spot_img
Homeຄວາມງາມໃຊ້​ຄີມ​ນວດ​ຜິດ​ວິທີ​ຕໍ່​ໃຫ້​ອີກ​ຈັກປີ​ຜົມ​ກໍ​ບໍ່​ງາມ

ໃຊ້​ຄີມ​ນວດ​ຜິດ​ວິທີ​ຕໍ່​ໃຫ້​ອີກ​ຈັກປີ​ຜົມ​ກໍ​ບໍ່​ງາມ

Published on

10152

  1. ບໍ່​ໃຊ້​ຄີມ​ນວດ​ຜົມ​ເລີຍ
    ຄີມ​ນວດ​ຜົມ​ກໍ​ປຽບຄືກັບ ​ມອຍສ໌​ເຈີ​ໄລ​ເຊີ​ຂອງ​ເສັ້ນ​ຜົມສະ​ນັ້ນ​ຢ່າ​ຄິດວ່າ​ບໍ່​ໃຊ້​ແລ້ວ​ກໍ​ຈະ​ບໍ່ເປັນຫຍັງເພາະ​ຄີມ​ນວດ​ຜົມ​ສາມາດ​ຊ່ວຍ​ເຕີມ​ຄວາມ​ຊຸ່ມ​ຊື້ນ​ໃຫ້​ກັບ​ເສັ້ນ​ຜົມ​ແລະ​ຊ່ວຍ​ປ້ອງ​ກັນ​ບໍ່​ໃຫ້ ຜົມ​ເສຍ​ໄດ້ຮູ້​ແບບ​ນີ້​ແລ້ວ​ຫລັງ​ສະ​ຜົມ​ສຳເລັດ​ກໍ​ໃຊ້​ກັນ​ແນ່ເດີ
  2. ໃຊ້​ຄີມ​ນວດ​ຜົມ​ຫລາຍ​ເກີນ​ໄປ
    ການ​ໃຊ້​ຄີມ​ນວດ​ຜົມ​ເປັນ​ສິ່ງ​ທີ່​ດີແຕ່​ຖ້າ​ໃຊ້​ຫລາຍ​ເກີນ​ໄປ​ກໍ​ຈະ​ເຮັດໃຫ້​ຜົມ​ຂອງ​ເຈົ້າ​ລີບ​ແປ ທາງ​ທີ່​ດີ​ຄວນ​ໃຊ້​ຕັ້ງ​ແຕ່​ປາຍ​ຜົມ​ຂຶ້ນ​ໄປ​ເ​ຄຶ່ງ​ໜຶ່ງ​ຂອງ​ຄວາມ​ຍາວ​ເສັ້ນ​ຜົມ​ກໍ​ພໍ​ແລ້ວ ແຕ່​ຖ້າ​ຮາກ​ຜົມ​ແລະ​ໜັງ​ຫົວ​ແຫ້ງກໍ​ອາດຈະ​ນວດໆເພື່ອ​ເພີ່ມ​ຄວາມ​ຊຸ່ມ​ຊື້ນ​ນຳ​ກໍ​ໄດ້
  3. ໝັກ​ປະ​ໄວ້​ແປ໋ບດຽວ
    ການ​ໃຊ້​ຄີມ​ນວດ​ຜົມ​ບໍ່ແມ່ນ​ແຕ່​ລົງ​ເທິງ​ຜົມ​ໄປ​ແລ້ວ​ກໍ​ລ້າງ​ອອກແຕ່​ແທ້ໆຄວນ​ປະໄວ້​ເທິງ​ເສັ້ນ​ຜົມ​ປະມານ3 ນາ​ທີ ເພື່ອ​ໃຫ້​ໄດ້​ປະ​ສິດ​ທິ​ພາບ​ທີ່​ແທ້​ຈິງໃນ​ລະຫວ່າງ​ນັ້ນ​ຖ້າ​ບໍ່​ມີ​ຫຍັງ​ເຮັດກໍ​ອາດຈະ​ຖູບູ່​ຫລື​ສະຄັບ​ຜິວ​ກໍ​ໄດ້

4.ບໍ່​ໄດ້​ບຳ​ລຸງ​ຢ່າງ​ລ້ຳ​ລຶກ
ການ​ທີ່​ຜົມ​ໄດ້ຮັບ​ການ​ບຳ​ລຸງ​ຢ່າງ​ລ້ຳ​ເລິກຈະ​ຊ່ວຍ​ຟື້ນ​ຟູ​ແລະ​ປ້ອງ​ກັນ​ຜົມ​ເສຍ​ໄດ້ແລະ​ຖ້າ​ເຈົ້າ​ຄິດວ່າ​ຜົມ​ເສຍ​ນັ້ນ​ເກີດ​ຂຶ້ນ​ໄດ້​ງ່າຍໆເຈົ້າ​ກໍ​ຄວນ​ເລັງ​ເຫັນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ບຳ​ລຸງ​ຢ່າງ​ລ້ຳ​ເລິກ​ນຳ​ເອົາ​ເປັນ​ວ່າ​ເລືອກ​ຄີມ​ນວດ​ຜົມ​ທີ່​ດີ​ແລະ​ນວດ​ປະ​ໄວ້​ດົນ​ໆຈະ​ດີກວ່າ​

5.ໃຊ້​ຄີມ​ນວດ​ຜົມ​ຫລັງ​ສະ​ເທົ່າ​ນັ້ນ
ໃຜ​ວ່າ​ຄີມ​ນວດ​ເອົາ​ໄວ້​ໃຊ້​ຫລັງ​ສະ​ຜົມ​ໄດ້​ເທົ່າ​ນັ້ນ​ເພາະ​ຖ້າ​ຫາກ​ເຈົ້າ​ຮັກ​ເສັ້ນ​ຜົມ​ແລະ​ຕ້ອງ​ການ​ບຳ​ລຸງ​ບໍ່​ໃຫ້​ແຫ້ງ​ເສຍ​ແທ້ໆເຈົ້າ​ຄວນ​ຈະ​ມີ​ຄີມ​ນວດ​ຜົມ​ແບບ​ທີ່​ບໍ່​ຕ້ອງ​ລ້າງ​ອອກ (Leave-in Conditioner) ໄວ້​ໃຊ້​ເພື່ອ​ເພີ່ມ​ຄວາມ​ຊຸ່ມ​ຊື້ນ​ແລະ​ປ້ອງ​ກັນ​ຜົມ​ແຫ້ງ​ເສຍ​ໄດ້​ຫລາຍ​ເປັນ​ສອງ​ເທົ່າ​ດ້ວຍ

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...