈົ້າ​ຍິງ​ລາວ​ເຮັດ​ຫຍັງ? ເຈົ້າ​ຈັບ​ລາວໄດ້​ແລ້ວ ເປັນ​ຫຍັງ​ພວກ​ເຈົ້າ​ຈິ່ງ​ຍິງ​ລາວ? ”

ປັດ​ຈຸ​ບັນ ເລື່ອງ​ດັ່ງ​ກ່າວ​ນີ້​ຍັງ​ຢູ່​ໃນ​ລະ​ຫວ່າງ​ການ​ສືບ​ສວນ ກ່ຽວ​ກັບ​ສາ​ເຫດ​ທີ່​ພາ​ໃຫ້​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ ຍິງ​ຊາຍ​ຄົນ​ດັ່ງ​ກ່າວຈົນ​ເສຍ​ຊີ​ວິດ ໂດຍ​ເປັນ​ທີ່​ຊັດ​ເຈນ​ແລ້ວ​ວ່າ ຊາຍ​ຄົນ​ດັ່ງ​ກ່າວ​ບໍ່​ມີ​ອາ​ວຸດ​ຢູ່​ໃນ​ຄອບ​ຄອງ​ ໃນ​ຂະ​ນະ​ຕໍ່​ສູ້​ກັບ​ຕຳ​ຫລວດ​ແຕ່​ປະ​ການ​ໃດ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...