spot_img
Homeຂ່າວຕ່າງປະເທດຊາວ​ປະ​ມົງ​ອົດ​ສະ​ຕາ​ລີ ລາກມອງ​ຕິດ​ປາ​ສະ​ຫລາມ​ດຶກ​ດຳ​ບັນ ຍຸກ​ກ່ອນ​ປະ​ຫວັດ​ສາດ!

ຊາວ​ປະ​ມົງ​ອົດ​ສະ​ຕາ​ລີ ລາກມອງ​ຕິດ​ປາ​ສະ​ຫລາມ​ດຶກ​ດຳ​ບັນ ຍຸກ​ກ່ອນ​ປະ​ຫວັດ​ສາດ!

Published on

FrilledShark003

ຊາວ​ປະ​ມົງ​ອົດ​ສະ​ຕາ​ລີ ລາກມອງ​ຢູ່​ທະ​ເລ​ຖືກ​ປາ​ສະ​ຫລາມ​ນ້ຳ​ເລິກ​ດຶກ​ດຳ​ບັນພັນ​ຫາ​ຍາກ ມີ​ຮູບ​ຮ່າງ​ຄ້າຍ​ກັບ​ປາ​ໄຫລ​ໄຟ​ຟ້າ ມີ​ແຂ້ວ​ຫລາຍ​ເຖິງ 300 ເຫລັ້ມ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 22 ມັງ​ກອນ​ນີ້​ວ່າ ຊາວ​ປະ​ມົງ​ໃນ​ລັດ​ວິກ​ຕໍ​ເຣຍ ປະ​ເທດ​ອົດ​ສະ​ຕາ​ລີ ສາ​ມາດ​ຈັບ​ປາ​ສະ​ຫລາມ​ຄ​ຣຸຍ (Frilled Shark) ເຊິ່ງ​ເປັນ​ປາ​ສະ​ຫລາມ​ນ້ຳ​ເລິກ​ພັນ​ຫາ​ຍາກ ໃນ​ເຂດ​ແຄມ​ທະ​ເລ​ສາບ​ກິບ​ແລນ ໂດຍ​ຕ້ອງ​ໄດ້​ໃຊ້​ເຮືອ​ລາກມອງ​ຂະ​ໜາດ​ໃຫຍ່ ກ່​ວາ​ຈະ​ສາ​ມາດ​ຈັບ​ໄດ້​ສຳ​ເລັດ.

ຫລັງ​ຈາກ​ທີ່​ມີ​ປາ​ຕິດ​ໃນ​ມອງ ຜູ້​ກ່ຽວ​ກໍ​ຕ້ອງ​ຕ້ອງ​ຕະ​ລຶງ ເມື່ອ​ລຳ​ຕົວ​ຂອງ​ປາ​ສະ​ຫລາມ​ດັ່ງ​ກ່າວ ມີ​ຄວາມ​ຍາວ​ເຖິງ 2 ແມັດ ອີກ​ທັງ​ຮູບ​ຮ່າງ​ຂອງ​ປາ​ກໍ​ຄ້າຍ​ຄື​ກັນ​ກັບ​ປາ​ໄຫລ​ໄຟ​ຟ້າ, ຕໍ່​ມາ​ພາຍ​ຫລັງ​ຈິ່ງ​ຮູ້​ວ່າ​ມັນ​ແມ່ນ​ປາ​ສະ​ຫລາມ​ຄ​ຣຸຍ ເຊິ່ງ​ເປັນ​ປາ​ສະ​ຫລາມ​ດຶກ​ດຳ​ບັນ ທີ່​ບໍ່​ມີ​ການ​ວິ​ວັດ​ທະ​ນາ​ການ​ປ່ຽນ​ແປງ​ຮູບ​ຮ່າງ​ເລີຍ ນັບ​ຕັ້ງ​ແຕ່​ເກີດ​ຂຶ້ນ​ເທິງ​ໂລກ ເມື່ອ​ໄລ​ຍະ 80 ລ້ານ​ປີ​ກ່ອນ ໂດຍ​ປາ​ຊະ​ນິດ​ນີ້​ຈະ​ອາ​ໄສ​ຢູ່​ໃນ​ນ້ຳ​ເລິກ​ປະ​ມານ 1,500 ແມັດ.  ຢ່າງ​ໃດ​ກໍ​ຕາມ, ສະ​ຫລາມ​ໂຕ​ດັ່ງ​ກ່າວ​ນີ້ ແມ່ນ​ສາ​ມາດ​ຈັບ​ໄດ້​ໃນ​ຂະ​ນະ​ທີ່​ມັນ​ຢູ່​ໃນ​ນ້ຳ​ເລິກ​ພຽງ​ແຕ່ 700 ແມັດ​ເທົ່າ​ນັ້ນ.

NjpUs24nCQKx5e1DGzwbGQ3k2M6deO9W8ttQgRojXPU NjpUs24nCQKx5e1DGzwbGQ3k2M6dePD58kzFM9FLFRr

ບົດຄວາມຫຼ້າສຸດ

ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ

ລາວ-ກໍາປູເຈຍ ລົງນາມສືບຕໍ່ຮ່ວມມືດ້ານການປັກຫຼັກໝາຍຊາຍແດນ ວັນທີ 26 ກໍລະກົດ2025 ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ. ຄະນະຜູ້ແທນຝ່າຍລາວນຳໂດຍພະນະທ່ານທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍແລະຄະນະຜູ້ແທນຝ່າຍກໍາປູເຈຍນໍາໂດຍພະນະທ່ານລາມເຈຍ,...

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...