Homeຂ່າວຕ່າງປະເທດຜົນ​ສຳ​ຫລວດ​ລ່າ​ສຸດ ຊາວ​ຣັດ​ເຊຍ​ເບິ່ງ​ຈີນເປັນ​ມ​ະ​ຫາ​ມິດ ແລະ ອາ​ເມ​ຣິ​ກາ​ ກະ​ທຳ​ຕົນ​ເປັນ​ສັດ​ຕູ

ຜົນ​ສຳ​ຫລວດ​ລ່າ​ສຸດ ຊາວ​ຣັດ​ເຊຍ​ເບິ່ງ​ຈີນເປັນ​ມ​ະ​ຫາ​ມິດ ແລະ ອາ​ເມ​ຣິ​ກາ​ ກະ​ທຳ​ຕົນ​ເປັນ​ສັດ​ຕູ

Published on

558000001156001

ຜົນ​ສຳ​ຫລວດ​ຄວາມ​ຄິດ​ເຫັນ​ລ່າ​ສຸດ​ ປະ​ຊາ​ຊົນ​ຣັດ​ເຊຍເບິ່ງ​ ສ​ປ ຈີນ ເປັນ​ມະ​ຫາ​ມິດ​ທີ່​ສຸດ​ຕໍ່​ຣັດ​ເຊຍ ແລະ ເຫັນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ  ເປັນ​ປະ​ເທດ​ທີ່​ກະ​ທຳ​ຕົນ​ເປັນ​ສັດ​ຕູ​ຕໍ່​ຣັດ​ເຊຍ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 29 ມັງ​ກອນນີ້​ວ່າ ຜົນ​ສຳ​ຫລວດ​ເຊິ່ງ​ຈັດ​ໂດຍ​ສູນ​ວິ​ໄຈ​ຄວາມ​ຄິດ​ເຫັນ​ສາ​ທາ​ລະ​ນະ​ແຫ່ງ​ຣັດ​ເຊຍ (VTSIOM) ເຊິ່ງ​ມີ​ການ​ເຜີຍ​ແຜ່​ໃນ​ມື້​ວັນ​ພຸດທີ 28 ຜ່ານ​ມາ​ນີ້​ວ່າ 51% ຂອງ​ກຸ່ມ​ຕົວ​ຢ່າງ​ທີ່​ເປັນ​ຊາວ​ຣັດ​ເຊຍຈຳ​ນວນ​ທັງ​ໝົດ 1,600 ຄົນ ຈາກ 132 ເມືອງ​ໃນ​ທົ່ວ​ປະ​ເທດ ໄດ້​ລົງ​ຄວາມ​ເຫັນ​ວ່າ ປະ​ເທດ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ ແມ່ນ​ເປັນ​ປະ​ເທດ​ທີ່​ມີ​ຄວາມ​ເປັນ​ມິດ​ຕໍ່​ຣັດ​ເຊຍ​ຫລາຍ​ທີ່​ສຸດ ໂດຍ​ຕົວ​ເລກ​ດັ່ງ​ກ່າວ​ນີ້ ແມ່ນ​ໄດ້​ເພີ່ມ​ຂຶ້ນ​ຫລາຍ​ກ່​ວາ​ທົບຕົວ ຈາກ​ລະ​ດັບ 23% ໃນ​ປີ 2008.

ນອກ​ຈາກ​ນັ້ນ​ແລ້ວ, ຜົນ​ການ​ສຳ​ຫລວດຍ​ັງ​ລະ​ບຸ​ອີກວ່າ ຊາວ​ຣັດເຊຍ 32% ຂອງ​ກຸ່ມ​ຕົວ​ຢ່າງເບິ່ງປະ​ເທດເບ​ລາ​ຣຸດ ເປັນ​ປະ​ເທດ​ທີ່​ມີ​ຄວາມ​ເປັນ​ມິດ​ຕໍ່​ຣັດ​ເຊຍ ໃນ​ລະ​ດັບ​ຮອງ​ລົງ​ມາ ແລະ ຕາມ​ມາ​ດ້ວຍ​ປະ​ເທດ ກາ​ຊັກ​ສະ​ຖານ ອີກຈຳ​ນວນ 20%.

ສຳ​ລັບ​ປະ​ເທດ​ເຢຍ​ລະ​ມັນ​ນັ້ນ, ຜົນ​ສຳ​ຫລວດ​ພົບ​ວ່າ ມີ​ຊາວ​ຣັດ​ເຊຍ​ພຽງ​ແຕ່ 2% ທີ່​ເຫັນ​ວ່າ​ເຢຍ​ລະ​ມັນ​ເປັນ​ມິດ​ຕໍ່​ຣັດ​ເຊຍ ເຊິ່ງ​ຖື​ເປັນ​ສັດ​ສ່ວນ​ທີ່​ຫລຸດ​ລົງ​ຈາກ​ລະ​ດັບ 17 ເມື່ອ​ປີ 2008.

ໃນ​ອີກ​ດ້ານ​ໜຶ່ງ​ຂອງ​ຜົນ​ສຳ​ຫລວດ ເຊິ່ງ​ຈັດ​ທຳ​ໂດຍ VTSIOM ລ່າ​ສຸດ​ໄດ້​ລະ​ບຸ​ວ່າ ຊາວ​ຣັດ​ເຊຍ 73% ຂອງ​ກຸ່ມ​ຕົວ​ຢ່າງ ເບິ່ງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ເປັນ​ປະ​ເທດ​ທີ່​ກະ​ທຳ​ຕົນ​ເປັນ​ສັດ​ຕູ ຄອຍ​ຈ້ອງ​ຫາ​ເລື່ອງ​ຣັດ​ເຊຍ​ຫລາຍ​ທີ່​ສຸດ ເຊິ່ງ​ຕົວ​ເລກ​ດັ່ງ​ກ່າວ​ນີ້ ແມ່ນ​ເພິ່ມ​ຂຶ້ນ​ຈາກ 25% ເມື່ອ​ປີ 2008  ຈາກ​ນັ້ນ​ຕາມ​ມາ​ດ້ວຍ​ປະ​ເທດ​ອູ​ແກ​ຣນ 32%.

 

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...