spot_img
Homeຂ່າວຕ່າງປະເທດປະ​ຊາ​ກອນ​ມຽນ​ມ້າ ບໍ່​ຮອດ 30% ໄດ້​ນຳ​ໃຊ້​ໄຟ​ຟ້າ ລັດ​ກຽມ​ສ້າງ 58 ເຂື່ອນ ພາຍ​ໃນ​ສິບ​ປີ!

ປະ​ຊາ​ກອນ​ມຽນ​ມ້າ ບໍ່​ຮອດ 30% ໄດ້​ນຳ​ໃຊ້​ໄຟ​ຟ້າ ລັດ​ກຽມ​ສ້າງ 58 ເຂື່ອນ ພາຍ​ໃນ​ສິບ​ປີ!

Published on

rtr20aiq
ຮ້ານ​ຂາຍ​ອາ​ຫານ​ແຄມ​ຖະ​ໜົນແຫ່ງ​ໜຶ່ງໃນ​ມຽນ​ມ້າ ​ນຳ​ໃຊ້​ແສງ​ທຽນ​ໃຫ້​ແສງ​ສະ​ຫວ່າງ​ໃນ​ຍາມ​ກາງ​ຄືນ​ ຍ້ອນ​ບໍ່​ມີ​ໄຟ​ຟ້າ​ໃຊ້.

ມຽນ​ມ້າ ກຳ​ລັງ​ດຳ​ເນີນ​ໂຄງ​ການ​ສ້າງ​ເຂື່ອນ​ໄຟ​ຟ້າ 58 ເຂື່ອນ ຈະ​ໃຫ້​ສຳ​ເລັດ​ພາຍ​ໃນ 5-10 ປີ ພາຍ​ໃຕ້​ການ​ສະ​ໜັບ​ສະ​ໜູນ​ຂອງ ເອ​ດີ​ບີ ແລະ ໄຈ​ກາ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 23 ກຸມ​ພາ​ຜ່ານ​ມາ​ນີ້​ວ່າ ມຽນ​ມ້າ​ມີ​ໂຄງ​ການ​ຜະ​ລິດ​ໄຟ​ຟ້າພະ​ລັງ​ນ້ຳ 58 ໂຄງ​ການ ກຳ​ລັງ​ດຳ​ເນີນ​ພາຍ​ໃຕ້​ໂຄງ​ການ​ພະ​ລັງ​ງານ​ພິ​ເສດ ຂອງ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ ຫລື ເອ​ດີ​ບີ ແລະ ອົງ​ການ​ຄວາມ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດ​ຂອງ​ຍີ່​ປຸ່ນ (JICA) ທີ່​ຄາດ​ວ່າ​ຈະ​ສ້າງ​ໃຫ້​ສຳ​ເລັດ ພາຍ​ໃນ​ໄລ​ຍະ​ເວ​ລາ 5-10 ປີ.

ປັດ​ຈຸ​ບັນ​ມີ​ປະ​ຊາ​ກອນ​ມຽນ​ມ້າ ບໍ່​ຮອດ 30% ທີ່​ສາ​ມາດ​ເຂົ້າ​ເຖິງ​ໄຟ​ຟ້າ ຫລື ນຳ​ໃຊ້​ໄຟ​ຟ້າ ເຊິ່ງ​ເປັນ​ອັດ​ຕາ​ການ​ນຳ​ໃຊ້​ໄຟ​ຟ້າ​ຕໍ່​ຫົວ​ຄົນ ຕ່ຳ​ທີ່​ສຸດ​ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ໂດຍ​ການ​ຜະ​ລິດ​ໄຟ​ຟ້າ​ຂອງ​ມຽນ​ມ້າ ສ່ວນ​ໃຫຍ່​ແມ່ນ​ມາ​ຈາກ​ພະ​ລັງ​ງານ​ນ້ຳ​ເຖິງ 74% ຮອງ​ລົງ​ມາ​ແມ່ນ​ໂຮງ​ງານ​ໄຟ​ຟ້າ​ພະ​ລັງ​ງານ​ອາຍ​ແກ​ັ​ສ 23% ແລະ ໂຮງ​ງານ​ໄຟ​ຟ້າ​ພະ​ລັງ​ງານ​ຖ່ານ​ຫີນ 3%.

ໃນ​ອີກ​ບໍ່​ເທົ່າ​ໃດ​ປີ​ຂ້າງ​ໜ້າ​ນີ້ ກະ​ຊວງ​ພະ​ລັງ​ງານ​ໄຟ​ຟ້າ​ມຽນ​ມ້າ ຈະ​ດຳ​ເນີນ​ໂຄງ​ການ​ໄຟ​ຟ້າ​ພະ​ລັງ​ງານ​ນ້ຳ ຂະ​ໜາດ​ການ​ຜະ​ລິດ 45 ເມ​ກະ​ວັດຫລາຍ​ໂຄງ​ການ ໃນ​ມັນ​ດະ​ເລ, ກະ​ສິ່ນ ແລະ ລັດ​ສານ ໂດຍ​ທາງ​ກະ​ຊວງ​ໄດ້​ລົງ​ມື​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້ ຕະ​ຫລອດ​ຮອດ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ກ່ຽວ​ກັບ​ໂຄງ​ການ​ໃນ​ເຂດ​ຕ່າງໆ​ແລ້ວ.

 

ບົດຄວາມຫຼ້າສຸດ

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...

ໂດນັລ ທຣັມ ເຜີຍຈະບໍ່ລົງເລືອກຕັ້ງປະທານາທິບໍດີອີກ ຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ 2024 ນີ້.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ກັນຍາ 2024 ນີ້ວ່າ: ໂດນັລ ທຣັມ ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີສະຫະລັດ ເປີດເຜີຍວ່າ: ຈະບໍ່ລົງສະມັກຊິງຕຳແໜ່ງປະທານາທິບໍດີສະຫະລັດເປັນຄັ້ງທີ 4 ອີກຖ້າຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ...

ມອບຜູ້ຖຶກຫາ ແລະ ເຄື່ອງຂອງກາງສັດປ່າຫວງຫ້າມ ໃຫ້ກອງກວດກາປ່າໄມ້ ແຂວງຄຳມ່ວນ.

ຂ່າວ ປກສ ແຂວງຄຳມ່ວນ ລາຍງານວ່າ: ໃນວັນທີ 19 ກັນຍາ 2024 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫລວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ໄດ້ມອບຜູ້ຖຶກຫາຈຳນວນ 02...

ການພົບປະສອງຝ່າຍ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຈີນ

ໃນວັນທີ 22 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພົບປະສອງຝ່າຍກັບທ່ານ...