spot_img
Homeຂ່າວຕ່າງປະເທດຜູ້​ເສຍ​ຊີ​ວິດ​ເຫດ​ເຮືອ​ຂ້າມ​ຟາກ​ຫລົ້ມ ຢູ່​ບັງ​ກະ​ລາ​ເທດ ເພີ່ມ​ຂຶ້ນ​ເປັນ 69 ຄົນ​ແລ້ວ

ຜູ້​ເສຍ​ຊີ​ວິດ​ເຫດ​ເຮືອ​ຂ້າມ​ຟາກ​ຫລົ້ມ ຢູ່​ບັງ​ກະ​ລາ​ເທດ ເພີ່ມ​ຂຶ້ນ​ເປັນ 69 ຄົນ​ແລ້ວ

Published on

EyWwB5WU57MYnKOuFqOfPDgqoRbObGj7q4IrVkzmZGg8tUUN7vHVlA

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຈາກ​ເຫດ​ເຮືອ​ຂ້າມ​ຟາກ​ຫລົ້ມ​ກາງ​ແມ່​ນ້ຳ ໃນ​ພາກ​ກາງ​ຂອງ​ບັງ​ກະ​ລາ​ເທດ ເພີ່ມ​ຂຶ້ນ​ເປັນ 68 ຄົນ​ແລ້ວ ແລະ ເຊື່ອ​ວ່າ​ຈະ​ຍັງ​ມີ​ຜູ​້​ເສຍ​ຊີ​ວິດ​ເພີ່ມ​ຂຶ້ນ​ອີກ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 23 ກຸມ​ພາ​ຜ່ານ​ມາ​ນີ້​ວ່າ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຈາກ​ເຫດ​ເຮືອ​ຂ້າມ​ຟາກ 2 ຊັ້ນ ເຊິ່ງ​ບັນ​ທຸກ​ຜູ້​ໂດຍ​ສານ​ຫລາຍ​ກ່​ວາ 100 ຄົນ ຫລົ້ມ​ກາງ​ແມ່​ນ້ຳ​ປັດ​ມາ ເຂດ​ມະ​ນີ​ຄະ​ກັນ​ຊະ ທາງ​ພາກ​ກາງ​ຂອງ​ປະ​ເທດ​ບັງ​ກະ​ລາ​ເທດ ຫລັງ​ຈາກ​ທີ່​ຕຳ​ເຂົ້າ​ກັບ​ເຮືອ​ຫາ​ປາ​ລຳ​ໜຶ່ງ ໃນ​ຕອນ​ບ່າຍ​ຂອງ​ມື້​ວັນ​ອາ​ທິດ​ທີ 22 ກຸມ​ພາ​ຜ່ານ​ມາ​ນີ້ ລ່າ​ສຸດ​ແມ່ນ​ໄດ້​ເພີ່ມ​ຂຶ້ນ​ເປັນ 69 ຄົນ​ແລ້ວ.

ທ່ານ ພິ​ທານ ໄຕ​ຣ​ປຸ​ຣະ ເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ທ້ອງ​ຖິ່ນ​ລະ​ບຸ​ວ່າ ໜ່ວຍ​ກູ້​ໄພ​ສາ​ມາດ​ຊ່ວຍ​ເຫລືອ​ຜູ້​ໂດຍ​ສານ​ໄດ້​ແລ້ວ ປະ​ມານ 50 ຄົນ ໂດຍ​ສ່ວນ​ໃຫຍ່​ເປັນ​ຜູ້​ໂດຍ​ສານ​ທີ່​ຢູ່​ຊັ້ນ​ເທິງ​ຂອງ​ເຮືອ ເຊິ່ງ​ໄດ້​ຕັດ​ສິນ​ໃຈ​ໂດດ​ລົງ​ແມ່​ນ້ຳ ແຕ່​ກໍ​ຍັງ​ເຊື່ອ​ວ່າ​ຍັງ​ຄົງມີ​ສົບ​ຂອງ​ຜູ້​ໂດຍ​ສານ​ທີ່ຕິດ​ຢູ່​ຊັ້ນ​ລຸ່ມຂອງ​ເຮືອ ​ເຊິ່ງ​ຕອນ​ນີ້​ສາ​ມາດ​ເກັບ​ກູ້​ຂຶ້ນ​ມາ​ໄດ້​ແລ້ວ.

 

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...