spot_img
Homeຂ່າວຕ່າງປະເທດ​ກຸ່ມ​ຕິດ​ອາ​ວຸດ ກວາດ​ຍິງ​ຜູ້​ປະ​ທ້ວງ​ ກາງ​ເມືອງ​ຫລວງ​ຂອງ​ເຢ​ເມນ

​ກຸ່ມ​ຕິດ​ອາ​ວຸດ ກວາດ​ຍິງ​ຜູ້​ປະ​ທ້ວງ​ ກາງ​ເມືອງ​ຫລວງ​ຂອງ​ເຢ​ເມນ

Published on

594554-01

ເກີດ​ເຫດກອງ​ກຳ​ລັງ​ຕິດ​ອາ​ວຸດ​ຊາວ​ມຸດ​ສະ​ລິມ ນິ​ກາຍ​ຊີ​ອະ ໃນ​ປະ​ເທດ​ເຢ​ເມນ ບຸກກວາດ​ຍິງ​ເພື່ອ​ສະ​ຫລາຍ​ການ​ຊຸມ​ນຸມ​ປະ​ທ້ວງ ຫລັງ​ມີ​ກຸ່ມ​ຕິດ​ອາ​ວຸດ​ບຸກ​ເຂົ້າ​ຍຶດ​ນະ​ຄອນ​ຫລວງ​ຊາ​ນ່າ ໃນ​ຂະ​ນະ​ທີ່​ສະ​ຖາ​ນະ​ການ​ໃນ​ປະ​ເທດ​ເຢ​ເມນ ຍັງ​ຢູ່​ໃນ​ຂັ້ນ​ວິ​ກິດ​ການ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 26 ມັງ​ກອນ​ນີ້​ວ່າ ຜູ້​ປະ​ທ້ວງ​ຫລາຍ​ຄົນ ທີ່​ມາ​ລວມ​ຕົວ​ກັນ​ໃກ້​ກັບ​ມະ​ຫາວ​ຶທະ​ຍາ​ໄລ​ຊາ​ນ່າ ຕ່າງ​ກໍ​ພາ​ກັນ​ໄດ້​ຮັບ​ບາດ​ເຈັບ ໃນ​ຂະ​ນະ​ທີ່​ມີ​ບາງ​ຄົນ​ຖືກ​ກຸ່ມ​ຕິດ​ອາ​ວຸດ​ຈັບ​ກຸມ​ໄປ.  ນອກ​ຈາກ​ນີ້, ສະ​ມາ​ຊິກ​ກຸ່ມ​ຕິດ​ອາ​ວຸດ ຍັງ​ໄດ້​ທຳ​ຮ້າຍ​ນັກ​ຂ່າວ ແລະ ທຸບ​ກ້ອງ​ຂອງ​ນັກ​ຂ່າວ​ຖິ້ມ​ອີກ​ດ້ວຍ ໂດຍ​ກຸ່ມ​ດັ່ງ​ກ່າວ​ ເຊິ່ງ​ໄດ້​ບຸກ​ເຂົ້າ​ຍຶດ​ພື້ນ​ທີ່​ເກືອບ​ທັງ​ໝົດ​ຂອງ​ນະ​ຄອນ​ຫລວງ​ຊາ​ນ່າເອົາ​ໄວ້  ຕັ້ງ​ແຕ່​ເດືອນ​ກັນ​ຍາ​ປີ 2014 ທີ່​ຜ່ານ​ມາ ໂດຍ​ໄດ້​ບຸກ​ເຂົ້າ​ຍຶດ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ເມື່ອ​ທ້າຍ​ອາ​ທິດ​ຜ່ານ​ມາ​ນີ້ ເຮັດ​ໃຫ້​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອັບ​ດ​ຣາ​ບູ ມັນ​ຊູ ຮາ​ດີ ໄດ້​ປະ​ກາດ​ລາ​ອອກ ໃນ​ມື້​ວັນ​ພະ​ຫັດ​ທີ 22 ຜ່ານ​ມາ.

 

ບົດຄວາມຫຼ້າສຸດ

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...

ໂດນັລ ທຣັມ ເຜີຍຈະບໍ່ລົງເລືອກຕັ້ງປະທານາທິບໍດີອີກ ຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ 2024 ນີ້.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ກັນຍາ 2024 ນີ້ວ່າ: ໂດນັລ ທຣັມ ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີສະຫະລັດ ເປີດເຜີຍວ່າ: ຈະບໍ່ລົງສະມັກຊິງຕຳແໜ່ງປະທານາທິບໍດີສະຫະລັດເປັນຄັ້ງທີ 4 ອີກຖ້າຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ...

ມອບຜູ້ຖຶກຫາ ແລະ ເຄື່ອງຂອງກາງສັດປ່າຫວງຫ້າມ ໃຫ້ກອງກວດກາປ່າໄມ້ ແຂວງຄຳມ່ວນ.

ຂ່າວ ປກສ ແຂວງຄຳມ່ວນ ລາຍງານວ່າ: ໃນວັນທີ 19 ກັນຍາ 2024 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫລວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ໄດ້ມອບຜູ້ຖຶກຫາຈຳນວນ 02...

ການພົບປະສອງຝ່າຍ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຈີນ

ໃນວັນທີ 22 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພົບປະສອງຝ່າຍກັບທ່ານ...