spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຕຳ​ຫລວດ​ລະ​ບຸ ຜູ້​ປົກ​ຄອງ​ບາງ​ຄົນ ມີ​ປືນ​ຖືກ​ກົດ​ໝາຍ ແຕ່​ໃຫ້​ລູກຫລານ​ໃຊ້! ພ້ອມ​ກຽມ​ກຳ​ຈັດ​ອາ​ວຸດ​ເຖື່ອນ ຢ່າງ​ເຂັ້ມ​ງວດ!

ຕຳ​ຫລວດ​ລະ​ບຸ ຜູ້​ປົກ​ຄອງ​ບາງ​ຄົນ ມີ​ປືນ​ຖືກ​ກົດ​ໝາຍ ແຕ່​ໃຫ້​ລູກຫລານ​ໃຊ້! ພ້ອມ​ກຽມ​ກຳ​ຈັດ​ອາ​ວຸດ​ເຖື່ອນ ຢ່າງ​ເຂັ້ມ​ງວດ!

Published on

no-guns-banner

ປັດຈຸບັນຢູ່ໃນສັງຄົມເຮົາ ໄດ້ເກີດມີປະກົດການຫຍໍ້ທໍ້ຕ່າງໆ ເກີດຂຶ້ນເປັນ ຈຳນວນບໍ່ໜ້ອຍ, ມີຫລາຍຄັ້ງ ເຖິງຂັ້ນ ລົງມືຂ້າຟັນລັນແທງກັນ ແລະ ຮ້າຍແຮງ ໄປກວ່ານັ້ນຍັງມີການໃຊ້ອາວຸດປືນໄລ່ລ່າຍິງກັນຢູ່ຕາມສະຖານທີ່ຕ່າງໆຢ່າງ ໂຫດ ຮ້າຍເປັນການທ້າທາຍຕໍ່ລະບຽບກົດໝາຍບ້ານເມືອງ. ດັ່ງນັ້ນ ລັດຈະຕ້ອງໄດ້ສຸມ ໃສ່ກຳຈັດພວກທີ່ໃຊ້ອາວຸດ ເຖື່ອນບໍ່ໄດ້ຮັບອະນຸຍາດການຄອບຄອງ ຖືກຕ້ອງ ຕາມກົດໝາຍໄດ້ຢ່າງເຂັ້ມງວດ.

ຕໍ່ກັບບັນຫາດັ່ງກ່າວ ທ່ານ ພັນໂທ ສຸລິວັນ ລາດຊະວົງ ຮອງຫ້ອງຕຳຫລວດ ຫົວໜ້າພະແນກສຶບ ສວນ-ສອບສວນ ນະຄອນຫລວງວຽງຈັນ ໄດ້ໃຫ້ຂໍ້ຄິດເຫັນ ວ່າ: ໃນຫລາຍປີກ່ອນການໃຊ້ອາວຸດ ເຖື່ອນກໍອາດສະຍາກຳ ຢູ່ບ້ານເມືອງເຮົາ ແມ່ນມີໜ້ອຍແຕ່ພໍຕົກມາຮອດກາງ ປີ 2014 ເຫັນວ່າການໃຊ້ອາວຸດ ເຖື່ອນຂອງ ກຸ່ມຄົນບໍ່ດີ ໄດ້ເກີດມີຂຶ້ນຢ່າງຕໍ່ເນື່ອງ, ໂດຍສ່ວນໃຫຍ່ແມ່ນກຸ່ມໄວໜຸ່ມ, ນັກເລງອັນຕະພານພາກັນມົ້ວສຸມ, ດື່ມເຫລົ້າເມົາ ສຸລາ, ເສບສິ່ງເສບຕິດ ແລ້ວກໍການ ອາລະວາດ, ຜິດຖຽງໄລ່ລ່າຍິງກັນຈົນເຖິງຂັ້ນເສຍຊີວິດ ຄືດັ່ງທີ່ເປັນຂ່າວມາໃນປັດຈຸບັນ ເຊິ່ງຄົນຈຳນວນນີ້, ສ່ວນໜື່ງກໍ ແມ່ນນອນຢູ່ໃນເປົ້າໝາຍຕິດຕາມຂອງເຈົ້າໜ້າທີ່ ແລະ ຈຳນວນໜຶ່ງກໍເອົາຕົວລົບໜີ ຄວາມຜິດທີ່ຕົນກໍຂຶ້ນ, ເຊິ່ງອາວຸດ ສ່ວນຫລາຍທີ່ພວກເຂົາເຈົ້ານຳມາໃຊ້ ແມ່ນເປັນອາວຸດເຖື່ອນທີ່ຊື້ມາຈາກປະເທດເພື່ອນບ້ານ​ໃກ້ຄຽງ ແລະ ອີກຈຳນວນ ໜຶ່ງກໍເປັນອາວຸດທີ່ນຳມາຈາກການຂີ້ລັກງັດແງະ ແລະ ເປັນອາວຸດທີ່ລັກລອບ ເອົາຂອງພໍ່ແມ່ຜູ້ປົກຄອງໄປນຳໃຊ້ ເພື່ອໄລ່ ລ່າຂ້າຍິງກັນຢ່າງປ່າເຖື່ອນ.

ທ່ານຫົວໜ້າພະແນກສຶບສວນ-ສອບສວນ ເວົ້າວ່າ: ເພື່ອແກ້ໄຂປະກົດການຫຍໍ້ທໍ້ທີ່ກ່າວມາຂ້າງເທິງ ໃຫ້ບ້ານ ເມືອງ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍກ່ອນອື່ນໝົດແມ່ນທຸກຄົນຢູ່ໃນສັງຄົມຕ້ອງເປັນຫູເປັນຕາ ສອດສ່ອງ ເບິ່ງແຍງ, ຕິດຕາມເບິ່ງການເຄື່ອນໄຫວ, ປະພຶດໃນສິ່ງບໍ່ດີຂອງພວກກຸ່ມຄົນຮ້າຍ, ໃນນີ້ ສິ່ງສຳຄັນ ພໍ່ແມ່ ຜູ້ປົກຄອງເດັກ ທີ່ມີອາວຸດຢູ່ໃນຄອບຄອງຖືກຕ້ອງຕາມກົດໝາຍກໍຕ້ອງໄດ້ລະມັດລະວັງບໍ່ອະນຸຍາດເອົາອາວຸດໃຫ້ຄົນອື່ນ ໄປນຳໃຊ້ໃນ ທາງບໍ່ດີຢ່າງເດັດຂາດ, ອັນຈະເປັນການສ້າງໂທດໃຫ້ກັບຕົນເອງ ແລະ ຄອບຄົວຄືດັ່ງທີ່ເປັນມາແລ້ວ ແລະ ຮ້າຍແຮງໄປ ກວ່ານັ້ນຜູ້ປົກຄອງບາງຄົນທີ່ມີອາວຸດຖືກຕ້ອງຕາມກົດໝາຍ ໄດ້ເອົາໃຫ້ລູກຫລານຂອງຕົນນຳໄປໃຊ້ກໍເຫດ ເມື່ອເກີດມີຄະດີຕາມມາຜູ້ປົກຄອງຊ້ຳພັດມີການປິດອຳ, ຊຸກເຊື່ອງປົກປ້ອງຜູ້ກະທຳຜິດຢ່າງໄຮ້ເຫດຜົນ.

ດັ່ງນັ້ນພົນລະເມືອງລາວທຸກຄົນຕ້ອງຍົກສູງສະຕິລະວັງຕົວ,ເປັນເຈົ້າການຕິດຕາມການເຄື່ອນໄຫວຂອງກຸ່ມ ຄົນບໍ່ດີທີ່ກໍຄວາມບໍ່ສະຫງົບ ໃຫ້ກັບບ້ານເມືອງ ເພື່ອມີວິທີການສະກັດກັ້ນໃຫ້ຫລຸດໜ້ອຍຖອຍລົງ ເພື່ອຄວາມສະຫງົບສຸກຂອງບ້ານເມືອງ.

 

ແຫລ່ງ​ຂ່າວ: ລາ​ວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...