spot_img
Homeນານາສາລະເກືອ ກັບຄວາມດັນເລືອດສູງ!

ເກືອ ກັບຄວາມດັນເລືອດສູງ!

Published on

images lkmk

ການກິນເຄັມເກີນໄປກໍ່ເປັນປັດໄຈໜຶ່ງທີ່ເຮັດໃຫ້ເພີ່ມຄວາມດັນເລືອດສູງຂຶ້ນໄດ້.

ຄົນທົ່ວໄປຈະຮັບຮູ້ວ່າການກິນເກືອຫຼາຍຈະເຮັດໃຫ້ຄວາມດັນເລືອດສູງ. ໃນໄລຍະ 30 ປີທີ່ຜ່ານມາ ຄວາມດັນເລືອດຂອງປະຊາກອນໂລກເພີ່ມຂຶ້ນປະມານ 5-10ສ່ວນຮ້ອຍ ແລະ ອັດຕາການມີຄວາມດັນເລືອດສູງຂອງປະຊາກອນໂລກໃນຂະນະນີ້ປະມານ 25-50 ສ່ວນຮ້ອຍ ແລະ ບັນດາກຸ່ມປະເທດອາຊີອິນເດຍ ອັດຕາການເປັນໂລກຄວາມດັນເລືອດສູງ ຈະເພີ່ມຂຶ້ນຈາກ 3-5 ສ່ວນຮ້ອຍເປັນ 10-15.

ປະມານເກືອບຮ້ອຍສ່ວນຮ້ອຍຂອງຄົນອາຊີ ແລະ ຄົນອາເມລິກາທີ່ກິນເກືອຫຼາຍເກີນຄວາມຕ້ອງການ ເຊິ່ງຈະເຫັນໄດ້ຈາກລັກສະນະການເສີບອາຫານຈິນ ອາຫານຢີ່ປຸ້ນ ແລະ ອຶ່ນໆ ມັກຈະເຫັນພະນັກງານເສີບ ນໍາສະອີວ ນໍ້າປາ ມາວາງໄວ້ເທີງໂຕະ ແລະ ຜູ້ບໍລິໂພກສ່ວນໃຫຍ່ກໍ່ຈະອົດບໍ່ໄດ້ທີ່ຈະຈີ້ມ ຫຼື ຕັກໃສ່ຈານອາຫານຂອງຕົນເອງ ການເຮັດແບບນີ້ຈະໄດ້ເກືອເພີ່ມຂຶ້ນໄປ ຈາກອາຫານທີ່ປຸງສໍາເລັດແລ້ວ  ຊຶ່ງອາດຈະເຄັມເກີນຄວາມຕ້ອງການຂອງຮ່າງກາຍແລ້ວກໍ່ໄດ້  ແມ່ນວ່າປະຊາກອນຊາວອາຊີ ແລະ ອາເມລິກາ ເກືອບຮ້ອຍສ່ວນຮ້ອຍທີ່ກິນເກືອເຄັມເກີນຄວາມຕ້ອງການຂອງຮ່າງກາຍແຕ່ອັນຕະລາຍຂອງຄົນທີ່ມີຄວາມດັນເລືອດສູງມີພຽງປະມານ 20-30 ສ່ວນຮ້ອຍ ສະແດງວ່າເກືອແກງອາດບໍ່ແມ່ນສາເຫດດຽວທີ່ເຮັດໃຫ້ເກີດຄວາມດັນເລື່ອດສູງ ແລະ ຈາກຂໍ້ມູນການສຶກສາພົບວ່າຄົນທີ່ຄວາມດັນເລືອດສູງມີທັງປະເພດທີ່ບໍ່ດີຕໍ່ກັບການກິນເກືອຫຼາຍ ແລະ ປະເພດທີ່ບໍ່ມີຜົນກະທົບກັບການກິນເກືອຫຼາຍ ໝາຍຄວາມວ່າບາງຄົນກິນເຄັມຫຼາຍ ເຮັດໃຫ້ຄວາມດັນ ເລືອດສູງ ແຕ່ບາງຄົນເຊິ່ງກິນໃນປະລິມານເທົ້າກັນແຕ່ຄວາມດັນເລືອດບໍ່ສູງກໍ່ມີ. ດັ່ງນັ້ນ, ການກໍາຈັດເກືອພຽງຢ່າງດຽວອາດບໍ່ແມ່ນການແກ້ໄຂຄວາມດັນເລືອດສູງພຽງທາງດຽວ ແຕ່ຕ້ອງຄໍານືງເຖິງປັດໄຈອຶ່ນໆທີ່ກ່ຽວຂ້ອງດ້ວຍ ສໍາລັບບາງຄົນທີ່ແກ້ບັນຫາດ້ວຍການຫຼຸດການກິນເຄັມ ແລະ ກໍ່ຄວນເລືອກກິນເກືອທີ່ບໍ່ມີຜົນຕໍ່ກັບຄວາມດັນເລືອດສູງເກີນໄປ ເຊັ່ນເກືອຄຼໍໄຣຄ໌.

>>ຂອບໃຈhttp://www.krabork.com/สุขภาพ/

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...