spot_img
Homeຄວາມງາມ6 ເຄື່ອງສຳອາງຫ້າມຢືມກັນ

6 ເຄື່ອງສຳອາງຫ້າມຢືມກັນ

Published on

 

ເຄື່ອງ​ສຳ​ອາງກໍ​ເປັນ​ຂອງ​ຄູ່​ກັນ​ກັບ​ຜູ້ຍິງ​ທຸກ​ຄົນມື້​ໃດ​ລືມກໍ​ຢືມ​ໝູ່​ກັນ​ໄດ້​ງ່າຍໆແຕ່​ສາວໆ​ຮູ້​ບໍ່ວ່າ​ການ​ຢືມເຄື່ອງ​ສຳ​ອາງ​ມັນ​ບໍ່​ປອດ​ໄພ​ແຖມ​ຍັງ​ເປັນ​ແຫລ່ງ​ລວມ​ເຊື້ອ​ພະຍາດ​ຕ່າງໆ​ທີ່​ເຮົາເອງ​ກໍ​ອາດຈະ​ຄິດ​ບໍ່​ຮອດ​ເຊັ່ນ​ກັນວ່າ​ແຕ່​ຈະ​ມີ​ຫຍັງ​ແນ່ທີ່​ເປັນເຄື່ອງ​ສຳ​ອາງ​ຫ້າມ​ຢືມ ມາ​ເບິ່ງ​ກັນ​ດີ​ກວ່າ

011_EyeLash

1. ເຄື່ອງ​ສຳ​ອາງທີ່​ກ່ຽວ​ກັບຕາ (ອາຍ​ໄລ​ເນີ, ອາຍ​ແຊ​ໂດ, ມາດ​ຄາ​ຣາ)

ສ່ຽງ: ເຍື່ອ​ຕາ​ອັກ​ເສບ

ເພາະ​ເຍື່ອ​ຜິວ​ທີ່​ເປັນ​ເມືອກ​ນັ້ນເປັນ​ຄື​ທາງ​ເຂົ້າ​ຊັ້ນ​ດີ​ໃຫ້​ກັບ​ແບກ​ທີ​ເຣຍເພາະ​ດວງ​ຕາ​ບໍ່​ໄດ້​ມີ​ຊັ້ນ​ຜິວ​ປ້ອງ​ກັນ​ຄື​ຜິວ​ໜັງ​ເຊິ່ງ​ອາດ​ເຮັດໃຫ້​ເຫລົ່າ​ສາວໆຕາ​ແດງ​ໄດ້​ງ່າຍ​ໆ

2

  1. ມີດແຖ

ສ່ຽງ : ຕິດ​ເຊື້ອ​ຜ່ານ​ເລືອດພະຍາດHIV

ມີດ​ແຖ​ນັ້ນ​ອາດຈະ​ມີ​ເລືອດ​ຕິດ​ມາ​ໄດ້ຊຶ່ງ​ອາດຈະ​ຖິ້ມ​ແບກ​ທີ​ເຣຍ​ເຖິງແມ່ນ​ວ່າຈະ​ລ້າງ​ອອກ​ແລ້ວ​ກໍ​ຕາມອາການ​ຕິດ​ເຊື້ອ​ຕ່າງໆ​ນີ້​ບໍ່​ຄຸ້ມ​ກັນ​ເລີຍ​ຍິ່ງ​ໂດຍ​ສະເພາະ​ພະຍາດHIV

3

  1. ຟອຍ​ແຕ່ງ​ໜ້າ

ສ່ຽງ :ຕິດ​ເຊື້ອ​ທາງ​ຜິວ​ໜັງ

ແບກ​ທີ​ເຣຍ​ມັກ​ຈະເຊື່ອງ​ໄຂ​ຢູ່ໃນ​ແປງ​ທາ​ແກ້ມແປງ​ຕ່າງໆຟອນ​ມັກ​ຈະ​ມີ​ຄວາມ​ຊຸ່ມ​ຊື່ນ​ຖິ້ມ​ໄວ້ຊຶ່ງ​ເປັນ​ແຫລ່ງ​ເພາະ​ພັນ​ແບກ​ທີ​ເຣຍ​ຢ່າງ​ດີເຊັ່ນ​ການ​ຖິ້ມ​ໄວ້​ໃນ​ຫ້ອງ​ນ້ຳ​ນີ້​ຕ້ອງ​ບອກ​ເລີຍ​ວ່າ​ເປັນ​ແຫລ່ງ​ເພາະ​ພັນ​ທີ່​ດີ​ເລີຍ​ການ​ຍືມ​ຟອຍ​ຄົນ​ອື່ນ​ນັ້ນເຮົາ​ບໍ່​ມີ​ທາງ​ຮູ້​ເລີຍ​ວ່າໃຜເອົາ​ແປງ​ໄປ​ເກັບ​ໄວ້​ບ່ອນ​ໃດແລ້ວ​ປອດ​ໄພ​ຕໍ່​ໜ້າ​ຫລື​ບໍ່ບໍ່​ຊັ້ນ​​ສິວ​ຂຶ້ນ​ແນ່ນອນ

4

  1. ຜະລິດຕະພັນ​ທີ່​ຢູ່ໃນ​ກ່ອງ

ສ່ຽງ : ຕິດ​ເຊື້ອ​ທາງ​ຜິວ​ໜັງສິວ

ທຸກ​ເທື່ອ​ທີ່​ເຮົາ​ທາ​ຄີມເຮົາ​ກໍ​ມັກ​ຈະ​ເອົາ​ມື​ເຂົ້າໄປ​ຈົກ​ຄີມຫລືຮອງ​ພື້ນນີ້​ອອກ​ມາ​ແລະ​ມື​ທີ່​ເຮົາ​ບໍ່​ຮູ້​ວ່າ​ໄປ​ຈັບ​ຫຍັງ​ມາ​ກ່ອນນັ້ນ​ເປັນແຫລ່ງ​ສ້າງ​ແບກ​ທີ​ເຣຍແລະ​ເມື່ອ​ເຮົາ​ປິດ​ຝາ​ຄີມ​ໄປ​ອີກ​ແບກ​ທີ​ເຣຍ​ທີ່​ຮັກ​ຄວາມ​ມືດແລະສະພາ​ວະ​ອາ​ກາດ​ຊຸ່ມໆກໍທາງ​ທີ່​ດີເອົາ​ຄີມ​ໄປ​ເອງ ຫລືໝັ່ນໃຈ​ໃຫ້​ສະເໝີ​ວ່າຕອນ​ຈັບ​ຄີມ​ທາ​ນັ້ນມີ​ມື​ທີ່​ສະ​ອາດ​ແທ້ໆ

5

  1. ຟອຍ​ເຮັດ​ຄວາມ​ສະ​ອາດ​ໜ້າ​ໄຟ​ຟ້າ

ສ່ຽງ : ຕິດ​ເຊື້ອ​ທາງ​ຜິວ​ໜັງສິວ

ດຽວ​ນີ້​ໃຜໆ​ກໍ​ນິຍົມໃຊ້​ຟອຍ​ເຮັດ​ຄວາມ​ສະ​ອາດ​ໜ້າ​ນີ້ເພາະ​ມັນ​ທັງ​ສະ​ດວກ​ແລະ​ຮູ້ສຶກ​ສະ​ອາດ​ໄປ​ເຖິງ​ຮູ​ຂຸມ​ຂົນແຕ່​ເມື່ອ​ເຮັດ​ຄວາມ​ສະ​ອາດ​ແລ້ວແບກ​ທີ​ເຣຍ​ຈະ​ໄປ​ຢູ່​ແລະ​ເມື່ອ​ນຳ​ມາ​ໃຊ້​ຕໍ່ແບກ​ທີ​ເຣຍ​ກໍ​ເຂົ້າ​ສູ່​ຮູ​ຂຸມ​ຂົນ​ຂອງ​ເຮົາສິວ​ກໍ​ຖາ​ມຫາ​ແນ່ນອນແລະ​ຖ້າ​ໃຜ​ມີ​ຢູ່ກໍ​ຢ່າ​ລືມ​ປ່ຽນ​ຫົວ​ຟອຍ​ທຸກ​ໆສາມ​ເດືອນ

6

  1. ລິບ​ສະຕິກ

ສ່ຽງ : ຫວັດແລະປາກເປື່ອຍ

ປາກ​ນັ້ນ​ບໍ່ແມ່ນ​ຜິວ​ໜັງ​ທີ່​ຈະ​ປ້ອງ​ກັນ​ອັນຕະລາຍ​ຈາກ​ແບກ​ທີ​ເຣຍ​ໄດ້ປາກ​ມີ​ຄວາມ​ອ່ອນ​​ຫລາຍທີ່​ຈະ​ຮັບ​ເອົາ​ແບກ​ທີ​ເຣຍ​ເຂົ້າ​ຮ່າງກາຍ​ໄດ້ຢ່າ​ຍືມຢ່າ​​ໄປ​ລອງ​​ກັບ​ປາກ​ໂດຍ​ກົງ​ເດັດ​ຂາດ

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...