spot_img
Homeຂ່າວຕ່າງປະເທດສະ​ຫະ​ລັດ​ປະ​ເຊີນ​ລົມ​ໜາວ​ຈັດ -40 ອົງ​ສາ ​ມີ​ຄົນຕາຍ​ໜາວ​ແລ້ວ 26 ຄົນ

ສະ​ຫະ​ລັດ​ປະ​ເຊີນ​ລົມ​ໜາວ​ຈັດ -40 ອົງ​ສາ ​ມີ​ຄົນຕາຍ​ໜາວ​ແລ້ວ 26 ຄົນ

Published on

EyWwB5WU57MYnKOuFqOfFOD3Bhf6eiC0XsTsWknUPFQVIQ7lFazp1o

ຊາວ​ອາ​ເມ​ຣິ​ກັນ​ຫລາຍ​ລັດ ຕ້ອງ​ປະ​ເຊີນ​ກັບ​ອາ​ກາດ​ໜາວ​ຈັດ ອຸນ​ຫະ​ພູມ​ແຕະ​ລະ​ດັບ -40 ອົງ​ສາ​ໃນ​ບາງ​ພື້ນ​ທີ່ ຂະ​ນະ​ທີ່​ມີ​ຊາວ​ອາ​ເມ​ຣິ​ກັນ ແລະ ກາ​ນາ​ດາ ເສຍ​ຊີ​ວິດ​ແລ້ວ 26 ຄົນ ໃນ​ອາ​ທິດ​ທີ່​ຜ່ານ​ມາ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 23 ກຸມ​ພາ​ຜ່ານ​ມາ​ນີ້​ວ່າ ສະ​ຖາ​ນະ​ການ​ໄພ​ໜາວ​ທີ່​ກຳ​ລັງ​ສົ່ງ​ຜົນ​ກະ​ທົບ​ຕໍ່​ຊາ​ວ​ອາ​ເມ​ຣິ​ກັນ ໃນ​ຫລາຍ​ລັດ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ສະ​ຫະ​ລັດ​ວ່າ ປະ​ຊາ​ຊົນ​ໃນ​ພື້ນ​ທີ່​ບາງ​ສ່ວນ​ຂອງ​ລັດ ດາ​ໂກ​ຕາ​ເໜືອ ແລະ ມິ​ເນ​ໂຊ​ຕາ ຕ້ອງ​ປະ​ເຊີນ​ກັບ​ລົມ​ໜາວ​ຈັດ ລະ​ດັບ -40 ອົງ​ສາ ໃນ​ວັນ​ອາ​ທິດ​ທີ 22 ກຸມ​ພາຜ່ານ​ມາ ແລະ ລົມ​ໜາວ​ລະ​ດັບ -20 ອົງ​ສາ ພັດ​ຜ່ານ​ເມືອງ​ຊິ​ຄາ​ໂກ ລັດ​ອິ​ລິ​ນອຍ ໃນ​ມື້​ວັນ​ຈັນ​ທີ 23 ກຸມ​ພາ​ຜ່ານ​ມາ ຕາ​ມ​ເວ​ລາ​ໃນ​ທ້ອງ​ຖິ່ນ.

ສະ​ເພາະໃນ​ມື້​ນີ້ (24 ກຸມ​ພາ) ​ຢູ່​ລັດ​ນິວຢອກ ແລະ ຟິ​ລາ​ເດ​ເຟຍ ກໍ​ຈະ​ພົບ​ກັບ​ລົມ​ໜາວ​ລະ​ດັບ -4 ອົງ​ສາ​ພັດ​ຜ່ານ ເຊິ່ງນອກ​ຈາກ​ຈະ​ມີ​ລົມ​ໜາວ​ແລ້ວ ຍັງ​ມີ​ຫິ​ມະ​ຕົກ​ໜັກ​ໃນ​ຫລາຍ​ພື້ນ​ທີ່​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ອີກ​ດ້ວຍ ເປັນ​ເຫດ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ໃນ​ສະ​ຫະ​ລັດ ແລະ ກາ​ນາ​ດາ ເຊິ່ງ​ລ່າ​ສຸດ​ມີ​ລາຍ​ງານ​ຕາຍ​ຍ້ອນ​ອາ​ກາດ​ໜາວ​ແລ້ວ 26 ຄົນ ໃນ​ໄລ​ຍະ​ອາ​ທິດ​ທີ່​ຜ່ານ​ມາ.

NjpUs24nCQKx5e1DIKUCLbC1FjN4RDj9p8kYEpBFpb1

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...