spot_img
Homeຂ່າວຕ່າງປະເທດຍີ່​ປຸ່ນ​ເຕືອນ​ໜຸ່ມ​ຕ່າ​ງ​ແດນ! ໄປ​ທ່ຽວ​ຍີ່​ປຸ່ນ ຢ່າ​ເຜີ​ຖ່າຍ​ຮູບ​ແມ່​ຍິງ​ສຸມ​ສີ່​ສຸມ​ຫ້າ ອາດ​ຖືກ​ຈັບ​ກຸມ!

ຍີ່​ປຸ່ນ​ເຕືອນ​ໜຸ່ມ​ຕ່າ​ງ​ແດນ! ໄປ​ທ່ຽວ​ຍີ່​ປຸ່ນ ຢ່າ​ເຜີ​ຖ່າຍ​ຮູບ​ແມ່​ຍິງ​ສຸມ​ສີ່​ສຸມ​ຫ້າ ອາດ​ຖືກ​ຈັບ​ກຸມ!

Published on

EyWwB5WU57MYnKOuFqOf81Zo9JoHcYQW17x4SI7HIG3rPmJWZhI7uX

ເຕືອນ​ໜຸ່ມ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ ໄປ​ຢາມ​ຍີ່​ປຸ່ນ​ຢ່າ​ເຜີ​ຖ່າຍ​ຮູບ​ຜູ້​ຍິງສຸມ​ສີ່​ສຸມ​ຫ້າ ມີ​ສິດ​ອາດ​ຖືກ​ຈັບຕາມ​ກົດ​ໝາຍ​ຄຸ້ມ​ຄອງ​ຜູ້​ຍິງ​ຍີ່​ປຸ່ນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 25 ກຸມ​ພາ​ຜ່ານ​ມາ​ນີ້​ວ່າ ສື່​ມວນ​ຊົນ​ທ້ອງ​ຖິ່ນ​ຂອງ​ຍີ່​ປຸ່ນ ໄດ້​ລາຍ​ງານ​ເຕືອນ​ຊາວ​ຕ່າງ​ປະ​ເທດ ໂດຍ​ສະ​ເພາະ​ຜູ້​ຊາຍ ທີ່​ເດີ​ນ​ທາງ​ມາ​ຢ້ຽມ​ຢາມ​ປະ​ເທດ​ຍີ່​ປຸ່ນ ຢ່າ​ເຜີ​ໄປ​ຖ່າຍ​ຮູບ​ຜູ້​ສາວ​ຍີ່​ປຸ່ນ​ແບບ​ລືມ​ຕົວ ເພາະ​ມີ​ສິດ​ຈະ​ຖືກ​ຕຳ​ຫລວດ​ຈັບ​ໄດ້ ເນື່ອງ​ຈາກ​ກົດ​ໝາຍ​ຄຸ້ມ​ຄອງ​ແມ່​ຍິງ​ຂອງ​ຍີ່​ປຸ່ນ ອະ​ນຸ​ຍາດ​ໃຫ້​ຜູ້​ຍິງ ບໍ່​ວ່າ​ຈະ​ເປັນ​ຍິງ​ສາວ ຫລື ຍິງ​ສູງ​ອາ​ຍຸ​ແລ້ວ​ກໍ​ຕາມ ສາ​ມາດ​ແຈ້ງ​ຄວາມ​ກັບ​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ໄດ້ ຖ້າ​ຫາກ​ພວກ​ເຂົາ​ກຳ​ລັງ​ຮູ້​ສຶກ​ເຂີນ​ອາຍ ຫລື ລຳ​ບາກ​ໃຈ ອຶດ​ອັດ ເນື່ອງ​ຈາກ​ບຸກ​ຄົນ​ອື່ນ.

ທັງ​ນີ້ ເຄີຍ​ມີ​ຊາຍ​ອາ​ຍຸ 40 ປີ ຄົນ​ໜຶ່ງ ຖືກ​ຕຳ​ຫລວດ​ຈັບ​ກຸມ ທີ່​ເມືອງ​ຄາ​ວາ​ຊາ​ກິ ເມື່ອ​ຫລາຍ​ປີ​ຜ່ານ​ມາ ໂທດ​ຖານ​ຖ່າຍ​ຮູບ​ຍິງ​ສາວ​ທີ່​ນັ່ງ​ຢູ່​ທາງ​ໜ້າ​ເຂົາ ຢູ່​ເທິງ​ລົດ​ໄຟ ໂດຍ​ຍິງ​ຄົນ​ດັ່ງ​ກ່າວ​ໄດ້​ໂທ​ລະ​ສັບ​ແຈ້ງ​ຄວາມ​ກັບ​ຕຳ​ຫລວດວ່າ ຖືກ​ຜູ້​ຊາຍ​ຖ່າຍ​ຮູບ ເຊິ່ງ​ບໍ່​ຈຳ​ເປັນ​ຈະ​ຕ້ອງ​ເປັນ​ການ​ລັກ​ຖ່າຍຮູບ​ກ້ອງ​ກະ​ໂປງ ຫລື ລັກ​ຖ່າຍ​ແບບ​ອາ​ນາ​ຈານ​ກໍ​ຕາມ ເພາະ​ກົດ​ໝາຍ​ຍີ່​ປຸ່ນ​ໄດ້​ໃຫ້​ການ​ຄຸ້ມ​ຄອງ​ຜູ້​ຍິງ ກໍ​ລະ​ນີ​ຫາກ​ຖືກ​ຖ່າຍ​ຮູບ ເຊິ່ງ​ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້​ສຶກ​ອຶ​ດ​ອັດ ຫລື ເລີ່ມ​ຮູ້​ສຶກ​ຢ້ານ​ກົວ ກໍ​ອາດ​ມີ​ສິດ​ຖືກ​ຈັບ​ກຸມ​ໄດ້.

ລ່າ​ສຸດ​ໃນ​ປີ 2011 ຜ່ານ​ມາ ກໍ​ເຄີຍ​ມີ​ຄະ​ດີ​ດັງ​ໃນ​ທຳ​ນອງ​ດຽວ​ກັນ​ນີ້​ເກີດ​ຂຶ້ນ ເມື່ອ​ຜູ້​ຊາຍ​ຄົນ​ໜຶ່ງ​ຖືກ​ຈັບ​ກຸມ ຈາກ​ການ​ທີ່​ເຂົາ​ລັກ​ຖ່າຍ​ຮູບ​ແມ່​ຍິງ ທີ່​ກຳ​ລັງ​ນອນ​ຫລັບ​ຢູ່​ເທິງ​ລົດ​ໄຟ​ມາ​ແລ້ວ.

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...