spot_img
Homeຂ່າວຕ່າງປະເທດສະຫະລັດ ພົບໄວຣັສ ຊະນິດໃໝ່ມີ ເຫັບ ເປັນໂຕນໍາເຊື່ອ

ສະຫະລັດ ພົບໄວຣັສ ຊະນິດໃໝ່ມີ ເຫັບ ເປັນໂຕນໍາເຊື່ອ

Published on

ສະຫະລັດ ພົບໄວຣັສ ຊະນິດໃໝ່ມີ ໂຕເຫັບ ເປັນໂຕນໍາເຊື່ອ

972005

ສໍານັກງານຄວບຄຸມ ແລະ ປ້ອງກັນໂລກຂອງສະຫະລັດພົບ “ເບີຣ໌ເບິນ” ໄວຣັສ ຊະນິດໃໝ່ທີ່ຂ້າຊີວິຊາຍໄວ 50ປີ ໄນລັດແຄນຊັສ ໂດຍມີເຫັບ ແລະ ຫມັດເປັນໂຕນໍາເຊື່ອ

ສໍານັກຂ່າວ CNN ລາຍງານຈາກກຸງວໍຊິງຕັນ ປະເທດສະຫະລັດອາເມລິກາເມື່ອວັນທີ 21 ກຸມພາ ວ່າ ສໍານັກງານຄວຍຄຸມ ແລະ ປ້ອງກັນໂລກຊອງສະຫະລັດ(ຊີດີຊີ) ອອກຖະແຫຼງການເມື່ອວັນສຸກ ເລື່ອງການຄົ້ນພົບໄວຣັສ ຊະນິດໃໝ່ ຈາກການກວດວິເຄາະ ເລືອດຂອງຜູ້ປ່ວຍຊາຍໄວ 50ປີ ລາຍໜຶ່ງ ທີ່ເສຍຊີວິດໂດຍບໍ່ຊາບສາເຫດທີ່ແນ່ນອນ ໃນເມືອງເບີຣ໌ເບິນ ລັດແຄນຊັສ ພຽງ 11 ວັນຫຼັງສະແດງອາການປ່ວຍ

ເມື່ອຊ່ວງຕົ້ນປີ 2014 ຊາຍຄົນດັ່ງກ່າວຖືກເຫັບ ແລະ ໝັດກັດຈໍານວນຫຼາຍ ຂະນະທີ່ລາວເຮັດກິດຈະກໍາຢູ່ນອກບ້ານ ຈາກນັ້ນ 2 ວັນລາວກໍເລີ່ມມີອາການປ່ວຍໃນຫຼາຍລັກສະນະປະກອບກັນ ທັງໄຂ້ ອອນເພຍ ອອກຜືນແດງ ເຈັບຫົວ ເຈັບກ້າມເນື້ອໄປໝົດໂຕ ອາຈຽນປວດຮາກ ກ່ອນຈະໄປຫາໝໍໃນວັນທີ່ 3 ແລະ ຫຼັງຈາກນັ້ນ ອາການກໍ່ໜັກຂຶ້ນເລື່ອຍໆ ແລະ ເສຍຊີວິິດດ້ວຍອາການຫົວໃຈຫຼົ່ມເຫຼວ ໂດຍຍັງພົບວ່າເຂົາມີປະລິມານເມັດເລືອດໃນລະດັບຕໍ່າ ຊຶ່ງອາດເປັນຜົນມາຈາກການຕິເຊື່ອ ຫຼືມີພາວະເລືອດອອກ

ໃນຊ່ວງທີ່ເຂົ້າຮັກສາໂຕຢູ່ໃນໂຮງໝໍ ທ່ານໝໍໄດ້ທົດສອບການຕິດເຊື່ອທີ່ນ່າຈະເປັນໄປໄດ້ ແຕ່ກັບພົບວ່າຜົນການທົດສອບເປັນລົບທັງໝົດ ບໍ່ພົບການຕິດເຊື່ອໃດໆ ຈຶ່ງໄດ້ສົ່ງຕົວຢ່າງເລືອດໄປທົດລອງທີ່ ຊີດີຊີ ຜົນພົບວ່າເປັນໄວຣັສ ຊະນິດໃໝ່ ໃນກຸ່ມຂອງໂທໂກໂທໄວຣັສ (Thogotovirus) ຊຶ່ງປົກກະຕິຈະມີມາຈາກການຖືກແມງໄມ້ ຫຼື ຈໍາພວກເຫັບ ໝັດກັດ ພົບໃດ້ໃນຢູໂຣບ ເອເຊຍ ແລະ ແອຟຣິກາ ໂດຍໄວຣັສຊະນິດໃໝ່ນີ້ ໄດ້ຊື່ຕາມເມື່ອງທີ່ພົບການຕິດເຊື່ອວ່າ “ເບີຣ໌ເບິນ” ຊຶ່ງເປັນຄັ້ງທໍາອິດທີ່ພົບການຕິດເຊື້ອ ກຸ່ມນີ້ໃນສະຫະລັດ

ຊີດີຊີ ເຜີຍວ່ານຂະນະນີ້ຍັງຄົງມີຜູ້ຕິດເຊື້ອພຽງລາຍດຽວ ພ້ອມທັງອອກປະກາດເຕືອນ ໃຫ້ປະຊາຊົນປ້ອງກັນຕົວເອງ ບໍ່ໃຫ້ສັດທີ່ເປັນພາຫະນີ້ກັດ ດ້ວຍການໃຊ້ຜະລິດຕະພັນໄລ່ແມງໄມ້ ນຸ່ງໃສ່ເສື້ອຜາທີ່ປົກຄຸມມິດຊິດ ແລະ ຫລີກລ່ຽງ ການເຂົ້າໄປຍັງພື້ນທີ່ຮົກທຶບ ແລະ ປ່າ ລວມໄປເຖີງການກວດສອບວ່າມີສັດທີ່ເປັນພາຫະໃນບໍລິເວັນດັ່ງກ່າວຫຼືບໍ່ ຫາກຈໍາເປັນຕ້ອງເຮັດກິດຈະກໍາກາງແຈ້ງ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...