spot_img
Homeຂ່າວຕ່າງປະເທດຊາວປາ​ເລດ​ສະ​ຕິນ ​ບຸກ​ສຳ​ນັກ​ງານ UN ໃນ​ກາ​ຊາ ປະ​ທ້ວງ​ການ​ຢຸດ​ຕິ​ຄວາມ​ຊ່ວຍ​ເຫລືອ

ຊາວປາ​ເລດ​ສະ​ຕິນ ​ບຸກ​ສຳ​ນັກ​ງານ UN ໃນ​ກາ​ຊາ ປະ​ທ້ວງ​ການ​ຢຸດ​ຕິ​ຄວາມ​ຊ່ວຍ​ເຫລືອ

Published on

595306-01

ຊາວ​ປາ​ເລ​ດສະ​ຕິນ ບໍ່​ພໍ​ໃຈ​ສະ​ຫະ​ປະ​ຊາ​ຊາດຢຸດ​ການ​ຊ່ວຍ​ເຫລືອຜູ້​ເຄາະ​ຮ້າຍ​ຈາກ​ສົງ​ຄາມ ບຸກ​ເຂົ້າ​ສຳ​ນັກ​ງານ UN ຢູ່​ກາ​ຊາ ເພື່ອ​ທຳ​ການ​ປະ​ທ້ວງ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ ລາຍ​ງານ​ໃນ​ວັນ​ທີ 28 ມັງ​ກອນ​ຜ່ານ​ມາ​ນີ້​ວ່າ ມີ​ຊາວ​ປາ​ເລດ​ສະ​ຕິນນັບ​ສິບ​ຄົນ ບຸກ​ໂຈມ​ຕີ​ເຂົ້າ​ສະ​ຖານ​ທີ່​ເຮັດ​ວຽກ​ຂອງ​ສະ​ຫະ​ປະ​ຊາ​ຊາດ ໃນ​ເມືອງ​ກາ​ຊາ ເພື່ອ​ປະ​ທ້ວງ​ການ​ຕັດ​ສິນ​ໃຈ​ຂອງ​ສະ​ຫະ​ປະ​ຊາ​ຊາດ ທີ່​ຢຸດ​ຕິ​ການ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ຜູ້​ປະ​ສົບ​ເຄາະ​ຮ້າຍ ຈາກ​ໄພ​ຄວາມ​ຮຸນ​ແຮງ​ຈາກ​ການ​ຕໍ່​ສູ້ ເມື່ອ​ປີ​ທີ່​ຜ່ານ​ມາ ເນື່ອງ​ຈາກ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຂາດ​ແຄນ​ເງິນ​ຊ່ວຍ​ເຫລືອ​ຈາກ​ປະ​ເທດ​ຜູ້​ບໍ​ລິ​ຈາກ ເຮັດ​ໃຫ້​ກຸ່ມ​ຜູ້​ປະ​ທ້ວງ​ພາ​ກັນ​ໂດດ​ຂ້າມ​ກຳ​ແພງ​ຂອງ​ອາ​ຄານ UN ແລ້ວ​ເຂົ້າ​ໄປ​ທຳ​ລາຍ​ປ້ອມ​ຍາມ, ເຜົາ​ຢາງ​ລົດ ແລະ ແກ່ວງ​ກ້ອນ​ຫີນ​ໃສ່​ອາ​ຄານ​ດັ່ງ​ກ່າວ.

ເຈົ້າ​ໜ້າ​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດກ່າວ​ວ່າ ​ພວກ​ເຂົາ​ຕ້ອງ​ການ​ເງິນ​ເຖິງ 720 ລ້ານ​ໂດ​ລາ​ສະ​ຫະ​ລັດ ສຳ​ລັບ​ການ​ຊ່ວຍ​ເຫລືອ​ຜູ້​ທີ່​ບໍ່​ມີ​ເຮືອນ​ຢູ່ ຈາກ​ການ​ຖືກ​ທຳ​ລາຍ​ເສຍ​ຫາຍ​ຈາກ​ສົງ​ຄາມ ເຊິ່ງ​ມີ​ຫລາຍ​ເຖິງ 96,000 ຄອບ​ຄົວ ໄດ້​ຮັບ​ຜົນ​ກະ​ທົບ.

 

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)