spot_img
Homeຄວາມງາມໃຊ້“ເບກ​ກິ້ງ​ໂຊ​ດາ”ລ້າງ​ໜ້າ​ກະ​ຊັບ​ຮູ​ຂຸມ​ຂົນສ່ຽງ​ໜ້າ​ພັງ

ໃຊ້“ເບກ​ກິ້ງ​ໂຊ​ດາ”ລ້າງ​ໜ້າ​ກະ​ຊັບ​ຮູ​ຂຸມ​ຂົນສ່ຽງ​ໜ້າ​ພັງ

Published on

557000014537601

   ຄວາມ​ເຊື່ອ​ເລື່ອງ​ຄວາມງາມ​ແບບ​ຜິດໆໃຊ້ເບກ​ກິ້ງ​ໂຊ​ດາລ້າງ​ໜ້າ​ຫວັງ​ກະ​ຊັບ​ຮູ​ຂຸມ​ຂົນແພດ​ຜິວ​ໜັງ​ເຕືອນ​ສຸດ​ອັນຕະລາຍສ່ຽງ​ເກີດ​ອາການ​ແພ້ລະ​ຄາຍ​ເຄືອງ,ຂຶ້ນ​ຜື່ນ​ແດງ​ຮຸນແຮງ​ຜື່ນ​ກາຍ​ເປັນ​ສີ​ດຳ ໃບ​ໜ້າ​ອັກ​ເສບແຖມ​ຖິ້ມ​ຮອຍ​ດຳ​ເທິງ​ໃບ​ໜ້າຢ້ຳ​ຫ້າມ​ຫລົງ​ເຊື່ອ​ໃຊ້​ລ້າງ​ໜ້າ​ເດັດ​ຂາ  
       ຜູ້​ສື່​ຂ່າວ​ລາຍ​ງານ​ວ່າຂະນະ​ນີ້ໃນ​ສັງຄົມ​ອອນ​ໄລມີ​ການ​ເຜີຍແຜ່​ຂໍ້​ມູນ​ວ່າສາມາດ​ໃຊ້​ເບກ​ກິ້ງ​ໂຊ​ດາ​ຫລື​ໂຊ​ດຽມ​ໄບ​ຄາລ​ບໍ​ເນດ​ທາ​ບໍລິເວນ​ໃບ​ໜ້າ​ແລ້ວ​ລ້າງ​ອອກ​ດ້ວຍນ້ຳ​ສະ​ອາດເພື່ອ​ກະ​ຊັບ​ຮູ​ຂຸມ​ຂົນ​ລ່າ​ສຸດສະມາຄົມ​ແພດ​ຜິວ​ໜັງ​ແຫ່ງ​ປະເທດ​ໄທກ່າວເຖິງ​ກໍລະນີ​ດັ່ງ​ກ່າວ​ວ່າເລື່ອງ​ນີ້​ເປັນ​ໄປ​ບໍ່​ໄດ້ເພາະ​ຮູ​ຂຸມ​ຂົນ​ເທິງ​ໃບ​ໜ້າ​ເປັນ​ລັກສະນະ​ໂຄງ​ສ້າງ​ຖາວອນ​ບໍ່​ມີ​ຫຍັງ​ຊ່ວຍ​ລຸດ​ໄດ້ແມ່ນແຕ່​ການ​ທາ​ຢາ​ກໍ​ເປັນພຽງ​ການ​ຊ່ວຍ​ລະ​ງັບ​ຊົ່ວ​ຄາວ​ຫລື​ປົກ​ປິດ​ເທົ່າ​ນັ້ນບໍ່​ສາມາດ​ປ່ຽນ​ໂຄງ​ສ້າງ​ຂອງ​ຕ່ອມ​ໃນ​ຄົນ​ໄດ້ນອກ​ຈາກ​ນີ້ ການໃຊ້​ເບກ​ກິ້ງ​ໂຊ​ດາ​ຍັງ​ອາດຈະ​ເຮັດໃຫ້​ໃບ​ໜ້າ​ເກີດ​ອາການ​ແພ້​ໄດ້​ອີກ​ດ້ວຍໂດຍ​ໃນ​ຄົນ​ທີ່​ແພ້​ຈະ​ເຮັດໃຫ້​ເກີດ​ຮອຍ​ຜື່ນ​ແດງ​ຄັນຄື​ກັບ​ການ​ແພ້​ແລະ​ລະ​ຄາຍ​ເຄື່ອງ​ສຳ​ອາງດັ່ງ​ນັ້ນຈຶ່ງ​ບໍ່​ຄວນ​ໃຊ້​ເບກ​ກິ້ງ​ໂຊ​ດາ​ລ້າງ​ໜ້າ​ໂດຍ​ເດັດ​ຂາດ 

     “ຄົນ​ທີ່​ເກີດ​ອາການແພ້​ຢ່າງ​ຮຸນແຮງ​ຈະ​ເຮັດໃຫ້​ເກີດ​ພາ​ວະ​ຜື່ນ​ແດງ​ຈົນ​ກາຍ​ເປັນ​ຜື່ນ​ສີ​ດຳແລະ​ມີ​ການ​ອັກ​ເສບ​ເທິງ​ໃບ​ໜ້າ​ໄດ້ຄື​ກໍລະນີ​ທີ່​ແພ້​ເຄື່ອງ​ສຳ​ອາງຢ່າງໃດ​ກໍ​ຕາມ​ຂໍ​ຢືນຢັນ​ວ່າປົກກະຕິ​ແລ້ວ​ເບກ​ກິ້ງ​ໂຊ​ດາ​ແທບ​ບໍ່​ມີ​ການ​ນຳ​ມາ​ໃຊ້​ກ່ຽວກັບ​ຜິວ​ໜັງ​ເລີຍຍົກ​ເວັ້ນ​ກໍລະນີ​ທີ່​ເຮົາ​ຖືກ​ພິດ​ຂອງ​ແມງ​ກະ​ພຸນ​ໄຟ ເຖິງ​ຈະ​ມີ​ການ​ນຳ​ເບກ​ກິ້ງ​ໂຊ​ດາ​ມາ​ໃຊ້​ໃນ​ການ​ຊ່ວຍ​ລຸດ​ອາການ​ອັກ​ເສບໂດຍ​ເບກ​ກິ້ງ​ໂຊ​ດາ​ຈະ​ໄປ​ຊ່ວຍ​ລຸດ​ກົດ​ດ່າງ​ທີ່​ເກີດ​ຈາກ​ພິດ​ຂອງ​ແມງ​ກະ​ພຸນ​ໄຟ​ໄດ້ແຕ່​ກໍ​ຍັງ​ບໍ່ແມ່ນ​ຕົວ​ທີ່​ດີ​ທີ່ສຸດດັ່ງ​ນັ້ນຈຶ່ງ​ບໍ່​ຄວນ​ນຳ​ມາ​ໃຊ້​ກັບ​ຜິວ​ໜັງນາ​ຍົກ​ສະມາຄົມ​ແພດ​ຜິວ​ໜັງກ່າວການ​ທີ່​ຈະ​ນຳ​ສິ່ງ​ໃດ​ກໍ​ຕາມ​ມາ​ໃຊ້​ກັບ​ຜິວ​ໜັງຫາກເປັນ​ເຄື່ອງ​ສຳ​ອາງ​ກໍ​ຕ້ອງ​ຜ່ານ​ການ​ວິ​ໄຈ​ແລະ​ຮອງ​ຮັບ​ມາດຕະຖານລວມ​ເຖິງ​ຜ່ານ​ການ​ກວດ​ສອບ​ຈາກ​ສຳ​ນັກ​ງານ​ຄະນະ​ກຳມະການ​ອາຫານ​ແລະ​ຢາແລ້ວ​ວ່າ​ບໍ່​ເຮັດໃຫ້​ເກີດ​ການ​ແພ້ເພາະ​ການ​ທີ່​ນຳ​ຂອງ​ທີ່​ຜິດໆບໍ່​ຜ່ານ​ການ​ຮອງ​ຮັບ​ມາ​ໃຊ້​ຈະ​ເຮັດໃຫ້​ເກີດ​ຜົນ​ເສຍ​ຫລາຍກວ່າແລະ​ຍັງ​ບໍ່​ຊ່ວຍ​ໃຫ້​ຫຍັງ​ດີ​ຂຶ້ນຢ່າງ​ກໍລະນີ​ນຳ​ເບກ​ກິ້ງ​ໂຊ​ດາ​ມາ​ໃຊ້​ລ້າງ​ໜ້າ​ນັ້ນ​ກໍ​ຈະ​ເຮັດໃຫ້​ຜິວ​ໜ້າ​ເກີດ​ອາການ​ແພ້​ເກີດຜື່ນ​​ດຳ​ດ່າງ​ເປັນ​ຮອຍ​ດຳ​ໄດ້

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...