spot_img
Homeຂ່າວຕ່າງປະເທດລ້ຳ​ຍຸກ! ຍີ່​ປຸ່ນ​ສ້າງ​ຫຸ່ນ​ຍົນ​ພະ​ຍາ​ບານ ສາ​ມາດ​ປະ​ຄອງ - ອູ້ມ​ຄົນ​ເຈັບ​ໄດ້​ແທ້! (ເບິ່ງ​ຄ​ລິບ)

ລ້ຳ​ຍຸກ! ຍີ່​ປຸ່ນ​ສ້າງ​ຫຸ່ນ​ຍົນ​ພະ​ຍາ​ບານ ສາ​ມາດ​ປະ​ຄອງ – ອູ້ມ​ຄົນ​ເຈັບ​ໄດ້​ແທ້! (ເບິ່ງ​ຄ​ລິບ)

Published on

figure3-en

ຍີ່​ປຸ່ນ​ລ້ຳ​ຍຸກ​ອີກ​ຂັ້ນ ສ້າງ​ຫຸ່ນ​ຍົນ​ພະ​ຍາ​ບານ ສາ​ມາດ​ປະ​ຄອງ ແລະ ອູ້ມ​ຄົນ​ເຈັບ​ໄດ້​ແທນ​ຄົນ ຢ່າງ​ນຸ້ມນວນ.

ຍີ່​ປຸ່ນ​ເປັນ​ປະ​ເທດ​ທີ່​ເອົາ​ຈິງ​ເອົາ​ຈັງ ກັບ​ການ​ພັດ​ທະ​ນາ​ຫຸ່ນ​ຍົນ​ຫລາຍ​ທີ່​ສຸດ ປະ​ເທດ​ໜຶ່ງ​ຂອງ​ໂລກ ແຖມ​ຍັງ​ມຸ່ງ​ເນັ້ນ​ພັດ​ທະ​ນາ ເພື່ອ​ໃຫ້​ໃຊ້​ງານ​ໄດ້​ແທ້​ຈິງ​ໃນ​ຊີ​ວິດ​ປະ​ຈຳ​ວັນຂອງ​ມະ​ນຸດ ລ່າ​ສຸດ​ສະ​ຖາ​ບັນ​ຣິ​ເກັນ (Riken) ຜູ້​ພັດ​ທະ​ນາ​ຫຸ່ນ​ຍົນ​ຂອງ​ຍີ່​ປຸ່ນ ກໍ​ໄດ້​ເປີດ​ຕົວ​ຫຸ່ນ​ຍົນ ໂຣ​ແບ​ຣ໌ (Robear) ທີ່​ຈະ​ມາ​ເຮັດ​ໜ້າ​ທີ່​ເປັນ​ພະ​ຍາ​ບານ ເຊິ່ງ​ມີ​ຄວາມ​ສາ​ມາດ​ຊ່ວຍ​ປະ​ຄອງ ແລະ ຍົກ​ຄົນ​ເຈັບ​ໄດ້​ເປັນ​ຢ່າງ​ດີ ໂດຍ​ພະ​ຍາ​ບານ​ສາວ​ທັງ​ຫລາຍ ຈະ​ບໍ່​ຕ້ອງ​ເມື່ອຍ​ ແລະ ປວດ​ຫລັງ ກັບ​ການ​ອູ້ມ​ຄົນ​ເຈັບ​ອີກ​ແລ້ວ​ຕໍ່​ໄປ.

ຫຸ່ນ​ດັ່ງ​ກ່າວ ໄດ້​ຖືກ​ເຜີຍ​ແຜ່​ພາບ​ອອກ​ມາ​ຄັ້ງ​ທຳ​ອິດ ໃນ​ວັນ​ທີ 24 ກຸມ​ພາຜ່ານ​ມາ​ນີ້ ເຊິ່ງ​ເປັນ​ຫຸ່ນ​ທີ່​ມີ​ນ້ຳ​ໜັກ​ປະ​ມານ 140 ກິ​ໂລ ແລະ ມີ​ຄວາມ​ສູງ​ເທົ່າ​ກັບ​ຄົນ ພ້ອມ​ທັງ​ມີ​ຄວາມ​ສາ​ມາດ​ຕ່າງໆ ອັນ​ເປັນ​ທີ່​ຄາດ​ຫວັງ​ວ່າ ມັນ​ຈະ​ເຂົ້າ​ມາ​ຊ່ວຍ​ແບ່ງ​ເບົາ​ວຽກ​ໃນ​ໂຮງ​ໝໍ ຫລື ສະ​ຖານ​ທີ່​ປິ່ນ​ປົວ​ຕ່າງໆ​ໄດ້​ເປັນ​ຢ່າງ​ດີ ຈາກ​ຄວາມ​ສາ​ມາດ​ທີ່​ໂດດ​ເດັ່ນ​ຂອງ​ມັນຄື ສາ​ມາດ​ປະ​ຄອງ ແລະ ອູ້ມ​ຄົນ​ເຈັບ ຫລື ຜູ້​ສູງ​ອາ​ຍຸ ໃຫ້​ລຸກ​ຂຶ້ນ​ຈາກ​ຕຽງ​ໄດ້​ຢ່າງ​ນຸ້ມນວນ.

https://www.youtube.com/watch?v=W_hZRxaJvy0

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...