spot_img
Homeຂ່າວຕ່າງປະເທດມຽນ​ມ້າ​ຂ້າ​​ໄກ່ ແລະ ນົກ​ກະ​ທາຫລາຍ​ພັນ​ໂຕ ປ້ອງ​ກັນການ​ແຜ່​ລະ​ບາດ ຂອງ​ໄຂ້​ຫວັດ​ສັດ​ປີກ

ມຽນ​ມ້າ​ຂ້າ​​ໄກ່ ແລະ ນົກ​ກະ​ທາຫລາຍ​ພັນ​ໂຕ ປ້ອງ​ກັນການ​ແຜ່​ລະ​ບາດ ຂອງ​ໄຂ້​ຫວັດ​ສັດ​ປີກ

Published on

MYANMAR-ECONOMY

ໄຂ້​ຫວັດ​ສັດ​ປີກ​ລະ​ບາດ​ໃນ​ເມືອງ​ໂມນ​ຍະ​ວາ ປະ​ເທດ​ມຽນ​ມ້າ ທາງ​ການ​ຂ້າ​ສັດ​ປີກ​ຫລາຍ​ພັນ​ໂຕ ເພື່ອ​ປ້ອງ​ກັນ​ການ​ແຜ່​ລະ​ບາດ​.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 26 ກຸມ​ພາ​ຜ່ານ​ມາ​ນີ້​ວ່າ ທາງ​ການ​ມຽນ​ມ້າ ໄດ້​ກຳ​ຈັດ​ສັດ​ປີກ​ຈຳ​ນວນ​ຫລາຍ​ພັນ​ໂຕ ເພື່ອ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ໄຂ້​ຫວັດ​ສັດ​ປີກ H5N1 ໃນ​ເມືອງ​ໂມນ​ຍະ​ວາ (Monywa) ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ແຂວງ​ມັນ​ດະ​ເລ ເນື່ອງ​ຈາກ​ການ​ລະ​ບາດ​ຂອງ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ ໄດ້​ເຮັດ​ໃຫ້ໄກ່​ຫລາຍ​ກ່​ວາ 1,400 ໂຕ ແລະ ນົກ​ກະ​ທາ​ອີກ​ຫລາຍ​ກ່​ວາ 10,000 ໂຕ ​ຕາຍ​ຈາກ​ການ​ແຜ່​ລະ​ບາດໃນ​ຊ່ວງ​ຕົ້ນ​ເດືອນ​ນີ້ ເຮັດ​ໃຫ້​ທາງ​ການ​ຈຳ​ເປັນ​ໄດ້​ຂ້າ​ໄກ່​ປະ​ມານ 1,500 ໂຕ ແລະ ນົກ​ກະ​ທາ​ອີກ ຫລາຍ​ກ່​ວາ 20,000 ໂຕ ເພື່ອ​ປ້ອງ​ກັນ​ການ​ແຜ່​ລະ​ບາດ​ອອກ​ສູ່​ວົງ​ກ້​ວາງ.

 

ບົດຄວາມຫຼ້າສຸດ

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...

ໂດນັລ ທຣັມ ເຜີຍຈະບໍ່ລົງເລືອກຕັ້ງປະທານາທິບໍດີອີກ ຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ 2024 ນີ້.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ກັນຍາ 2024 ນີ້ວ່າ: ໂດນັລ ທຣັມ ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີສະຫະລັດ ເປີດເຜີຍວ່າ: ຈະບໍ່ລົງສະມັກຊິງຕຳແໜ່ງປະທານາທິບໍດີສະຫະລັດເປັນຄັ້ງທີ 4 ອີກຖ້າຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ...

ມອບຜູ້ຖຶກຫາ ແລະ ເຄື່ອງຂອງກາງສັດປ່າຫວງຫ້າມ ໃຫ້ກອງກວດກາປ່າໄມ້ ແຂວງຄຳມ່ວນ.

ຂ່າວ ປກສ ແຂວງຄຳມ່ວນ ລາຍງານວ່າ: ໃນວັນທີ 19 ກັນຍາ 2024 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫລວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ໄດ້ມອບຜູ້ຖຶກຫາຈຳນວນ 02...

ການພົບປະສອງຝ່າຍ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຈີນ

ໃນວັນທີ 22 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພົບປະສອງຝ່າຍກັບທ່ານ...