spot_img
Homeຂ່າວຕ່າງປະເທດຫິ​ມະ​ຖ​ະ​ຫລົ່ມ​ໜັກ! ອັບ​ກາ​ນິ​ສະ​ຖານ ຕາຍ​ແລ້ວ 200 ກ່​ວາ​ຄົນ!

ຫິ​ມະ​ຖ​ະ​ຫລົ່ມ​ໜັກ! ອັບ​ກາ​ນິ​ສະ​ຖານ ຕາຍ​ແລ້ວ 200 ກ່​ວາ​ຄົນ!

Published on

EyWwB5WU57MYnKOuFqOgjndUze5aAZgK4t7rcyCUlFss8XH9Qykb7s

ຫິ​ມະ​ຖະ​ຫລົ່ມ​ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ ຂອງ​ປະ​ເທດ​ອັບ​ກາ​ນິ​ສະ​ຖານ ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ​ຫລາຍ​ກ່​ວາ 200 ຄົນ ຊ້ຳ​ຫິ​ມະ​ຍັງ​ຈະ​ຕົກ​ໜັກ​ຕື່ມ​ອີກ 2 ວັນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 27 ກຸມ​ພາ​ນີ້​ວ່າ ເກີດ​ເຫດ​ຫິ​ມະ​ຖ​ະ​ຫລົ່ມ​ຄັ້ງ​ຮາຍ​ແຮງ​ທີ່​ສຸດ ໃນ​ຮອບ 30 ປີ ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ ຂອງ​ປະ​ເທດ​ອັບ​ກາ​ນິ​ສະ​ຖານ​ມື້​ວານ​ນີ້ (26 ກຸມ​ພາ) ເຊິ່ງ​ເກີດ​ຈາກ​ພາ​ຍຸ​ຫິ​ມະ ຕົກ​ລົງ​ມາ​ຕັ້ງ​ແຕ່​ມື້​ວັນ​ອັງ​ຄານ​ທີ 24 ກຸມ​ພາ​ເປັນ​ຕົ້ນ​ມາ ເຊິ່ງ​ເຮັດ​ໃຫ້​ມີ​ປະ​ຊາ​ຊົນ​ເສຍ​ຊີ​ວິ​ດ​ແລ້ວ ຫລາຍ​ກ່​ວາ 200 ຄົນ ໃນ​ຂະ​ນະ​ທີ່​ພະ​ຍາ​ກອນ​ອາ​ກາດ​ກໍ​ລະ​ບຸ​ວ່າ ຫິ​ມະ​ຍັງ​ຈະ​ຕົກ​ໜັກ​ຕໍ່​ໄປ​ອີກ​ຢ່າງ​ໜ້ອຍ 2 ວັນ.

ພື້ນ​ທີ່​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຫລາຍ​ທີ່​ສຸດ ແມ່ນ​ຢູ່​ແຂວງ​ປັນ​ຊີ ທາງ​ພາກ​ເໜືອ​ຂອງ​ນະ​ຄອນ​ຫລ​ວງ​ຄາ​ບູນ ໂດຍ​ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ 186 ຄົນ ແລະ ໄດ້​ຮັບ​ບາດ​ເຈັບ 100 ກ່​ວາ​ຄົນ ໂດຍ​ທາງ​ການ​ໃນ​ທ້ອງ​ຖິ່ນ ໄດ້​ພະ​ຍາ​ຍາມ​ເຂົ້າ​ໃຫ້​ການ​ຊ່ວຍ​ເຫລືອ ແລະ ທຳ​ການ​ອົບ​ພະ​ຍົບ​ປະ​ຊາ​ຊົນ​ຢູ່ ຈົນ​ເຖິງ​ຂະ​ນະ​ນີ້.

Afghanistan Afghanistan snow05

 

ບົດຄວາມຫຼ້າສຸດ

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...

ໂດນັລ ທຣັມ ເຜີຍຈະບໍ່ລົງເລືອກຕັ້ງປະທານາທິບໍດີອີກ ຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ 2024 ນີ້.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ກັນຍາ 2024 ນີ້ວ່າ: ໂດນັລ ທຣັມ ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີສະຫະລັດ ເປີດເຜີຍວ່າ: ຈະບໍ່ລົງສະມັກຊິງຕຳແໜ່ງປະທານາທິບໍດີສະຫະລັດເປັນຄັ້ງທີ 4 ອີກຖ້າຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ...

ມອບຜູ້ຖຶກຫາ ແລະ ເຄື່ອງຂອງກາງສັດປ່າຫວງຫ້າມ ໃຫ້ກອງກວດກາປ່າໄມ້ ແຂວງຄຳມ່ວນ.

ຂ່າວ ປກສ ແຂວງຄຳມ່ວນ ລາຍງານວ່າ: ໃນວັນທີ 19 ກັນຍາ 2024 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫລວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ໄດ້ມອບຜູ້ຖຶກຫາຈຳນວນ 02...

ການພົບປະສອງຝ່າຍ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຈີນ

ໃນວັນທີ 22 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພົບປະສອງຝ່າຍກັບທ່ານ...