Homeອຸບັດເຫດແລະປາກົດການຫຍໍ້ທໍ້ສານນະຄອນຫລວງ ຕັດສິນລົງໂທດຜູ້ຄ້າຢາເສບຕິດ

ສານນະຄອນຫລວງ ຕັດສິນລົງໂທດຜູ້ຄ້າຢາເສບຕິດ

Published on

jone

ເມື່ອບໍ່ດົນມານີ້, ສານນະຄອນຫລວງວຽງຈັນ, ໄດ້ຕັດສີນ ລົງໂທດທ້າວ ສຸວັນ ທອງ(ປິ່ງ) ອາຍຸ 26 ປີ ຢູ່ບ້ານອຸດົມຜົນ ເມືອງ ໄຊທານີ ນະຄອນຫລວງ ວຽງຈັນ, ຈຳຄຸກເປັນເວລາ 6 ປີພ້ອມປັບໃໝ 28 ລ້ານກີບ ແລະ ທ້າວ ຜ່ອງສີ ອາຍຸ 24 ປີຢູ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫລວງວຽງຈັນ ຈຳຄຸກເປັນເວລາ 5 ປີ ພ້ອມປັບໃໝ 10 ລ້ານກີບໃນຂໍ້ຫາ ຄ້າຢາເສບຕິດ. ໂດຍທັງສອງຖືກ ເຈົ້າໜ້າ ທີ່ຈັບຕົວໄດ້ເມື່ອກາງປີ 2014 ໃນຂະນະມີການຊື້ຂາຍຢາບ້າໃຫ້ກັນຢູ່ຮ້ານຂາຍໂທ ລະສັບແຫ່ງໜຶ່ງເຂດເມືອງໄຊທານີພ້ອມຂອງກາງຢາບ້າຮ້ອຍກວ່າເມັດ. ເຈົ້າໜ້າທີ່ໃຫ້ຮູ້ວ່າ: ທັງສອງຄົນໄດ້ ຮ່ວມກັນເຄື່ອນ ໄຫວຄ້າຂາຍຢາເສບຕິດໃຫ້ກັບຊາວໜຸ່ມໃນເຂດ ເມືອງໄຊທານີເປັນເວລາດົນຈຶ່ງໄດ້ຈັບຕົວມາດຳເນີນຄະດີຕາມລະ ບຽບກົດ ໝາຍ.

ຂ່າວໃຫ້ຮູ້ຕື່ມວ່າ: ເມື່ອບໍ່ດົນ ມານີ້, ຢູ່ນະຄອນຫລວງວຽງຈັນ, ແຂວງຈຳປາສັກ ແລະ ຊຽງ ຂວາງ, ໄດ້ມີການປະ ກາດອະໄພຍະໂທດ, ຜ່ອນ ແລະ ປ່ອຍຕົວນັກ ໂທດຜູ້ທີ່ມີຄວາມກ້າວໜ້າ ແລະ ປະ ຕິບັດລະບຽບຢູ່ຄ້າຍຄຸມຂັງດີຈຳນວນ

200 ຄົນ, ໃນນັ້ນ, ຢູ່ນະຄອນ ຫລວງວຽງຈັນມີ 47 ຄົນ, ຍິງ 24 ຄົນ,ໄ ດ້ຮັບຜ່ອນໂທດ 28 ຄົນ, ຍິງ 17 ຄົນ, ໄດ້ຮັບ ການປ່ອຍຕົວ 19 ຄົນ, ຍິງ 7 ຄົນ. ແຂວງຈຳປາສັກມີ 141 ຄົນ, ຍິງ 14 ຄົນ, ໄດ້ຮັບ ຜ່ອນໂທດ 109 ຄົນ, ຍິງ 10 ຄົນ, ໄດ້ຮັບການປ່ອຍຕົວ 32 ຄົນ, ຍິງ 4 ຄົນ ແລະ ແຂວງຊຽງຂວາງ ໄດ້ຜ່ອນໂທດ 7 ຄົນ, ຍິງ 1 ຄົນ, ເຊິ່ງການໃຫ້ອະໄພຍະ ໂທດດັ່ງກ່າວແມ່ນປະຕິບັດຕາມລັດຖະດຳລັດ ຂອງປະທານປະເທດວ່າດ້ວຍການອະໄພຍະໂທດໃຫ້ນັກໂທດທີ່ມີ ຄວາມກ້າວໜ້າໃນທົ່ວປະເທດ, ເນື່ອງໃນໂອກາດວັນຊາດທີ 2 ທັນ ວາຄົບຮອບ 39 ປີ(2 ທັນວາ 1975 – 2 ທັນວາ 2014.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...