spot_img
Homeຄວາມງາມທາ​ແປ້ງ​ຖືກ​ວິທີໜ້າ​ໃສມີ​ໄຊ​ໄປ​ກວ່າ​ເຄຶ່ງ!

ທາ​ແປ້ງ​ຖືກ​ວິທີໜ້າ​ໃສມີ​ໄຊ​ໄປ​ກວ່າ​ເຄຶ່ງ!

Published on

korea-399x600

     ສາວໆທຸກ​ຄົນ​ຕ່າງ​ກໍ​ມີ​ແປ້ງ​ໃນ​ດວງ​ໃຈ​ກັນ​ທັງ​ນັ້ນແຕ່​ແປ້ງ​ແບບໃດ​ລະ​ທີ່​ຈະ​ເໝາະ​ກັບ​ສະພາບ​ຜິວ​ໜ້າ​ຂອງ​ແຕ່​ລະ​ຄົນມາ​ເບິ່ງ​ກັນ​ເລີຍ?.

-ແປ້ງ​ຝຸ່ນ ຖ້າເຈົ້າ​ເປັນ​ສາວ​ຜິວ​ແຫ້ງ​ແປ້ງ​ຝຸ່ນເປັນ​ຄຳ​ຕອບ​ທີ່​ດີ​ທີ່ສຸດເພາະ​ເນື້ອ​ແປ້ງ​ຊະນິດ​ຝຸ່ນ​ຈະ​ບາງ​ເບົາຊ່ວຍ​ປົກ​ປິດ​ໄດ້​ພຽງ​ເລັກນ້ອຍຈຶ່ງ​ຊ່ວຍ​ເຜີຍ​ຜິວ​ຂອງ​ເຈົ້າ​ໄດ້​ຢ່າງ​ເຕັມ​ທີ່ເໝາະ​ກັບ​ລຸກ​ສາວ​ໃສໆງາມ​ແບບ​ທຳມະຊາດ

-ແປ້ງ​ອັດ​ແຂງ ສາວຜິວ​ມັນ​ພົກ​ແປ້ງ​ອັດ​ແຂງ​ໄວ້​ຕິດ​ກະ​ເປົ໋າ​ໄດ້​ເລີຍ​ເພາະ​ແປ້ງ​ຊະນິດ​ນີ້​ເກີດ​ມາ​ເພື່ອ​ເຈົ້າ​ ເລີຍໃຊ້​ກໍ​ງ່າຍ,ພົກ​ພາ​ສະ​ດວກ,ຕົບ​ທີ​ດຽວ​ຢູ່​ທັງ​ມື້ແຖມ​ຍັງ​ຊ່ວຍ​ປົກ​ປິດ​ໄດ້​ຢ່າງ​ຍອດ​ຢ້ຽມ​ອີກ​ດ້ວຍ

ແປງ​ປັດ​ແປ້ງ ເປັນ​ອຸປະກອນ​ທີ່​ສາມາດ​ໃຊ້​ໄດ້​ກັບ​ທັງ​ແປ້ງ​ຝຸ່ນ​ແລະ​ແປ້ງ​ພັບເພາະ​ຊ່ວຍ​ໃຫ້​ການ​ທາ​ແປ້ງ​ບໍ່​ໜາ​ໜັກ​ໜ້າ​ຈົນ​ເກີນ​ໄປຄວນ​ເລືອກ​ແປງ​ທີ່​ນຸ່ມ​ເພື່ອ​ຖະ​ໜອມ​ຜິວ​ໜ້າຮູ້​ບໍ່​ວ່າ​ແປງ​ແຂງໆ​ຈະ​ເຮັດໃຫ້​ຮູຂຸມ​ຂົນ​ຂອງ​ເຈົ້າ​ກວ້າງ​ຂຶ້ນ​ໄດ້

-ຟອງນ້ຳ ເປັນ​ສິ່ງ​ທີ່​ຈຳ​ເປັນ​ຫລາຍສາມາດ​ຊ່ວຍ​ເກ່ຍ​ຮອງ​ພື້ນ​ໃຫ້​ລຽບ​ນຽນ​ຍິ່ງ​ຂຶ້ນແລະ​ຍັງ​ໃຊ້​ທາ​ແປ້ງ​ອັດ​ແຂງ​ໄດ້​ອີກ​ດ້ວຍຮັບຮອງ​ວ່າ​ເມກ​ອັບ​ຕິດ​ທົນ​ຍາວນານ​ທັງ​ມື້​ແນ່ນອນ

 

 

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...