spot_img
Homeຂ່າວຕ່າງປະເທດອັດ​ຕາ​ການ​ເຕີບ​ໂຕ​ ຂອງ​ນັກ​ທ່ອງ​ທ່ຽວໃນ​ກຳ​ປູ​ເຈຍ ຂະ​ຫຍາຍ​ຕົວ​ພຽງ 7% ໃນ​ປີ 2014

ອັດ​ຕາ​ການ​ເຕີບ​ໂຕ​ ຂອງ​ນັກ​ທ່ອງ​ທ່ຽວໃນ​ກຳ​ປູ​ເຈຍ ຂະ​ຫຍາຍ​ຕົວ​ພຽງ 7% ໃນ​ປີ 2014

Published on

CAMBODIA-TOURISM-ANGKOR

ອັດ​ຕາ​ການ​ເຕີບ​ໂຕ​ຂອງ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ ທີ່​ເດີນ​ທາງ​ມາ​ຢ້ຽມ​ຢາມ​ກຳ​ປູ​ເຈຍ ຊະ​ລໍ​ຕົວ​ຢູ່​ໃນ​ລະ​ດັບ​ຕ່ຳ​ສຸດ ນັບ​ຕັ້ງ​ແຕ່​ວິ​ກິດ​ເສດ​ຖະ​ກິດ​ໂລກ ຕາມ​ການ​ລະ​ບຸ​ຂອງ​ກະ​ຊວງ​ການ​ທ່ອງ​ທ່ຽວ​ກຳ​ປູ​ເຈຍ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວ​ັນ​ທີ 27 ທັນ​ວາ​ນີ້​ວ່າ ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ກຳ​ປູ​ເຈຍ ມີ​ຈຳ​ນວນ​ທັງ​ໝົດ 4.5 ລ້ານ​ຄົນ​ໃນ​ປີ​ 2014  ເຊິ່ງ​ຂະ​ຫຍາຍ​ຕົວ​ຂຶ້ນ​ພຽງ 7% ຈາກ 4.2 ລ້ານ​ຄົນ​ໃນ​ປີ 2013.

ທັງ​ນີ້ ສາ​ເຫດ​ໜຶ່ງ​ທີ່​ກຸ່ມ​ການ​ທ່ອງ​ທ່ຽວ​ກຳ​ປູ​ເຈຍ​ໄດ້​ກ່າວ​ເຖິງ ນັ້ນ​ແມ່ນ​ຍ້ອນ​ບັນ​ຫາ​ພາ​ວະ​ທາງ​ການ​ເມືອງ ທີ່​ຂາດ​ຄວາມ​ມີ​ສະ​ຖຽນ​ລະ​ພາບ​ໃນ​ໄລ​ຍະ​ຜ່ານ​ມາ  ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ບໍ່​ອຸ່ນ​ອ່ຽນ​ໃຈ​ໃນ​ການ​ເດີນ​ທາງ​ມາ​ຢ້ຽມ​ຢາມ.

 

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...