Homeຄວາມງາມຫ້າມ​ຕັດ​ຜົມ​ສັ້ນ​ ຖ້າ​ຈະ​ຕັດ​ເພາະ​ເລື່ອງ​ເຫລົ່າ​ນີ້?

ຫ້າມ​ຕັດ​ຜົມ​ສັ້ນ​ ຖ້າ​ຈະ​ຕັດ​ເພາະ​ເລື່ອງ​ເຫລົ່າ​ນີ້?

Published on

9464

 

1.ຢາກ​ຕັດ​ແຕ່​ຍັງ​ບໍ່​ແນ່​ໃຈ  ຫາກ​ຍັງ​ບໍ່​ແນ່​ໃຈ​ວ່າ​ຢາກ​ຈະ​ຕັດ​ຜົມ​ສັ້ນ​ແທ້​ຫລື​ບໍ່ກໍ​ຢ່າ​ຟ້າວ​ຕັດ​ສິນ​ໃຈ​ເລີຍ​ ເພາະ​ຫາກ​ຕັດ​ຜົມ​ສັ້ນ​ໄປ​ແລ້ວກວ່າ​ຈະ​ຍາວ​ໄດ້​ຄື​ເກົ່າ​ອີກ​ຄັ້ງ​ກໍ​ຄົງ​ຕ້ອງ​ລໍ​ເວລາ​ກັນ​ດົນຍິ່ງ​ສາວ​ທີ່​ຜົມ​ຍາວ​ຫລາຍ​ຈະ​ຕັດ​ສັ້ນ​ຫລາຍ​ຍິ່ງ​ຕ້ອງ​ຄິດ​ໜັກບໍ່​ດັ່ງ​ນັ້ນ​ຕັດ​ມາ​ແລ້ວ​ບໍ່​ມັກ​ຄົງ​ໝົດ​ຄວາມຫມັ້ນ​ໃຈ​ໄປ​ອີກ​ດົນ

2.ຕັດ​ເພາະ​ຜູ້​ຊາຍ ບໍ່​ຮູ້​ເປັນ​ທຳນຽມ​ໄປ​ແລ້ວ​ຫລື​ແນວໃດເມື່ອ​ສາວໆເລີກ​ກັບ​ແຟນ​ໜຸ່ມ​ເມື່ອໃດ​ກໍ​ຕ້ອງ​ຕັດ​ຜົມ​ສັ້ນ​ເຊື່ອ​ວ່າ​ຈະ​ຊ່ວຍ​ປ່ຽນ​ຊີວິດ​ຫລື​ສິ່ງ​ເກົ່າໆທີ່​ເຮັດໃຫ້​ເສຍ​ໃຈຫລື​ບໍ່​ກໍ​ອີກ​ກໍລະນີ​ຖ້າ​ແຟນ​ໜຸ່ມ​ຂອງ​ເຈົ້າ​ມັກ​ຜູ້ຍິງ​ຜົມ​ສັ້ນແລ້ວ​ຢາກ​ໃຫ້​ເຈົ້າ​ຕັດ​ຜົມບອກ​ເລີຍ​ວ່າ​ຫ້າມ​ເຮັດ​ເດັດ​ຂາດເພາະ​ການ​ເປັນ​ຕົວ​ຂອງ​ຕົວ​ເອງ​ແມ່ນດີ​ທີ່ສຸດ​ແລ້ວແຖມ​ຖ້າ​ເຈົ້າ​ຜົມ​ສັ້ນ​ແລ້ວ​ຈະ​ບໍ່​ໝັ່ນໃຈກໍ​ຢ່າ​ຕັດ​ເລີຍ​
3.ຕັດ​ເພາະ​ຄວາມ​ເມົາ ເວລາ​ເມົາ​ນີ້​ແຫລະ​ເປັນ​ເວລາ​ທີ່​ສາວໆຈະ​ເຮັດຫຍັງ​ແບບ​ສຸດໆຢ່າງ​ບໍ່​ທັນ​ຕັ້ງ​ຕົວ ສະ​ນັ້ນ​ຖ້າ​ບໍ່​ຢາກ​ຕື່ນ​ເຊົ້າ​ມາ​ເຈີ​ກັບ​ສາວ​​ຄົນ​ໃໝ່​ທີ່​ຜົມ​ສັ້ນ​ເວລາ​ເມົາ​ແລ້ວ​ຢ່າ​ຄິດ​ທີ່​ຈະ​ໄປ​ຕັດ​ຜົມ​ຫລື​ຕັດ​ຜົມ​ເອງ​ເດັດ​ຂາດ

4.ຕັດ​ຜົມ​ດ້ວຍ​ຕົວ​ເອງ ຫາກ​ຕ້ອງ​ການ​ຈະ​ເລັມ​ຜົມ​ຫລື​ຕັດ​ຜົມ​ໃຫ້​ສັ້ນ​ຂຶ້ນ​ບໍ່​ຫລາຍ​ເທົ່າໃດ​ກໍ​ອາດຈະ​ລົງ​ມື​ຕັດ​ດ້ວຍ​ຕົວ​ເອງ​ໄດ້​ຫາກ​ໝັ່ນໃຈແຕ່​ຖ້າ​ຢາກ​ຈະ​ຕັດ​ຜົມ​ໃຫ້​ສັ້ນ​ຂຶ້ນ​ໄປບອກ​ເລີຍ​ວ່າ​ໄປ​ຮ້ານ​ເສີມ​ຄວາມງາມ​ຈະ​ດີກວ່າ​

ບົດຄວາມຫຼ້າສຸດ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຮົງກົງ ຄັ້ງທີ 11 (11th Belt and Road Summit, Hong Kong) ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ

ໃນຕອນເຊົ້າຂອງວັນທີ 09 ກັນຍາ 2026 ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ແຫ່ງ...

ສປປ ລາວ ສືບຕໍ່ແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

ພາຍຫຼັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫຼາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ການພັດທະນາຂອງ ສປປ ລາວ. ນັບແຕ່ປີ...

ລາວຕັ້ງເປົ້າໃຫຍ່! ກຽມປັ້ນນິຄົມອຸດສາຫະກຳແຫ່ງໃໝ່ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10,000 ຄົນ

ສປປ ລາວ ກຽມສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງນິຄົມອຸດສາຫະກຳແຫ່ງໃໝ່ ເພື່ອດຶງດູດເມັດເງິນລົງທຶນຈາກຕ່າງປະເທດ ໂຄງການດັ່ງກ່າວຊື່ວ່າ “ນິຄົມອຸດສາຫະກຳ ວຽງຈັນ-ລີ່ຕູ້ (Vientiane-Lidu Industrial Park) ຕັ້ງຢູ່ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ກວມເອົາເນື້ອທີ່ປະມານ...

ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວາງທິດທາງໃນຕໍ່ໜ້າ ເພື່ອກ້າວໄປສູ່ການລຶບລ້າງອາວຸດ (ລະເບີດ) ໃຫ້ໝົດສິ້ນຢ່າງຖາວອນ

ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of the Convention on Cluster Munitions) ໄດ້ໄຂຂຶ້ນຢ່າງເປັນທາງການ...