Homeອຸບັດເຫດແລະປາກົດການຫຍໍ້ທໍ້ລົດ​ກະ​ບະ​ຕົກ​ທາງ ເສຍ​ຊີ​ວິດ 1 ບາດ​ເຈັບ 2 ຢູ່​ແຂວງ​ສະ​ຫວັນ​ນະ​ເຂດ

ລົດ​ກະ​ບະ​ຕົກ​ທາງ ເສຍ​ຊີ​ວິດ 1 ບາດ​ເຈັບ 2 ຢູ່​ແຂວງ​ສະ​ຫວັນ​ນະ​ເຂດ

Published on

12de2d36e4dde479240d176f7ee5f51f

ທ່ຽງຄືນຂອງວັນທີ 19 ກຸມພານີ້ຢູ່ທາງເລກ 9 ຂອບເຂດບ້ານສະພັງ ແກ້ວ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ ເກີດເຫດລົດກະບະຍີ່ ຫໍ້ມາສດາໝາຍເລກທະບຽນສະຫວັນນະເຂດ ກກ 6999 ມີຄົນໃນລົດທັງໝົດ 4 ຄົນ  ເສຍ ຫຼັກຕົກຂອກທາງໄປຕຳກັບທໍ່ລະ ບາຍນ້ຳທາງເຂົ້າເຮືອນຂອງປະຊາຊົນເປັນເຫດໃຫ້ມີຜູ້ເສຍຊີວິດຄາທີ່ 1 ຄົນ, ບາດເຈັບສາຫັດ 2 ຄົນ ແລະ ບາດ ເຈັບເລັກໜ້ອຍ 1 ຄົນ, ພາຫະນະເປ່ເພ ໜັກ.

ຕາມການໃຫ້ຂໍ້ມູນຈາກພະແນກຕຳຫຼວດຈະລາຈອນກອງບັນຊາການ ປກສ ແຂວງສະຫວັນນະເຂດ ແລະ ຕຳຫຼວດຈະລາຈອນເມືອງອາດສະພັງທອງໃນວັນທີ 23 ກຸມພາ ທີ່ຜ່ານມາວ່າ: ລົດຄັນດັ່ງກ່າວໄດ້ຂັບໂດຍທ້າວ ບຸນມີ ແສນລາດ ອາຍຸ 23 ປີອາຊີບພະນັກງານ ໄດ້ແລ່ນໄປຕາມຖະໜົນເລກ 9 ມຸ່ງໜ້າ ແຕ່ທິດຕາເວັນອອກຫາທິດຕາເວັນຕົກ ເມື່ອແລ່ນລົດຮອດຂອບເຂດບ້ານສະພັງ ແກ້ວໄດ້ເສຍຫຼັກຕົກທາງເປັນເຫດໃຫ້ຜູ້ທີ່ນ່ັງມານຳຄື: ທ້າວ ໝຸດ ອາຍຸ 23 ປີອາ ຊີບພະນັກງານບາດເຈັບເລັກໜ້ອຍ, ທ້າວ ຈັນປະເສີດ ອາຍຸ 25 ປີອາຊີບພະ ນັກງານບາດເຈັບສາຫັດ ແລະ ທ້າວ ບຸນມີ ໄດ້ ຮັບບາດເຈັບສາຫັດ ສ່ວນ ທ້າວ ພົງສະ ຫວັນ ອາຍຸ 37 ປີບ້ານຢູ່ປະຈຸບັນ ໂພໄຊ ອາຊີບພະນັກງານເສຍຊີວິດຄາທີ່ໂດຍເຫດການຄັ້ງນີ້ພາກສ່ວນທີ່ກ່ຽວ  ຂ້ອງໄດ້ໃຊ້ເວລາເຂົ້າໄປຊ່ວຍຜູ້ໄດ້ຮັບອຸບັດຕິເຫດເປັນເວລາທັງໝົດປະມານ 3 ຊົ່ວໂມງຈຶ່ງສຳເລັດ.

 

ແຫລ່ງ​ຂ່າວ: ເສດ​ຖະ​ກິດ – ສັງ​ຄົມ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...