Homeຂ່າວຕ່າງປະເທດລະ​ທຶກ! ຄົນ​ຮ້າຍ​ບຸກກວາດ​ຍິງ​ພັດ​ຕາ​ຄານ​ຢູ່​ເຊັກ ຕາຍ 8 ຄົນ ແລ້ວ​ຍິງ​ໂຕ​ເອງ​ຕາຍ​ຕາມ!

ລະ​ທຶກ! ຄົນ​ຮ້າຍ​ບຸກກວາດ​ຍິງ​ພັດ​ຕາ​ຄານ​ຢູ່​ເຊັກ ຕາຍ 8 ຄົນ ແລ້ວ​ຍິງ​ໂຕ​ເອງ​ຕາຍ​ຕາມ!

Published on

EyWwB5WU57MYnKOuFqOftrHoT1bL8ThXuIscF10mUTmlcnm6HLpsJI

ຄົນ​ຮ້າຍ​ບຸກ​ກວາດ​ຍິງ​ພັດ​ຕາ​ຄານຢູ່​ເຊັກ ມີ​ຜູ້​ເສຍ​ຊີ​ວິດ 8 ຄົນ ແລະ ບາດ​ເຈັບ​ຈຳ​ນວນ​ຫລາຍ ແລ້ວ​ຂ້າ​ໂຕ​ເອງ​ຕາຍ​ຄາ​ທີ່​ເກີດ​ເຫດ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 25 ກຸມ​ພາ​ນີ້​ວ່າ ເກີດ​ເຫດ​ຄົນ​ຮ້າຍ​ເປັນ​ເພດ​ຊາຍ ອາ​ຍຸ 60 ປີ ບຸກ​ເຂົ້າ​ໄປ​ໃນ​ພັດ​ຕາ​ຄານ​ຣຸດ​ບາ ໃນ​ເມືອງ​ອູ​ເຮີ​ສະ​ກີ້ ບ​ຣອດ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ສາ​ທາ​ລະ​ນະ​ລັດ​ເຊັກ ແລ້ວກວາດ​ຍິງ​ແບບ​ບໍ່​ເລືອກ​ໜ້າ​ເຂົ້າ​ໃສ່​ລູກ​ຄ້າ ແລະ ພະ​ນັກ​ງານ​ໃນ​ຮ້ານ ເຊິ່ງ​ມີ​ຢູ່​ປະ​ມານ 20 ກ່​ວາ​ຄົນ ກ່ອນ​ທີ່​ຈະ​ຍິງ​ໂຕ​ເອງ​ຕາຍ​ຕາມ ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 8 ຄົນ ແລະ ລວມ​ທັງ​ມື​ສັງ​ຫານ​ອີກ, ພ້ອມ​ນັ້ນ​ຍັງ​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ອີກ​ຈຳ​ນວນ​ຫລາຍ​ສິບ​ຄົນ ໂດຍ​ຕຳ​ຫລວດ​ໄດ້​ເປີດ​ເຜີຍ​ວ່າ ຄົນ​ຮ້າຍ​ອາດ​ມີ​ອາ​ການ​ປ່ວຍ​ທາງ​ຈິດ ໂດຍບໍ່​ໜ້າ​ຈະ​ກ່ຽວ​ຂ້ອງ​ກັບ​ການ​ກໍ່​ການ​ຮ້າຍ.

 

 

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...