HomeBaby-ແມ່ແລະເດັກຄວາມ​ເຊື່ອ​ເລື່ອງ​ການ​ລ້ຽງ​ລູກ​ 0-1 ປີ

ຄວາມ​ເຊື່ອ​ເລື່ອງ​ການ​ລ້ຽງ​ລູກ​ 0-1 ປີ

Published on

35383_002

     ສຳລັບ​ແມ່​ຫລາຍ​ຄົນການ​ລ້ຽງ​ລູກ​ເປັນ​ຄວາມ​ຮູ້​ທີ່​ໄດ້ຮັບ​ການ​ຖ່າຍ​ທອດ​ມາ​ຈາກ​ທັງ​ຜູ້​ມີ​ປະສົບການ​ຫລື​ປະ​ສົບ​ມາ​ດ້ວຍ​ຕົວ​ເອງຄວາມ​ເຊື່ອ​ຄວາມ​ເຂົ້າໃຈ​ໃນ​ການ​ເບິ່ງແຍງ​ເດັກນ້ອຍ​ຫລາຍ​ຢ່າງ​ທີ່​ໄດ້ຮັບ​ການ​ຖ່າຍ​ທອດ​ມາ​ນັ້ນກໍ​ມີ​ທັງ​ເປັນ​ເລື່ອງ​ທີ່​ດີແລະ​ເຂົ້າໃຈ​ຜິດ​ກັນ​ໄດ້ດັ່ງນັ້ນເຮົາຈະ​ມາ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງກັບ​ຄວາມ​ເຊື່ອ​ຕ່າງໆດັ່ງນີ້

ຄວາມ​ເຊື່ອ: ດັດ​ຂາ​ຕັ້ງ​ແຕ່​ນ້ອຍ​ຈະ​ໄດ້​ຂາ​ບໍ່​ໂຂງ ສຳລັບ​ລັກສະນະ​ຂາ​ເດັກ​ແຮກ​ເກີດ​ຈະ​ເບິ່ງ​ໂຂງໆຢູ່​ແລ້ວຊຶ່ງ​ພັດທະນາ​ການ​ຕາມ​ໄວ​ນັ້ນພໍ​ໄລຍະ 2 ປີຂາ​ໂຂງໆທີ່​ເຫັນ​ກໍ​ຈະ​ຊື່​ເອງເຖິງ​ບໍ່​ດັດ​ແລະ​ກໍ​ຊື່ເອງແລະ​ພໍ​ເລີຍ 2 -7ປີ​ໄປຊື່​ຫົວ​ເຂົ່າ​ກໍ​ຈະ​ເອນ​ແລະ​ແບະ​ອອກ​ຂ້າງ​ນອກ​ເລັກນ້ອຍແລະ7ປີ​ເຖິງ​ຈະ​ກັບ​ເຂົ້າ​ທີ່​ເກົ່າຄື​ເບິ່ງ​ຊື່​ຄື​ເກົ່າ

ດັ່ງ​ນັ້ນເຖິງ​ເຮົາ​ບໍ່​ດັດ​ຫລື​ເຮັດຫຍັງຂາ​ກໍ​ຈະ​ກັບ​ມາ​ຊື່​ງາມ​ຢູ່​ແລ້ວຖ້າ​ໄປ​ດັດ​ຂາ​ໃຫ້​ລູກກໍ​ອາດຈະ​ສົ່ງ​ຜົນ​ໄດ້ເຊັ່ນຖ້າ​ເຖິງ​ໄວ​ທີ່​ມັນ​ຈະ​ຊື່ມັນ​ອາດຈະ​ບໍ່​ຊື່​ຢ່າງ​ທີ່​ຄວນ​ຈະ​ຊື່ແຕ່​ຖ້າ​ຂາ​ລູກ​ຜິດ​ປົກກະຕິຫລື​ເປັນ​ພະຍາດ​ບາງຢ່າງ​ທີ່​ເຮັດໃຫ້​ຂາ​ໂຂງ​ຜິດ​ປົກກະຕິ​

ຄວາມ​ເຊື່ອ: ເອົາ​ຜ້າ​ອ້ອມ​ປຽກ​ຍ່ຽວ​ກວາດ​ລິ້ນຈະ​ໄດ້​ບໍ່​ເປັນ​ຝ້າ​ຂາວ ຍ່ຽວຄື​ຂອງ​ເສຍ​ຂອງ​ຮ່າງກາຍທີ່​ຂັບ​ສານ​ບາງຢ່າງ​ທີ່​ຮ່າງກາຍ​ບໍ່​ຕ້ອງ​ການ​ອອກ​ມາຊຶ່ງ​ຄົງ​ບໍ່​ເໝາະ​ສົມ​ທີ່​ຈະ​ເອົາ​ມາແຕ້ມໃສ່ລິ້ນ​ເດັກແຕ່​ການ​​ເຮັດ​ຄວາມ​ສະ​ອາດ​ລິ້ນ​ລູກ​ນັ້ນໃຊ້​ພຽງ​ນ້ຳ​​ທຳມະດາຫລື​ນ້ຳ​ຕົ້ມ​ທີ່ປະ​​ໄວ້​ໃຫ້​ມັນ​ເຢັນແລ້ວ​ໃຊ້​ຜ້າ​ອ້ອມ​ທີ່​ສະ​ອາດຫລື​ຜ້າ​ສະ​ອາດຊຸບ​ນ້ຳ​​ກວາດ​ລິ້ນ​ກໍ​ສະ​ອາດ​ແລ້ວສ່ວນ​ລິ້ນ​ຂອງ​ເດັກ​ທີ່​ຈະ​ເຫັນ​ເປັນ​ຝ້າ ສ່ວນ​ໃຫຍ່​ເກີດ​ຈາກ​ຄາບ​ນົມ​ທີ່​ກິນທີ່​ຈະ​ມີ​ຄາບ​ຕົກ​ຢູ່​ຄື​ຄາບ​ອາຫານ​ຕິດ​ຕາມ​ລິ້ນກໍ​ຈະ​ເຈີ​ໄດ້​ເລື້ອຍຊຶ່ງ​ການເຮັດ​ຄວາມ​ສະ​ອາດ​ໂດຍ​ນ້ຳ​​ທຳມະດາ​ກໍ​ຈະ​ອອກ​ແລ້ວ​ມັນ​ກໍ​ຈະ​ມີ​ບາງ​ຄົນ​ເປັນ​ຝ້າ​ຈາກ​ເຊື້ອ​ລາ​ກໍ​ຈະ​ເຫັນ​ເປັນ​ຝ້າ​ຂາວໆໄດ້​ຄືກັນຖ້າ​ເປັນ​ຄາບ​ອາຫານເດັກ​ກໍ​ຈະ​ປົກກະຕິ​ບໍ່​ງໍ​ແງແຕ່​ຖ້າ​ເປັນ​ເຊື້ອ​ລາເດັກ​ຈະ​ເຈັບ ຈະ​ງໍ​ແງເວລາ​ທີ່​ກິນ​ນົມ​ແລະ​ເຊັດ​ທຳ​ຄວາມ​ສະ​ອາດ​ກໍ​ອາດຈະ​ເຈັບ

ຄວາມ​ເຊື່ອ: ໃຫ້​ນອນ​ຄວ່ຳຫົວ​ງາມນອນ​ໄດ້​ດົນ ການ​ນອນ​ຄວ່ຳ​ຕາມ​ຫລັກ​ວິ​ຊາ​ການ​ບໍ່​ແນະ​ນຳ​ເລີຍກໍ​ອາດ​ເຮັດໃຫ້​ຫົວ​ງາມ​ແທ້ແຕ່​ຈະ​ພົບ​ເຄດ​ເດັກ​ທີ່ນ​ອນ​ຄວ່ຳແລ້ວ​ມີ​ຢຸດ​ຫາຍ​ໃຈ​ແລະ​ເສຍຊີວິດ​ໄດ້ຊຶ່ງ​ເກີດ​ໄດ້​ຈາກ​ຫລາຍ​ສາ​ເຫດ​ທີ່​ຈະ​ເປັນ​ໄດ້ເຊັ່ນພໍ​ກິນ​ສຳເລັດ​ກໍ​ໄປ​ຈັບ​ນອນ​ຄວ່ຳມີ​ສະໜັກນົມ​ອອກ​ມາ​ແມ່​ກໍ​ຈະ​ບໍ່​ເຫັນ​ໜ້າ​ລູກກໍ​ອາດ​ໄດ້ຍິນ​ສຽງ​ຮ້ອງແລ້ວ​ງຽບ​ໄປ​ໂດຍ​ເຮົາ​ບໍ່​ທັນ​ສັງເກດຄິດວ່າ​ລູກ​ນອນ​ຫລັບກໍ​ອາດຈະ​ເກີດ​ເຫດການ​ບໍ່​ຄາດ​ຝັນ​ຂຶ້ນ​ມາ​ໄດ້ຖ້າ​ຢາກ​ໃຫ້​ເດັກ​ນອນ​ໄດ້​ດົນ​ຫົວ​ງາມ​ນຳກໍ​ໃຊ້​ເປັນ​ນອນ​ຕະ​ແຄງ​ເອົາຫລື​ນອນ​ຫງາຍ​ກໍ​ຈະ​ດີ​ທີ່ສຸດ

ຄວາມ​ເຊື່ອ: ບີບ​ດັງ​ເວລາ​ອາບ​ນ້ຳ​ຈະ​ໄດ້​ດັງ​ໂມ: ກະດູກ​ບ່ອນດັງ​ຂອງ​ເຮົາ​ເປັນ​ກະດູກ​ອ່ອນເພາະ​ສະ​ນັ້ນກະດູກ​ອ່ອນ​ຈະ​ເຕີບໃຫຍ່​ຂອງ​ມັນ​ເອງການ​ໄປ​ບີບໆດຶງໆບໍ່​ໄດ້​ຊ່ວຍ​ໃຫ້​ໃຫຍ່​ຫລື​ໃຫຍ່​ຂຶ້ນ ແຕ່​ການ​ທີ່​ໄປ​ບີບໆດຶງ​ອາດ​ເຮັດໃຫ້​ເບິ່ງ​ນູນ​ຂຶ້ນເພາະ​ພວກ​ເນື້ອ​ເຍື່ອ​ອ່ອນໆບ່ອນ​ດັງ​ນູນ​ຂຶ້ນ​ມາ​ຊົ່ວ​ຄາວ ແຕ່​ແລ້ວ​ກໍ​ຈະ​​ຍຸບລົງ​ໄປ​ຕາມ​ແນວ​ກະດູກ​​ທີ່​ມັນ​ມີ
ຄວາມ​ເຊື່ອ: ແຖ​ຜົມ​ໄຟຜົມ​ຈະ​ໄດ້​ດົກດຳ ແທ້ ໆແລ້ວ: ຜົມ​ດົກ​ຫລື​ບໍ່​ດົກກໍ​ຈະ​ຢູ່​ກັບ​ພັນ​ທຸ​ກຳ​ນຳສ່ວນຫນຶ່ງແຕ່​ຖ້າ​ເດັກ​ແຖ​ຜົມ​ໄຟແຕ່​ພັນ​ທຸ​ກຳ​ຜົມ​ບໍ່​ດົກຜົມ​ທີ່​ຂຶ້ນ​ໃໝ່​ກໍ​ບໍ່​ໄດ້​ດົກ​ຂຶ້ນ​ຈະ​ປະລິມານ​ເທົ່າ​ເກົ່າພຽງ​ແຕ່​ຜົມ​ທີ່​ຂຶ້ນ​ໃໝ່​ຈະ​ເບິ່ງ​ແຂງ​ກວ່າ​ຜົມ​ອ່ອນ​ທີ່​ຕິດ​ມາ​ຕັ້ງ​ແຕ່​ແຮກ​ເກີດເຮັດໃຫ້​ເບິ່ງ​ຄື​ມັນ​ໜາ​ດົກ​ຂຶ້ນແຕ່ໂດຍ​ປົກກະຕິ​ເຖິງ​ບໍ່​ແຖແຕ່​ຜົມ​ທີ່​ຕິດ​ມາ​ຕັ້ງ​ແຕ່​ແຮກ​ເກີດ​ກໍ​ຈະ​ຜັດ​ຫລຸດ​ອອກ​ໄປ​ເອງແລະ​ສ້າງ​ຂຶ້ນ​ໃໝ່​ຢູ່​ແລ້ວຊຶ່ງ​ຈະ​ຫລຸດ​ປະ​ມານ 2-3 ເດືອນ​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...