Homeອຸບັດເຫດແລະປາກົດການຫຍໍ້ທໍ້​ນັກ​ຮຽນ​ມໍ​ຕົ້ນ ຍົກ​ແກ໊ງ​ຕີ​ກັນ ຢູ່​ເມືອງ​ຈັນ​ທະ​ບູ​ລີ ຍ້ອນ​ຂັ​ດ​ແຍ່ງ​ຊູ້​ສາວ!

​ນັກ​ຮຽນ​ມໍ​ຕົ້ນ ຍົກ​ແກ໊ງ​ຕີ​ກັນ ຢູ່​ເມືອງ​ຈັນ​ທະ​ບູ​ລີ ຍ້ອນ​ຂັ​ດ​ແຍ່ງ​ຊູ້​ສາວ!

Published on

nv9GVuW
(ພາບ​ປະ​ກອບ)

ໃນທ້າຍອາທິດຜ່ານມາ ໄດ້ມີນັກຮຽນລວມກຸ່ມອາລະວາດຕີກັນ ກັບນັກຮຽນມັດທະຍົມໂຮງຮຽນແຫ່ງໜຶ່ງ ໃນເຂດເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຢ່າງຮ້າຍແຮງ ແລະ ບໍ່ເກງກົວຕໍ່ລະບຽບບ້ານເມືອງ ເຊິ່ງມີຜູ້ໄດ້ຮັບບາດເຈັບ ນຳສົ່ງໄປໂຮງໝໍຍ້ອນຖືກງ້າວ.

ເຫດການດັ່ງກ່າວ ເກີດຂຶ້ນໃນຕອນທ່ຽງຂອງວັນທີ 20 ກຸມພາຜ່ານມາ ໂດຍນັກຮຽນມັດທະຍົມຈາກໂຮງຮຽນເອກະຊົນແຫ່ງໜຶ່ງ ລວມມີທັງໝົດ 7 ຄົນ ໄດ້ລວມກຸ່ມກັນ ເຂົ້າຕີນັກຮຽນມັດທະຍົມອີກແຫ່ງໜຶ່ງຢູ່ບ້ານດຽວກັນ ທີ່ຂຶ້ນກັບເມືອງຈັນທະບູລີ ເຊິ່ງພວກເຂົາໄດ້ໃຊ້ມີດ, ພ້າ ແລະ ງ້າວ ເປັນອາວຸດໄລ່ຕີນັກຮຽນທີ່ເປັນກຸ່ມປໍລະປັກ, ເຮັດໃຫ້ຄູ່ກໍລະນີໄດ້ຮັບບາດເຈັບຄື: ຫົວແຕກ ຍັງໂຊກດີຄູອາຈານຜູ້ເຫັນເຫດການ ໄດ້ເຂົ້າຫ້າມເພື່ອໃຫ້ເຫດການດັ່ງກ່າວຢຸດຕິລົງ ແລະ ໄດ້ນຳເອົານັກຮຽນຜູ້ບາດເຈັບໄປໂຮງໝໍ ເພື່ອຍິບບາດແພ.

ຜູ້ເຫັນເຫດການໄດ້ເລົ່າໃຫ້ຟັງວ່າ: ນັກຮຽນທີ່ກໍເຫດອາລະວາດຕີກັນຄັ້ງນີ້ ມີອາຍຸປະມານ 14-15 ປີ ທີ່ຍັງສຶກສາຢູ່ຊັ້ນ
ມັດທະຍົມຕົ້ນ ໂດຍສາເຫດອາດເກີດຈາກຂໍ້ຂັດແຍ່ງທາງຊູ້ສາວ.

ຕໍ່ກັບບັນຫາດັ່ງກ່າວນີ້ແມ່ນປາກົດການຫຍໍ້ທໍ້ໜຶ່ງທີ່ເກີດຂຶ້ນໃນຖັນແຖວນັກຮຽນໄວຫນຸ່ມຢູ່ຕາມສະຖາບັນການສຶກສາຕ່າງໆ ແລະ ເປັນບັນຫາສຳຄັນທີ່ຄະນະຮັບຜິດຊອບໂຮງຮຽນລວມໄປເຖິງຄູອາຈານຈະຕ້ອງໄດ້ເອົາໃຈໃສ່ເພີ່ມທະວີ ໃນການສຶກສາອົບຮົມ ແລະ ວາງລະບຽບວິໃນຕໍ່ນັກຮຽນທີ່ກະທຳຜິດ ແລະ ມີຄວາມເດັດຂາດ ຕໍ່ນັກຮຽນຜູ້ດື້ດ້ານຢູ່ໃນແຕ່ລະໂຮງຮຽນເພື່ອເຮັດໃຫ້ໂຮງຮຽນຂອງຕົນ ບໍ່ໃຫ້ມີສະພາບອັນບໍ່ດີຕ່າງໆເກີດຂຶ້ນ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...