Homeມຸມຂ່າວ AECອາ​ຊຽນ ຈະ​ບໍ່​ຕາມ​ຮອຍ​ເອີ​ຣົບ - ບໍ່​ມີ​ແຜນ​ນຳ​ໃຊ້​ສະ​ກຸນ​ເງິນ​ຕາ​ດຽວ​ຮ່ວມ​ກັນ!

ອາ​ຊຽນ ຈະ​ບໍ່​ຕາມ​ຮອຍ​ເອີ​ຣົບ – ບໍ່​ມີ​ແຜນ​ນຳ​ໃຊ້​ສະ​ກຸນ​ເງິນ​ຕາ​ດຽວ​ຮ່ວມ​ກັນ!

Published on

EyWwB5WU57MYnKOuFM9KFNFCN1EtRcxc0Nu3ymUDJBII4Kqx08HMAw
ທ່ານ ມຸດ​ສະ​ຕາ​ປາ ໂມ​ຮາ​ເໝັດ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຄ້າ ມາ​ເລ​ເຊຍ (ຊ້າຍ)

ອາ​ຊຽນ​ຈະ​ບັນ​ລຸ​ເປົ້າ​ໝາຍ​ຮວມ​ໂຕ​ກັນ ເປັນ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ ຫລື AEC ຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ປີ​ນີ້ ແລະ ຢືນ​ຢັນ​ຈະ​ບໍ່​ນຳ​ໃຊ້​ສະ​ກຸນ​ເງິນ​ຕາ​ຮ່ວມ​ກັນແບບ​ EU.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 25 ມັງ​ກອນ​ຜ່ານ​ມາ​ນີ້​ວ່າ ທ່ານ ມຸດ​ສະ​ຕາ​ປາ ໂມ​ຮາ​ເໝັດ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຄ້າ​ມາ​ເລ​ເຊຍ ເຊິ່ງ​ເຂົ້າ​ຮ່ວມກອງ​ປະ​ຊຸມເວ​ທີ​ເສດ​ຖະ​ກິດ​ໂລກ (World Economic Forum) ທີ່​ຈັດ​ຂຶ້ນ​ທີ່​ເມືອງ​ດາ​ວອດ​ ປະ​ເທດ​ສະ​ວິດ​ເຊີ​ແລນ ໃນ​ມື້​ວັນ​ທີ 24 ມັງ​ກອນ​ຜ່ານ​ມາ ໄດ້​ຊີ້​ແຈງ​ຄວາມ​ຄືບ​ໜ້າ ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ຂອງ​ສະ​ມາ​ຄົມ​ປະ​ຊາ​ຊາດ ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ​້ ຫລື ອາ​ຊຽນ ໃນ​ຖາ​ນະ​ທີ່​ປະ​ເທດ​ມາ​ເລ​ເຊຍ ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ​ອາ​ຊຽນ ໃນ​ປີ 2015 ນີ້​ວ່າ 10 ປະ​ເທດ​ອາ​ຊຽນ ຈະ​ຕ້ອງ​ບັນ​ລຸ​ເປົ້າ​ໝາຍ​ການ​ຮວມ​ໂຕ​ ເປັນ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ (AEC) ຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ປີ 2015 ນີ້.

ທ່ານ ມຸດ​ສະ​ຕາ​ປາ ຍັງ​ກ່າວ​ອີກວ່າ ເປົ້າ​ໝາຍ​ສຳ​ຄັນ​ຂອງ​ເອ​ອີ​ຊີ ແມ່ນ​ການ​ຮວມ​ຕົວ​ເປັນ​ຕະ​ຫລາດ​ດຽວ ທີ່​ມີ​ຖານ​ການ​ຜະ​ລິດ​ຮ່ວມ​ກັນ, ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ຫລຸດ​ອຸ​ປະ​ສັກ​ທາງ​ການ​ຄ້າ ທີ່​ບໍ່​ແມ່ນ​ມາດ​ຕະ​ການ​ທາງ​ພາ​ສີ ເຊິ່ງ​ຈະ​ຊ່ວຍ​ໃຫ້​ການ​ເຄື່ອນ​ຍ້າຍ​ຖານ​ຜະ​ລິດ​ສິນ​ຄ້າ ແລະ ການ​ບໍ​ລິ​ການ​ໃນ​ກຸ່ມ​ອາ​ຊຽນ ເປັນ​ໄປ​ຢ່າງ​ອິດ​ສະ​ຫລະ​ຫລາຍ​ຂຶ້ນ ແຕ່​ກໍ​ບໍ່​ເຖິງ​ຂັ້ນ​ເຄື່ອນ​ຍ້າຍ​ໂດຍ​ເສ​ລີ ແລະ ອາ​ຊຽນ​ຈະ​ບໍ່​ປະ​ກາດ​ໃຊ້​ສະ​ກຸນ​ເງິນ​ຕາ​ຮ່ວມ​ກັນ ແບບ​ສະ​ຫະ​ພາບ​ເອີ​ຣົບ ຫລື EU ແຕ່​ຢ່າງ​ໃດ.

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...