Homeຂ່າວເຫດການລາວ-ໄທ ຈະຮ່ວມກັນປັກຫຼັກໝາຍຊາຍແດນ ໃຫ້ສຳເລັດພາຍໃນປີ 2018

ລາວ-ໄທ ຈະຮ່ວມກັນປັກຫຼັກໝາຍຊາຍແດນ ໃຫ້ສຳເລັດພາຍໃນປີ 2018

Published on

20150125094957

ກອງ​ປະຊຸມ​ຄະນະ​ກຳມາ​ທິການ​ຮ່ວມ​ຊາຍ​ແດນ ລາວ-ໄທ ໄທ-ລາວ ຄັ້ງ​ທີ 10 ຈັດ​ຂຶ້ນ​ລະຫວ່າງວັນ​ທີ 21-23 ມັງກອນ 2015 ທີ່​ສູນການ​ຮ່ວມ​ມື​ສາກົນ ລາວ-ຍີ່ປຸ່ນ (ຫຼັກ 5) ນະຄອນຫຼວງ​ວຽງ​ຈັນ ໂດຍ​ເປັນ​ປະທານ​ຮ່ວມ​ລະຫວ່າງທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກ​ລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະເທດແຫ່ງ ​ສປປ ລາວ ແລະ ທ່ານ ​ພົ.ອ ທະນະ​ສັກ ປະຕິມາ​ປຣະກອນ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະເທດແຫ່ງ ຣາ​ຊະ​ອານາຈັກ​ໄທ ມີ​ບັນດາ​ລັດຖະມົນຕີ​ຊ່ວຍວ່າການ ຫົວໜ້າ​ກົມ ຫ້ອງການ ແລະ ເຈົ້າ​ໜ້າທີ່ລະດັບ​ສູງ​ຂອງສອງ​ຝ່າຍ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ຄະນະ​ກຳມາ​ທິການ​ຊາຍ​ແດນ​ຮ່ວມ ລາວ-ໄທ ຄັ້ງ​ທີ 10 ສອງ​ຝ່າຍ​ໄດ້​ປຶກສາຫາລື​ກ່ຽວ​ກັບ​ວຽກ​ງານ​ຊາຍແດນ​ທັງ​ສອງ​ປະເທດ ເພື່ອ​ເຮັດໃຫ້​ວຽກ​ງານ​ດັ່ງ​ກາວ ​ມີ​ຄວາມຈະແຈ້ງ ຖືກຕ້ອງ ແລະ ຊັດ​ເຈນ ສ້າງ​ໃຫ້​ຊາຍ​ແດນ ລາວ-ໄທ ກາຍເປັນ​ຊາຍ​ແດນ​ແຫ່ງ​ສັນຕິພາບ ມິດຕະພາບ ແລະ ການຮ່ວມ​ມື ໂດຍ​ສະເພາະແມ່ນ​ການກະກຽມ​ເຂົ້າ​ເປັນ​ປະຊາ​ຄົມ​ເສດຖະ​ກິດ​ອາ​ຊຽນ ​ທີ່​ຈະ​ມີ​ຂຶ້ນ​ໃນທ້າຍ​ປີ 2015 ນີ້ ກອງ​ປະຊຸມ​ສອງຝ່າຍ ​ໄດ້​ເຫັນ​ດີ​ຮັບຮອງ​ເອົາ​ບົດບັນທຶກ​ກອງ​ປະຊຸມ​ຄະນະ​ກຳມາທິ​ການເຕັກນິກ​ຮ່ວມ ລາວ-ໄທ ຄັ້ງ​ທີ 12 ວຽກ​ງານ​ການ​ກໍ່ສ້າງຫຼັກ​ໝາຍ​ຊາຍ​ແດນ​ເພີ່ມ​ຕື່ມ​ອີກ ຈຳນວນ 6 ຫຼັກ ການ​ວັດແທກຮັບ​ສັນຍານ​ດາວ​ທຽມລະບົບ GPS (ເບື້ອງ​ລາວ​ທີ່​ເປ່​ເພ) ຂໍ້​ກຳນົດ ແລະ ວິທີ​ການ​ທາງ​ດ້ານເຕັກນິກ ກ່ຽວ​ກັບ​ການ​ສຳ​ຫຼວດເພີ່ມ​ຕື່ມ​ບໍລິເວນ​ທົ່ງ​ໜອງ​ບົວ ພ້ອມ​ນີ້ ກອງ​ປະຊຸມ​ຍັງ​ໄດ້​ປຶກສາຫາລື​ຊອກ​ຫາ​ວິທີ​ແກ້​ໄຂ​ບັນດາຈຸດ​ຄົງ​ຄ້າງ ກ່ຽວ​ກັບ​ບໍລິເວນ​ທີ່ເກີດ​ຢູ່​ນ້ຳ​ເຫື້ອງ ບໍລິເວນ​ຫ້ວຍໂດນ ແລະ ບໍລິເວນວັງ​ເຕົ່າ-ຊ່ອງ​ເມັກ ບັນຫາ​ຈັດ​ສັນ​ນ້ຳ​ໃນພູມີ​ປະເທດ​ຕົວ​ຈິງ​ ທີ່​ແຕກ​ຕ່າງ​ກັບ​ເສັ້ນ​ຊາຍ​ແດນ​ໃນ​ແຜນທີ່ມາດຕາ​ສ່ວນ 1:2 ແສນ ຈຳນວນ 7 ຈຸດ ໃນ​ນັ້ນ ຢູ່​ທາງ​ພາກ​ເໜືອຈຳນວນ 2 ຈຸດ ແລະ ພາກ​ໃຕ້ 5 ຈຸດ ກອງ​ປະຊຸມ​ສອງ​ຝ່າຍ​ເຫັນ​ດີ ໃຫ້​ມີ​ການ​ເລັ່ງ​ລັດ​ການ​ດຳເນີນການ​ວັດແທກ ​ຈຸດ​ພິ​ກັດ​ເບື້ອງ​ຝັ່ງໄທ​ໃຫ້​ສຳເລັດ​ໂດຍ​ໄວ ການສ້ອມແປງ​ຫຼັກ​ໝາຍ​ຊາຍ​ແດນເລກ​ທີ 2-5 ທີ່​ເປ່​ເພ.

ລັດຖະບານ​ລາວ ແລະ ໄທ ໄດ້​ຮ່ວມ​ກັນ​ສຳ​ຫຼວດ-ປັກ​ຫຼັກໝາຍ​ຊາຍ​ແດນ​ຮ່ວມ​ກັນ​ແຕ່ວັນ​ທີ 5 ພຶດສະພາ 1997 ເປັນຕົ້ນ​ມາ ຮອດ​ປັດຈຸບັນ ສຳເລັດແລ້ວ 210 ຫຼັກ​ໝາຍ ຄວາມ​ຍາວຂອງ​ເສັ້ນ​ຊາຍ​ແດນ ປະມານ 676 ກິໂລແມັດ ເຊິ່ງ​ໃນ​ກອງ​ປະຊຸມ​ຄະນະ​ກຳມາ​ທິ​ການ​ຊາຍແດນ​ຮ່ວມ ລາວ-ໄທ ຄັ້ງ​ທີ 10 ສອງ​ຝ່າຍ​ໄດ້​ມີ​ແຜນ​ຈັດ​ຕັ້ງ​ປະຕິບັດ​ການ​ສຳ​ຫຼວດ-ປັກ​ຫຼັກ​ໝາຍຊາຍ​ແດນ​ ທາງບົກ​ ໃຫ້​ສຳເລັດພາຍ​ໃນ​ປີ 2016 ແລະ ທາງນ້ຳ ໃຫ້​ສຳເລັດໃນ​ປີ 2018.

 

ແຫລ່ງ​ຂ່າ​ວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...