Homeຂ່າວຕ່າງປະເທດກຳ​ປູ​ເຈຍຈັບ 3 ​ໜຸ່ມນັກ​ທ່ອງ​ທ່ຽວ​ຝ​ຣັ່ງ ​ຫລັງເປືອຍ​ກາຍ​ຖ່າຍ​ຮູບ​ຢູ່​ນະ​ຄອນ​ວັດ

ກຳ​ປູ​ເຈຍຈັບ 3 ​ໜຸ່ມນັກ​ທ່ອງ​ທ່ຽວ​ຝ​ຣັ່ງ ​ຫລັງເປືອຍ​ກາຍ​ຖ່າຍ​ຮູບ​ຢູ່​ນະ​ຄອນ​ວັດ

Published on

13626f31

ນັກ​ທ່ອງ​ທ່ຽວໜຸ່ມ​ຊາວ​ຝ​ຣັ່ງ ຖືກ​ຈັບ​ໃນ​ກຳ​ປູ​ເຈຍ ຫລັງ​ແກ້​ເຄື່ອງ​ເປືອຍ​ກາຍ ຖ່າຍ​ຮູບ​ຢູ່​ນະ​ຄອນ​ວັດ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 3 ກຸມ​ພາ​ຜ່ານ​ມາ​ນີ້​ວ່າ ນັກ​ທ່ອງ​ທ່ຽວ​ຝ​ຣັ່ງ 3 ຄົນ ຖືກ​ຈັບ​ກຸມ​ໃນ​ກຳ​ປູ​ເຈຍ ຫລັງ​ຈາກ​ໄປ​ເປືອຍ​ກາຍຖ່າຍ​ຮູບ​ພາຍ​ໃນ​ນະ​ຄອນ​ວັດ ເຊິ່ງ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ສຳ​ຄັນ​ຂອງ​ປະ​ເທດ ແລະ ເປັນ​ມໍ​ລະ​ດົກ​ໂລກ​ ເມື່ອ​ວັນ​ທີ 29 ມັງ​ກອນ​ຜ່ານ​ມາ.

ໂຄ​ສົກ​ທາງ​ການ​ຂອງ​ກຳ​ປູ​ເຈຍ​ໄດ້​ລະ​ບຸ​ວ່າ ນະ​ຄອນ​ວັດ​ແຫ່ງ​ນີ້ ເປັນ​ສະ​ຖານ​ທີ່​ສັກ​ສິດ ແລະ ຝ​ຣັ່ງ​ທັງ 3 ຄົນ​ນີ້ ໄດ້​ສະ​ແດງ​ພຶດ​ຕິ​ກຳ​ທີ່​ບໍ່​ເໝາະ​ສົມ ໂດຍ​ຕຳ​ຫລວດ​ຂອງ​ກຳ​ປູ​ເຈຍ ໄດ້​ດຳ​ເນີນ​ຄະ​ດີ​ກັບ​ພວກ​ກ່ຽວ ໃນ​ຂໍ້​ຫາ​ແກ້​ເຄື່ອງ​ໃນ​ທີ່​ສາ​ທາ​ລະ​ນະ ເຊິ່ງ​ເປັນ​ສິ່ງ​ທີ່​ຮັບ​ບໍ່​ໄດ້​ໃນ​ສັງ​ຄົມ​ກຳ​ປູ​ເຈຍ.


ba1d421

ບົດຄວາມຫຼ້າສຸດ

ສຸມໃສ່ການພັດທະນາພື້ນຖານໂຄງລ່າງ ກໍ່ສ້າງ ແລະ ບູລະນະສ້ອມແປງເສັ້ນທາງ ໃຫ້ສາມາດນໍາໃຊ້ໄດ້ຕະຫຼອດປີ.

(ສພຊ) - ວັນທີ 8 ກໍລະກົດ 2026 ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ສັງລວມການປະກອບຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) 40 ທ່ານ...

ສປປ ລາວ ເຂົ້າຮ່ວມໂຄງການ eYAA ຂອງທະນາຄານ Maybank ແລະ ASEAN Foundation ເປັນຄັ້ງທໍາອິດ.

ໃນຂະນະທີ່ ສປປ ລາວ ກຳລັງຂັບເຄື່ອນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 (2026–2030), ການສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ ແລະ ເພິ່ງຕົນເອງ ຍັງຄົງເປັນບຸລິມະສິດລະດັບຊາດ. ເຖິງຢ່າງໃດກໍຕາມ, ຫຼາຍຊຸມຊົນໃນເຂດຊົນນະບົດ ຍັງຄົງຜະເຊີນກັບສິ່ງທ້າທາຍອັນໃຫຍ່ຫຼວງ,...

ບາດກ້າວໃໝ່! PTT (LAO) ຈັບມື BlueDot ເຊັນ MOU ສຶກສາຮ່ວມທຶນຂະຫຍາຍສະຖານີສາກລົດໄຟຟ້າ.

ວັນທີ 2 ກໍລະກົດ 2026 ບໍລິສັດ ພີທີທີ (ລາວ) ຈໍາກັດ (PTT LAO) ແລະ ບໍລິສັດ ລາວທານີ ກົນຈັກໜັກ...

ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ.

ທ່ານ ສອນໄຊ ສີພັນດອນ ໄດ້ສະເຫນີລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ ດ້ວຍວິທີການຕ່າງໆ ເປັນຕົ້ນແມ່ນ ໄດ້ປັບປຸງລະບົບສາຍສຶກສາສາມັນ ຈາກ 5+4+3 ເປັນ 6+3+3...