spot_img
Homeຂ່າວຕ່າງປະເທດກູ​ເກີ້ນໃຫ້​ບໍ​ລິ​ການ Gmail ເປັນ​ພາ​ສາ​ມຽນ​ມ້າ​ ເປັນ​ພາ​ສາ​ທີ 74

ກູ​ເກີ້ນໃຫ້​ບໍ​ລິ​ການ Gmail ເປັນ​ພາ​ສາ​ມຽນ​ມ້າ​ ເປັນ​ພາ​ສາ​ທີ 74

Published on

Buddhist monks use the internet in an internet cafe in Yangon March

ເຈົ້າ​ໜ້າ​ທີ່​ຂອງ​ບໍ​ລິ​ສັດ​ກູ​ເກິ້ນ​ເປີດ​ເຜີຍ​ວ່າ ຈີ​ເມວ (Gmail) ມີ​ໃຫ້​ບໍ​ລິ​ການ​ໃນ​ພາ​ສາ​ມຽນ​ມ້າ​ແລ້ວ ເປັນ​ພາ​ສາ​ທີ 74 ໃນ​ລະ​ບົບ​ອີ​ເມວ​ຂອງ​ບໍ​ລິ​ສັດ.

ສຳ​ນັກ​ຂ່າວ​ຕ່າ​ງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 26 ກຸມ​ພາ​ຜ່ານ​ມາ​ນີ້​ວ່າ ທ່ານ ໄບ​ຣ​ອັນ ເຄມ​ເລີ ຜູ້​ຈັດ​ການ​ຜະ​ລິດ​ຕະ​ພັນ​ຂອງ​ກູ​ເກີ້ນ ໄດ້​ລະ​ບຸ​ວ່າ ໃນ​ປີ 2011 ມີ​ຊາວ​ມຽນ​ມ້າ​ພຽງ 500,000 ຄົນ​ເທົ່າ​ນັ້ນ ທີ່​ເຂົ້າ​ເຖິງ​ອິນ​ເຕີ​ເນັດ ຊິ່ງ​ໜ້ອຍ​ກ່​ວາ 1% ຂອງ​ປະ​ຊາ​ກອນ​ທັງ​ໝົດ​ 53 ລ້ານ​ຄົນ ແຕ່​ການ​ເປີດ​ປະ​ເທດ​ເມື່ອ​ບໍ່​ດົນ​ມາ​ນີ້ ລວມ​ທັງ​ການ​ໃຊ້​ງານ​ໂທ​ລະ​ສັບ​ມື​ຖື​ທີ່​ເພີ່ມ​ຂຶ້ນ​ນັ້ນ ໄດ້​ເຮັດ​ໃຫ້​ຊາວ​ມຽນ​ມ້າ​ເຂົ້າ​ເຖິງ​ອິນ​ເຕີ​ເນັດ ຂະ​ຫຍາຍ​ຕົວ​ເປັນ 2.6 ລ້ານ​ຄົນ​ແລ້ວ ເຮັດ​ໃຫ້​ບໍ​ລິ​ສັດ​ກູ​ເກີ້ນ ໄດ້​ສະ​ໜັບ​ສະ​ໜູນ​ດ້ວຍ​ການ​ພັດ​ທະ​ນາ​ພາ​ສາ​ມຽນ​ມ້າ ເຂົ້າ​ໃນ​ລະ​ບົບ​ບໍ​ລິ​ການ​ອີ​ເມວ​ຂອງ​ຕົນ ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ.

 

ບົດຄວາມຫຼ້າສຸດ

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...

ໂດນັລ ທຣັມ ເຜີຍຈະບໍ່ລົງເລືອກຕັ້ງປະທານາທິບໍດີອີກ ຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ 2024 ນີ້.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ກັນຍາ 2024 ນີ້ວ່າ: ໂດນັລ ທຣັມ ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີສະຫະລັດ ເປີດເຜີຍວ່າ: ຈະບໍ່ລົງສະມັກຊິງຕຳແໜ່ງປະທານາທິບໍດີສະຫະລັດເປັນຄັ້ງທີ 4 ອີກຖ້າຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ...

ມອບຜູ້ຖຶກຫາ ແລະ ເຄື່ອງຂອງກາງສັດປ່າຫວງຫ້າມ ໃຫ້ກອງກວດກາປ່າໄມ້ ແຂວງຄຳມ່ວນ.

ຂ່າວ ປກສ ແຂວງຄຳມ່ວນ ລາຍງານວ່າ: ໃນວັນທີ 19 ກັນຍາ 2024 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫລວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ໄດ້ມອບຜູ້ຖຶກຫາຈຳນວນ 02...

ການພົບປະສອງຝ່າຍ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຈີນ

ໃນວັນທີ 22 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພົບປະສອງຝ່າຍກັບທ່ານ...