Homeຂ່າວຕ່າງປະເທດຈີນ​ປົດ​ເລ​ຂາ​ພັກ - ຫົວ​ໜ້າ​ເທດ​ສະ​ບານ​ຫວງ​ຜູ່! ເລິ່ນ​ເລີ້​ປະ​ຕິ​ບັດ​ໜ້າ​ທີ່ ເຫດ​ຢຽບ​ກັນ​ຕາຍ ມື້​ສົ່ງ​ທ້າຍ​ປີ​ເກົ່າ!

ຈີນ​ປົດ​ເລ​ຂາ​ພັກ – ຫົວ​ໜ້າ​ເທດ​ສະ​ບານ​ຫວງ​ຜູ່! ເລິ່ນ​ເລີ້​ປະ​ຕິ​ບັດ​ໜ້າ​ທີ່ ເຫດ​ຢຽບ​ກັນ​ຕາຍ ມື້​ສົ່ງ​ທ້າຍ​ປີ​ເກົ່າ!

Published on

558000000819201
ພາບ​ມວນ​ຊົນ​ເຂົ້າ​ມາ​ສະ​ຫລອງ​ປີ​ໃໝ່ ຢູ່​ຈະ​ຕຸ​ຫລັດ​ເສິນ​ອີ້ ເຂດ​ໄວ່​ທັນ ເທດ​ສະ​ບານ​ຫວງ​ຜູ່ ນະ​ຄອນ​ຊຽງ​ໄຮ້ ເປັນ​ເຫດ​ຢຽບ​ກັນ​ຕາຍ 36 ຄົນ ໃນ​ມື້​ວັນ​ທີ 31 ທັນ​ວາ 2014

 

ຄະ​ນະ​ກຳ​ມະ​ການ​ສອບ​ສວນ ສະ​ເໜີ​ປົດ​ເລ​ຂາ​ຄະ​ນະ​​ພັກ​ເທດ​ສະ​ບານ ແລະ ຫົວ​ໜ້າ​ເທດ​ສະ​ບານ​ຫວງ​ຜູ່ ນະ​ຄອນ​ຊຽງ​ໄຮ້ ຈາກ​​​ການເລິ່ນ​ເລີ້ຄວາມ​ປອດ​ໄພ ໃນ​ເທດ​ສະ​ການ​ສະ​ຫລອງ​ປີ​ໃໝ່​ສາ​ກົນ ຈົນ​ພາ​ໃຫ້​ມີ​ເຫດ​ຢຽບ​ກັນ​ຕາຍ​ເກີດ​ຂຶ້ນ ເມື່ອ​ທ້າຍ​ປີ 2014 ຜ່ານ​ມາ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 22 ມັງ​ກອນ​ນີ້​ວ່າ ທາງ​ກາ​ນຈີນ ໄດ້​ຈັດ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ເພື່ອ​ສອບ​ສວນ ກໍ​ລະ​ນີ​ເກີດ​ເຫດ​ຢຽບ​ກັນ​ຕາຍ​ທີ່​ເຂດ​ໄວ່​ທັນ ເທດ​ສະ​ບານ​ຫວງ​ຜູ່ ນະ​ຄອນ​ຊຽງ​ໄຮ້ ​ໃນ​ມື້​ວັນ​ທີ 31 ທັນ​ວາ 2014 ຍ້ອນ​ປະ​ຊາ​ຊົນ​ແຫ່​ແຫນ​ກັນ​ມາ​ສະ​ຫລອງ​ສົ່ງ​ທ້າຍ​ປີ​ເກົ່າ ຕ້ອນ​ຮັບ​ປີ​ໃໝ່ຢູ່​ຈະ​ຕຸ​ຫລັດເສິນອີ້ ນັບ​ແສນ​ກ່​ວາ​ຄົນ ຈົນ​ເກີດ​ເຫດ​ວຸ້ນ​ວາຍ ແລະ ຢຽບ​ກັນ​ເສຍ​ຊີ​ວິດ 36 ຄົນ ແລະ ບາດ​ເຈັບ​ອີກ 46 ຄົນ.  ຜ່ານຜົນ​ຂອງ​ການ​ສອບ​ສວນ​ ແມ່ນໄດ້​ລະ​ບຸ 5 ສາ​ເຫດ​ທີ່​ພາ​ໃຫ້​ເຫດ​ການ​ດັ່ງ​ກ່າວ​ເກີດ​ຂຶ້ນ​ຄື: 1) ຂາດ​ການ​ຕິດ​ຕາມ​ສະ​ຖາ​ນະ​ການ ແລະ ປະ​ເມີນ​ທ່າ​ອ່ຽງ​ຄວາມ​ສ່ຽງ​ດ້ານ​ຄວາມ​ປອດ​ໄພ, 2) ຂາດ​ການ​ລາຍ​ງານ​ຄວາມ​ຄືບ​ໜ້າ​ຂອງ​ສະ​ຖາ​ນະ​ການ, 3) ຂາດ​ການ​ຈັດ​ມາດ​ຕະ​ການ​ປ້ອງ​ກັນ​ເຫດ​ຮ້າຍ, 4) ບໍ່​ມີ​ການ​ຕິດ​ຕາມ ແລະ ພິ​ຈາ​ລະ​ນາ​ຈຳ​ນວນ​ຄົນ​ເຂົ້າ​ຮ່ວມ ຫລາຍ​ເກີນ​ຄວາມ​ສາ​ມາດ​ໃນ​ການ​ຄວບ​ຄຸມ ແລະ ອີກ​ທັງ​ຍັງ​ບໍ່​ມີ​ການ​ປະ​ກາດ​ແຈ້ງ​ເຕືອນ​ໃດໆ, 5) ການ​ກະ​ກຽມ​ມາດ​ຕະ​ການ ແລະ ການ​ປະ​ສານ​ງານ​ກັບ​ພາກ​ສ່ວນ​ກ່ຽວ​ຂ້ອງ ເພື່ອ​ກຽມ​ພ້ອມ​ຮັບ​ມື​ກັບ​ສະ​ຖາ​ນະ​ການ​ສຸກ​ເສີນ​ບໍ່​ພຽງ​ພໍ.

​ຈາກ​ການ​ສອບ​ສວນ​ດັ່ງ​ກ່າວ​ນັ້ນ, ທາງຄະ​ນະ​ກຳ​ມະ​ການ​ສອບ​ສວນ ໄດ້​ມີ​ມະ​ຕິ​ເຫັນ​ດີ​ສະ​ເໜີ​ປົດ​ຕຳ​ແໜ່ງ ການ​ນຳ​ລະ​ດັບ​ສູງ​ສຸດຂອງ​ເທດ​ສະ​ບານ​ຫວງ​ຜູ່ ໄດ້​ແກ່ ທ່ານ ໂຈວ ເຫວີ່ຍ ເລ​ຂາ​ຄະ​ນະ​ພັກ​ເທດ​ສະ​ບານ, ທ່ານ ເຜິງ ຊົງ ຮອງ​ເລ​ຂາ​ຄະ​ນະ​ພັກ ແລະ ທັງ​ເປັນ​ຫົວ​ໜ້າ​ເທດ​ສະ​ບານ​, ທ່ານ ໂຈວ ເຈີ້ງ ຮອງ​ຫົວ​ໜ້າ​ເທດ​ສະ​ບານ, ທ່ານ ເສິນ ສີ ຜູ້​ບັນ​ຊາ​ການ​ສຳ​ນັກ​ງານ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ເທດ​ສະ​ບານ​ຫວງ​ຜູ່ ແລະ ໂຍກ​ຍ້າຍ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ອື່ນໆ​ອີກ ລວມ​ທັງ​ໝົດ 11 ຄົນ.

ໃນ​ຖະ​ແຫລງ​ການ​ຂອງ​ຄະ​ນະ​ກຳ​ມະ​ການ​ສອບ​ສວນ ໄດ້​ລະ​ບຸ​ຄວາມ​ຜິດ​ຂອງ​ການ​ນຳ​ສູງ​ສຸດ​ເທດ​ສະ​ບານ​ຫວງ​ຜູ່ ຈາກ​ຄວາມ​ເລິ່ນ​ເລີ້​ໃນ​ການ​ບັງ​ຄັບ​ໃຊ້​ກົດ​ໝາຍ ວ່າ​ດ້ວຍ​ການ​ສະ​ກັດ​ກັ້ນ​ສະ​ຖາ​ນະ​ການ​ສຸກ​ເສີນ ແລະ​ ບໍ່​ເອົາ​ໃຈ​ໃສ່​ຢ່າງ​ເຄັ່ງ​ຄັດ ໃນ​ການ​ປະ​ຕິ​ບັດ​ຂໍ້​ບັງ​ຄັບ​ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ກອງ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ຕະ​ຫລອດ 24 ຊົ່ວ​ໂມງ, ບໍ່​ມີ​ການ​ປະ​ເມີນ ແລະ ແກ້​ໄຂ​ສະ​ຖາ​ນະ​ການ​ຢ່າງ​ທັນ​ການ.  ນອກ​ຈາກ​ນີ້, ໃນ​ຄືນ​ມື້​ເກີດ​ເຫດ ບັນ​ດາ​ກຸ່ມ​ການ​ນຳ​ດັ່ງ​ກ່າວ ຍັງ​ໄດ້​ນຳ​ໃຊ້​ເງິນ​ງົບ​ປະ​ມານ​ຂອງ​ລັດ ດື່ມ​ກິນ​ອາ​ຫານ​ລາ​ຄາ​ແພງ ອັນ​ສົ່ງ​ຜົນ​ກະ​ທົບ​ຕໍ່​ທາງ​ສັງ​ຄົມ​ຢ່າງ​ຮ້າຍ​ແຮງ​.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...