ຍີ່​ປຸ່ນ​ເລັ່ງ​ເຈ​ລະ​ຈາ​ຊ່ວຍ 2 ຕົວ​ປະ​ກັນ ຫລັງ​ເສັ້ນ​ຕາຍ​ໃກ້​ຈະ​ມາ​ເຖິງ ​ຕອນ​ທ່ຽງ​ມື້​ອື່ນນີ້!

NjpUs24nCQKx5e1DGzwccGveYQD1pSTXSMjagyrgdmX

ລັດ​ຖະ​ບານ​ຍີ່​ປຸ່ນ ເລັ່ງ​ແຂ່ງ​ກັບ​ເວ​ລາ​ເພື່ອ​ຊອກ​ຫາ​ຄົນ​ກາງ ເຈ​ລະ​ຈາ​ກັບ​ກຸ່ມ​ລັດ​ອິດ​ສະ​ລາມ ຊ່ວຍ​ຊີ​ວິດ 2 ຕົວ​ປະ​ກັນ ກ່ອນ​ຮອດ​ເສັ້ນ​ຕາຍ ໃນ​ຕອນ​ທ່ຽງມື້​ອື່ນ​ນີ້ (23 ມັງ​ກອນ).

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 22 ມັງ​ກອນ​ນີ້​ວ່າ ທ່ານ ໂຢ​ຊິ​ຮິ​ເດະ ຊູ​ງະ ຫົວ​ໜ້າ​ເລ​ຂາ​ທິ​ການ​ຄະ​ນະ​ລັດ​ຖະ​ບານ​ຍີ່​ປຸ່ນ ໄດ້​ກ່າວ​ຖະ​ແຫລງ​ໃນ​ມື້​ວັນ​ພຸດ (21 ມັງ​ກອນ) ຜ່ານ​ມາ​ນີ້​ວ່າ ເວ​ລາ​ເສັ້ນ​ຕາຍ​ຂອງ​ລັດ​ຖະ​ບານ ກຳ​ລັງ​ຈະ​ມາ​ເຖິງ​ໃນ​ເວ​ລາ​ປະ​ມານ 02:50 ໂມງ ຂອງ​ມື້​ວັນ​ສຸກທີ 23 ມັງ​ກອນ ຕາມ​ເວ​ລາ​ມາດ​ຕະ​ຖານ​ສາ​ກົນ ເຊິ່ງ​ກົງ​ກັບ​ເວ​ລາ 12:50 ໂມງ ຂອງ​ມື້​ດຽວ​ກັນ ຕາມ​ເວ​ລາ​ໃນ​ປະ​ເທດ​ຍີ່​ປຸ່ນ (ຫລື​ເວ​ລາ 10:50 ໂມງ ຕາມ​ເວ​ລາ​ໃນ​ປະ​ເທດ​ລາວ) ເພື່ອ​ຊ່ວຍ 2 ຕົວ​ປະ​ກັນ​ຊາວ​ຍີ່​ປຸ່ນ ທີ່​ຖືກ​ກຸ່ມ​ລັດ​ອິດ​ສະ​ລາມ​ລັກ​ພາ​ຕົວໄປ ພ້ອ​ມ​ທັງ​ໄດ້​ຂູ່​ຈະ​ສັງ​ຫານ​ທັງ​ສອງຄົນ ພາຍ​ໃນ​ເວ​ລາ 72 ຊົ່ວ​ໂມງ ໂດຍ​ຮຽກ​ຄ່າ​ໄຖ່​ກັບ​ລັດ​ຖະ​ບານ​ຍີ່​ປຸ່ນ​ເປັນ​ຈຳ​ນວນ​ເງິນ 200 ລ້ານ​ໂດ​ລາສະ​ຫະ​ລັດ.

ທ່ານ​ ຊູ​ງະ ໄດ້​ກ່າວ​ອີກວ່າ ລັດ​ຖະ​ບານ​ກຳ​ລັງ​ພະ​ຍາ​ຍາມ​ຈະ​ຊ່ວຍ​ຊີ​ວິດ​ຕົວ​ປະ​ກັນ​ທັງ 2 ຄົນ ໂດຍ​ປັດ​ຈຸ​ບັນ​ກຳ​ລັງ​ເຮັດ​ວຽກ​ຢ່າງ​ເຕັມ​ທີ່​ແຂ່ງ​ກັບ​ເວ​ລາ ເພື່ອ​ຕິດ​ຕໍ່​ກັບ​ກຸ່ມ​ລັດ​ອິດ​ສະ​ລາມ ຫລື IS ໂດຍ​ຜ່ານ​ຄົນ​ກາງ ເພື່ອ​ຊ່ວຍ​ເຈ​ລະ​ຈາໃຫ້​ປ່ອຍ​ຕົວ ທ້າວ ໂກ​ໂຕະ ແລະ ທ້າວ ຢູ​ຄາ​ວາ ໂດຍ​ບໍ່​ວ່າ​ຈະ​ເປັນ​ລັດ​ຖະ​ບານຂອງ​ປະ​ເທດ​ອື່ນ ຫລື ກຸ່ມ​ຊົນ​ເຜົ່າ​ທ້ອງ​ຖິ່ນ​ໃນ​ອີ​ຣັກ ແລະ ຊີ​ເຣຍ.  ແນວ​ໃດ​ກໍ​ຕາມ, ທ່ານ ຊູ​ງະ ຍັງ​ບໍ່​ໄດ້​ກ່າວ​ເຖິງ​ກໍ​ລະ​ນີ​ທີ່​ວ່າ ລັດ​ຖະ​ບານ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊິນ​ໂຊ ອາ​ເບະ ຈະ​ຍອມ​ຈ່າຍ​ເງິນ​ຄ່າ​ໄຖ່ ຫລື ບໍ່ ເພື່ອ​ແລກ​ປ່ຽນ​ກັບ​ຊີ​ວິດ​ຂອງ​ຕົວ​ປະ​ກັນ​ຊາວ​ຍີ່​ປຸ່ນ​ທັງ 2 ຄົນ.