spot_img
Homeຂ່າວຕ່າງປະເທດກະ​ສັດ​ຊາ​ອຸ​ດິ​ອາ​ຣະ​ເບຍ ສະ​ເດັດ​ສະ​ຫວັນ​ນະ​ຄົດ!

ກະ​ສັດ​ຊາ​ອຸ​ດິ​ອາ​ຣະ​ເບຍ ສະ​ເດັດ​ສະ​ຫວັນ​ນະ​ຄົດ!

Published on

EyWwB5WU57MYnKOuFM8V1UK8vjaHVrrPastWTa1f6Oxz2WW32ktWFd

ກະ​ສັດ ອັບ​ດຸນ​ເລາະ ບິນ ອັບ​ດຸນ​ອາ​ຊິດ ແຫ່ງ​ຊາ​ອຸ​ດິ​ອາ​ຣະ​ເບຍ ໄດ້​ສິ້ນ​ພະ​ຊົນ​ແລ້ວ ລວມ​ພະ​ຊົນ​ມາ​ຍຸ​ໄດ້ 90 ພັນ​ສາ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 23 ມັງ​ກອນ​ນີ້​ວ່າ ກະ​ສັດອັບດຸນ​ເລາະ ບິນ ອັບ​ດຸນອາ​ຊິດ ແຫ່ງ​ຊາ​ອຸ​ດິ​ອາ​ຣະ​ເບຍ ໄດ້​ສະ​ເດັດ​ສະ​ຫວັນ​ນະ​ຄົດ​ແລ້ວ ທີ່​ໂຮງ​ໝໍ​ເມື່ອ​ເມວ​ລາ 01:00 ທີ່​ຜ່ານ​ມາ ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ ລວມ​ພະ​ຊົນ​ມາ​ຍຸ​ໄດ້ 90 ພັນ​ສາ ຫລັງ​ຈາກ​ເຂົ້າ​ຮັບ​ການ​ປິ່ນ​ປົວ​ທີ່​ໂຮງ​ໝໍ​ເປັນ​ເວ​ລາ​ຫລາຍ​ອາ​ທິດ ເນື່ອງ​ຈາກ​ອາ​ການ​ປອດ​ຕິດ​ເຊື້ອ.

ກະ​ສັດ​ອັບ​ດຸນ​ເລາະ ຂຶ້ນ​ຄອງ​ລາ​ຊາ​ສົມ​ບັດ ນັບ​ຕັ້ງ​ແຕ່​ປີ 2006 ໂດຍ​ໃນ​ໄລ​ຍະ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້ ພະ​ອົງ​ໄດ້​ຊົງ​ປະ​ຊວນ​ຫລາຍ​ຄັ້ງ ເຊິ່ງ​ໃນ​ຖະ​ແຫລງ​ການ​ການ​ສິ້ນ​ພະ​ຊົນ ຍັງ​ໄດ້​ລະ​ບຸ​ອີກວ່າ ອົງ​ມຸງ​ກຸດ​ລາ​ຊະ​ກຸມ​ມານ ຊັນ​ມານ ບິນ ອັບ​ດຸນ​ລາ​ຊິດ ອັນ ຊາ​ອຸດ ເຊິ່ງ​ມີ​ພະ​ຊົນ​ມາ​ຍຸ 79 ພັນ​ສາ ຈະ​ສະ​ເດັດ​ຂຶ້ນ​ຄອງ​ລາ​ຊະ​ສົມ​ບັດແທນ​ຕໍ່​ຈາກ​ພະ​ອົງ.

 

 

ບົດຄວາມຫຼ້າສຸດ

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...

ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ

ລາວ-ກໍາປູເຈຍ ລົງນາມສືບຕໍ່ຮ່ວມມືດ້ານການປັກຫຼັກໝາຍຊາຍແດນ ວັນທີ 26 ກໍລະກົດ2025 ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ. ຄະນະຜູ້ແທນຝ່າຍລາວນຳໂດຍພະນະທ່ານທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍແລະຄະນະຜູ້ແທນຝ່າຍກໍາປູເຈຍນໍາໂດຍພະນະທ່ານລາມເຈຍ,...

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...