spot_img
Homeຄວາມຮູ້ກ່ຽວກັບ AECວັດທະນະທຳບາງຢ່າງທີ່ຄວນຮູ້ ຂອງ 10 ປະເທດອາຊ່ຽນ

ວັດທະນະທຳບາງຢ່າງທີ່ຄວນຮູ້ ຂອງ 10 ປະເທດອາຊ່ຽນ

Published on

ຂໍ້ຫ້າມຂອງ 10 ປະເທດອາຊ່ຽນທີ່ຄວນຮູ້

FSADDF

ມື້ນີ້ມາຕິດຕາມອັບເດດເລື່ອງລາວຂອງອາຊ່ຽນ ຫຼື AEC ທີ່ຫຼາຍຄົນອາດຍັງບໍໍ່ທັນຮູ້ເຊັ່ນວ່າ ເລື່ອງຂອງວັດທະນະທຳຂອງທັງ 10 ປະເທດເພາະວ່າວັດທະນະທຳ ຂອງແຕ່ລະປະເທດກໍ່ບໍ່ຄືກັນ ເຊິ່ງຈະແຕກຕ່າງຈາກບ້ານເຮົາ. ດັ່ງນັ້ນ, ເພື່ອບໍ່ໃຫ້ເຮັດພາດໃນສິ່ງທີ່ບໍ່ຄວນເຮັດຂອງບັນດາປະເທດໃນອາຊ່ຽນ ແລະ ເພື່ອຈະໄດ້ເຄົາລົບສິດທິຂອງງແຕ່ລະປະເທດໄດ້ຢ່າງຖືກຕ້ອງ ເຮົາຈຶ່ງກຽມຄວາມພ້ອມດ້ວຍເຄັດຄວາມຮູ້ດີໆ ກ່ອນເປີດປະຕູສູ່ອາຊ່ຽນ.

ເລີ່ມຈາກ I: ປະເທດບຣູໄນ ດາຣຸສຊາລາມ (Brunei Darussalam)

1 ຄວນຫຼີກລ່ຽງ ເສື້ອຜ້າສີເຫຼືອງ ເພາະຖືເປັນສີຂອງພຣະມະຫາກະສັດ

2 ການທັກທາຍຈະຈັບມືກັນເບົາໆ ແລະ ຜູ້ຍິງຈະບໍ່ຍື່ນມືໃຫ້ຜູ້ຊາຍຈັບ

3 ການໃຊ້ນີ້ວມືຊີ້ ຄົນ ຫຼື ສິ່ງຂອງຖືວ່າບໍ່ສຸພາບ ແຕ່ຈະໃຊ້ຫົວແມ່ມືຊີ້ແທນ

4 ຈະບໍ່ເອົາມືເບື້ອງຊ້າຍ ໃນການຍື່ນ-ສົ່ງ ເຄື່ອງໃຫ້ຜູ້ອື່ນ.

5 ຜູ້ຍິງເວລານັ່ງຈະບໍ່ໃຫ້ປາຍຕີນຊີ້ໄປຫາຜູ້ຊາຍ ແລະ ບໍ່ສົ່ງສຽງ ຫຼື ຫົວດັງ

6 ວັນຢຸດຄືວັນສຸກ ແລະ ວັນອາທິດ, ວັນສຸກ 12:00-14:00ນາທີ ທຸກຮ້ານຈະປິດ

7 ຈັດງານຕອນແລງຕ້ອງຈັດຫຼັງ 8 ໂມງແລງ

II ປະເທດ ກໍາມປູເຈຍ (Cambodia)

1 ຜູ້ຍິງບໍ່ຄວນແຕ່ງໂຕເຊັກຊີ່, ຜູ້ຊາຍຈົ່ງຜົມຍາຈະເບິ່ງວ່າບໍ່ສຸພາບຄືກັບນັກເລງ.

2 ຫ້າມຈັບຫົວ ຄົນກໍາປູເຈຍ ຖືວ່າເປັນພາກສ່ວນທີ່ສໍາຄັນທີ່ສຸດຂອງຮ່າງກາຍ

3 ຈ້ອງ(ສົບ)ຕາດົນເກີນໄປ ຖືວ່າບໍ່ໃຫ້ກຽດ

III ປະເທດອິນໂດເນເຊຍ (Indonesia)

1 ບໍ່ຄວນໃຊ້ມີເບື້ອງຊ້າຍໃນການຮັບ – ສົ່ງເຄື່ອງ ຄົນມຸສລິມອິນໂດເນເຊຍຖືວ່າມືຊ້າຍບໍ່ສຸພາບ

2 ນິຍົມໃຊ້ມືກິນເຂົ້າ

3 ບໍ່ຄວນຊີ້ດ້ວຍນີ້ວຊີ້ ແຕ່ໃຊ້ນີ້ວໂປ້ຊີ້ແທນ

4 ບໍ່ຈັບຫົວຄົນອິນໂດ ລວມທັງການລູບຫົວເດັກນ້ອຍ

5 ການຄອບຄອງຢາເສບຕິດ ອາວຸດ ໜັງສືຮູບພາບອານາຈານ ມີການລົງໂທດໜັກ ລວມທັງການນໍາເຂົ້າ ແລະຄອບຄອງຢາເສບຕິດມີໂທດເຖິງຂັ້ນປະຫານຊີວິດ

6 ມີການລົງໂທດຮຸນແຮງກ່ຽວກັບການຄ້າ ແລະ ສົ່ງອອກພືດ ແລະ ສັດ ຫຼາຍກວ່າ 200 ຊະນິດ ຈຶ່ງຄວນກວດສອບກ່ອນຊື້ ຫຼື ນໍາພືດ ແລະ ສັດອອກນອກປະເທດ.

7 ງານສົບໃສ່ຊຸດສີຫຍັງກໍ່ໄດ້

IV ປະເທດລາວ (Laos)

1 ຂັບລົດເບື້ອງຂວາ

2 ຕິດຕໍ່ວຽກທາງລັດຖະການ ແລະ ໄປສະຖານທີ່ເຄົາລົບເຊັນ ວັດວາອາຮາມຕ່າງໆ ຕ້ອງນຸ່ງສຸພາບ ເປັນຕົ້ນຜູ້ຍິງຕ້ອງນຸ່ງສີ້ນ.

3 ເວລາຍ່າງກາຍໜ້າຜູ້ໃຫຍ່ຕ້ອງກົ້ມຫົວ

4 ກ່ອນເຂົ້າເຮືອນຕ້ອງປົດເກີບ

5 ທັກທາຍກັນດ້ວຍການນົບມື

6 ຖືວ່າຕີນເປັນຂອງຕໍ່າ ບໍ່ຄວນພາດເທີງໂຕະ ຫຼື ຕັ່ງ ຫຼືບໍ່ຄວນຢຽດຕີນໄປຫາຜູ້ອຶ່ນ

7 ການສະແດງອອກທາງເພດໃນທີ່ສາທາລະນະ ຍັງບໍ່ໄດ້ຮັບການຍອມຮັບໃນວັດທະນາທໍາລາວ

8 ພຣະສົງບໍ່ສາມາດເຕະຕ້ອງຜູ້ຍິງໄດ້

 

V ປະເທດມາເລເຊຍ (Malaysia)

1 ໃຊ້ມືຂວາພຽງເບື້ອງດຽວໃນການຮັບປະທານອາຫານ ແລະ ຮັບສົ່ງສິ່ງຂອງ

2 ເຄື່ອງດື່ມແອລກໍຮໍລ໌ເປັນເລື່ອງຕ້ອງຫ້າມ

VI ປະເທດມຽນມ່າ (Myanmar)

1 ບໍ່ຄວນເວົ້າເລື່ອງການເມືອງກັບຄົນທີ່ບໍ່ຄຸ້ນເຄີຍ

2 ເຂົ້າວັດຕ້ອງປົດເກີບ ແລະ ຖົງຕີນ

3 ຫ້າມຢຽບເງົາຂອງພະສົງ

4 ໃຫ້ນາມບັດຕ້ອງຍື່ນໃຫ້ສອງມື

5 ບໍ່ຄວນໃສ່ກະໂປງສັ້ນ ສົ້ງຂາສັ້ນ ໃນສະຖານທີ່ສາທາລະນະ ແລະ ສາສະໜາສະຖານ

6 ຜູ້ຊາຍມັກຄ້ຽວໝາກ

VII ປະເທດຟີລິບປິນ (Philippines)

1 ຄໍ້າແອວໝາຍເຖິງທ້າທາຍ

2 ໃຊ້ປາກຊື້ເຄື່ອງ

3 ກິນເຂົ້າເຮືອນໝູ່ ສາມາດຫໍ່ກັບເຮືອນໄດ້ ແຕ່ຕ້ອງມີຂອງຝາກໃຫ້ໝູ່

4 ຕົບແຕ່ງບ້ານ 2 ເດືອນ ຕ້ອນຮັບຄຣິສມາສ

VIII ປະເທດສິງກະໂປ (Singapore)

1 ການຫຼົບໜີເຂົາສິງກະໂປ ແລະ ປະກອບອາຊີບຂາຍບໍລິການ ຜິດກົດໝາຍ ຈະຖືກລົງໂທດຢ່າງຮຸນແຮງ

2 ການລັກລອບນໍາຢາເສບຕິດ ອາວຸດປືນ ແລະ ສິ່ງທີ່ປຜິດກົດໝາຍອຶ່ນໆ ຈະໄດ້ຮັບໂທດຢ່າງຮຸນແຮງເຖິງຂັ້ນປະຫານຊີວິດ.

3 ຂຶ້ນຂັ້ນໄດເລື່ອນໃຫ້ຢືນເບື້ອງຊ້າຍ

4 ຫ້າມຖີ້ມຂີ້ເຫຍື້ຍຊະຊາຍ, ຫ້າມເອົາໝາກໄມ້ໃນທີ່ສາທາລະນະ, ຫ້າມນຳເຂົ້າແລະຫຍ້ຳໝາກຝຣັ່ງ

IX ປະເທດຫວໜດນາມ (Vietnam)

1 ຫວຽດນາມບໍ່ອະນຸຍາດໃຫ້ຖ່າຍຮູບ ອາຄານບ່ອນເຮັດວຽກຕ່າງໆຂອງລັດ

2 ຄະດີຢາເສບຕິດ ການສໍ້ໂກງຂອງລັດມີໂທດປະຫານຊີວິດ

3 ບໍຖ່າຍຮູບ 3 ຄົນຢ່າງເດັດຂາດ ເພາະຖືວ່າຈະເຮັດໃຫ້ເບື່ອກັນ ຫຼື ແຍກກັນຫຼືຄົນໃດຄົນໜຶ່ງເສຍຊີວິດ

4 ຕ້ອງເຊີນຜູ້ໃຫຍ່ກ່ອນກິນເຂົ້າ

X ປະເທດໄທ (Thailand)

1 ເຂົ້າວັດຕ້ອງນຸ່ງເຄື່ອງຮຽບຮ້ອບ ກ່ອນເຂົ້າໂບດຕ້ອງປົດເກີບ

2 ຫ້າມບໍ່ໃຫ້ພະສົງແຕະຕ້ອງຜູ້ຍິງ

3 ສະຖາບັນພຣະມະຫາກະສັດເປັນທີ່ເຄົາລົບ ການລະເມີດໃດໆ ຖືວ່າເປັນຄວາມຜິດທາງລັດຖະທຳມະນູນ

4 ທັກທາຍກັນດ້ວຍການໄຫວ້

5 ຖືວ່າຕີນເປັນຂອງຕໍ່າ ບໍ່ຄວນພາດເທີງໂຕະ ຫຼື ຕັ່ງ

6 ການສະແດງອອກທາງເພດໃນທີ່ສາທາລະນະ ຍັງບໍ່ໄດ້ຮັບການຍອມຮັບໃນວັດທະນາທໍາໄທ

ZX

ສິ່ງຕ່າງໆທີ່ກ່າວມາຂ້າງເທິງ ອາດຈະຍັງບໍ່ທັນຄົບຖ້ວນ ທ່ານຜູ້ອ່ານຄວນມີສະຕິ ສຶກສາວັດທະນະທຳຂອງປະເທດນັ້ນໆ ທີ່ທ່ານໄປທ່ອງທ່ຽວ

>>ຂອບໃຈແຫຼ່ງຂໍ້ມູນhttp://teen.mthai.com/variety/74797.html

 

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...