spot_img
Homeຂ່າວຕ່າງປະເທດຊາວ​ປະ​ມົງ​ອົດ​ສະ​ຕາ​ລີ ຈັບ​ສະ​ຫລາມ​ກັອບ​ລິນ ສັດ​ທະ​ເລ​ດຶກ​ດຳ​ບັນ 100 ລ້ານ​ປີໄດ້!

ຊາວ​ປະ​ມົງ​ອົດ​ສະ​ຕາ​ລີ ຈັບ​ສະ​ຫລາມ​ກັອບ​ລິນ ສັດ​ທະ​ເລ​ດຶກ​ດຳ​ບັນ 100 ລ້ານ​ປີໄດ້!

Published on

ca1

ຊາວ​ປະ​ມົງ​ອົດ​ສະ​ຕາ​ລີ ຈັບ​ສະ​ຫລາມ​ກັອບ​ລິນ​ໄດ້ ຜູ້​ຊ່ຽວ​ຊານ​ສັດ​ທະ​ເລ​ລະ​ບຸ ເປັນ​ສັດ​ດຶກ​ດຳ​ບັນ ເປັນ​ສາຍ​ພັນ​ເດີມ ກ່​ວາ 100 ລ້ານ​ປີ​ກ່ອນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 3 ກຸມ​ພາ​ນີ້​ວ່າ ທ່ານ ເຄັນ​ລີ້ ຊາວ​ປະ​ມົງອົດ​ສະ​ຕາ​ລີ ​ອາ​ຍຸ 22 ປີ ສາ​ມາດ​ຈັບສະ​ຫລາມ​ກັອບ​ລິນ​ໄດ້ ເຊິ່ງ​ເປັນ​ສະ​ຫລາມ​ທີ່​ອາ​ໄສ​ຢູ່​ໃນ​ນ້ຳ​ເລິກກ່​ວາ 1 ກິ​ໂລ​ແມັດຈາກ​ຜິວ​ນ້ຳ ມີ​ຮູບ​ຮ່າງ​ທີ່​ແປກ​ປະ​ຫລາດ ເຊິ່ງ​ບໍ່​ປະ​ກົດ​ໃຫ້​ເຫັນ​ມາ​ກ່ອນ ໂດຍ​ນັກ​ວິ​ທະ​ຍາ​ສາດ​ໄດ້​ລະ​ບຸ​ວ່າ ສະ​ຫລາມ​ກັອບ​ລິນ​ນີ້ ແມ່ນ​ເປັນ​ສາຍ​ພັນ​ທີ່​ຍັງ​ຮັກ​ສາ​ຮູບ​ຮ່າງ​ເດີມ​ຂອງ​ຕົນ​ເອງ ຍ້ອນ​ຫລັງ​ຄືນ​ໄປ​ບໍ່​ຕ່ຳ​ກ່​ວາ 100 ລ້ານ​ປີ.

ຜູ້​ຊ່ຽວ​ຊານ​ໄດ້​ຄາດ​ການ​ວ່າ ສະ​ຫລາມ​ກັອບ​ລິນ​ທີ່​ສາ​ມາດ​ຈັບ​ໄດ້​ນີ້ ແມ່ນ​ມີ​ອາ​ຍຸ​ປະ​ມານ 2-3 ປີ ໂດຍ​ມີ​ຄວາມ​ຍາວ​ລຳ​ຕົວ 1.2 ແມັດ ເຊິ່ງ​ມັນ​ຍັງ​ຈະ​ສາ​ມາດ​ມີ​ຄວາມ​ຍາວ​ເພີ່ມ​ໄດ້​ອີກ​ເຖິງ 3.8 ແມັດອີກ​ດ້ວຍ.

ca2 ca3

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...