spot_img
Homeຂ່າວຕ່າງປະເທດຈີນ​ຂຶ້ນ​ເງິນ​ເດືອນ​ພະ​ນັກ​ງານ​ລັດ 2 - 3 ເທົ່າ ຕ້ອນ​ຮັບ​ປີ​ໃໝ່​ຈີນ

ຈີນ​ຂຶ້ນ​ເງິນ​ເດືອນ​ພະ​ນັກ​ງານ​ລັດ 2 – 3 ເທົ່າ ຕ້ອນ​ຮັບ​ປີ​ໃໝ່​ຈີນ

Published on

558000000873201

ລັດ​ຖະ​ບານ​ຈີນ ສະ​ຫລອງ​ປີ​ໃໝ່​ໃຫ້​ພະ​ນັກ​ງານ​ລັດ​ຖະ​ກອນ ແລະ ພະ​ນັກ​ງານ​ລັດ​ວິ​ສາ​ຫະ​ກິດ ດ້ວຍ​ການ​ຂຶ້ນ​ເງິນ​ເດືອນ​ໃຫ້​​ 2 – 3 ເທົ່າ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 23 ມັງ​ກອນ​ນີ້​ວ່າ ກະ​ຊວງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ປະ​ກັນ​ສັງ​ຄົມ​ຂອງ​ຈີນ ໄດ້​ປະ​ກາດຂຶ້ນ​ເງິນ​ເດືອນ​ໃຫ້​ເຈົ້າ​ໜ້າ​ທີ່ ໃນ​ວັນ​ທີ 19 ມັງ​ກອນ​ຜ່ານ​ມານີ້ ໂດຍ​ພະ​ນັກ​ງານ​ລັດ​ຖະ​ກອນ ທີ່​ຢູ່​ໃນ​ເງິນ​ເດືອນ​ຂັ້ນ​ຕ່ຳ​ສຸດ​ຂອງ​ຈີນ ຈະ​ໄດ້​ເງິນ​ເດືອນ​ເພີ່ມ ຈາກ​ເມື່ອ​ກ່ອນ 340 ຢວນ (ປະ​ມານ 428,000 ກີບ) ມາ​ເປັນ 510 ຢວນ (ປະ​ມານ 642,000 ກີບ) ໂດຍ​ບາງ​ກຸ່ມ​ໄດ້​ເພີ່ມ​ຂຶ້ນ 2 ເທົ່າ ແລະ ບາງ​ກຸ່ມ​ກໍ​ໄດ້​ເພີ່ມ​ຂຶ້ນ​ເກືອບ 3 ເທົ່າ.

ສ່ວນ​ບັນ​ດາ​ການ​ນຳ​ສູງ​ສຸດ​ຂອງ​ຈີນ ໄດ້​ແກ່​ກຳ​ມະ​ການ​ກົມ​ການ​ເມືອງ ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ເຊິ່ງ​ມີ​ທັງ​ໝົດ 7 ຄົນ ໃນ​ນັ້ນ​ລວມ​ທັງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສີ ຈິ້ນ​ຜິງ ກໍ​ຈະ​ໄດ້​ຮັບ​ເງິນ​ເດືອນ​ເພີ່ມ​ຂຶ້ນ​ກ່​ວາ 62% ຈາກ 7,020 ຢວນ ຫລື​ປະ​ມານ 8,838,000 ກີບ ມາ​ເປັນ 11,385 ຢວນ ຫລືປະ​ມານ 14,333,000 ກີບ.

ນອກ​ຈາກ​ນີ້, ການ​ຂຶ້ນ​ເງິນ​ເດືອນ​ດັ່ງ​ກ່າວ ຍັງ​ຄວບ​ຄຸມ​ເຖິງ​ພະ​ນັກ​ງານ​ບຳ​ນານ ແລະ ພະ​ນັກ​ງານ​ລັດ​ວິ​ສາ​ຫະ​ກິດ​ຕ່າງໆ​ອີກ​ດ້ວຍ.

 

558000000873202
ກ​ຣາບ​ສະ​ແດງ ເງິນ​ເດືອນ​ຂອງ​ບັນ​ດາ​ຜູ້​ນຳ​ໃນ​ປະ​ເທດ​ຕ່າງໆ ທຽບ​ເປັນ​ຫົວ​ໜ່ວຍ​ເງິນ​ໂດ​ລາ​ຮົ່ງ​ກົ່ງ (ພາບ​ຈາກ: ສຳ​ນັກ​ຂ່າວ​ຊິນ​ຫົວ)

ບົດຄວາມຫຼ້າສຸດ

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...

ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ

ລາວ-ກໍາປູເຈຍ ລົງນາມສືບຕໍ່ຮ່ວມມືດ້ານການປັກຫຼັກໝາຍຊາຍແດນ ວັນທີ 26 ກໍລະກົດ2025 ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ. ຄະນະຜູ້ແທນຝ່າຍລາວນຳໂດຍພະນະທ່ານທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍແລະຄະນະຜູ້ແທນຝ່າຍກໍາປູເຈຍນໍາໂດຍພະນະທ່ານລາມເຈຍ,...

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...