spot_img
Homeຄວາມງາມຄອນ​ຊີນ​ເລີກັບເຄັດ​ລັບ​ການ​ໃຊ້​ທີ່​ສາວໆຕ້ອງ​ຮູ້

ຄອນ​ຊີນ​ເລີກັບເຄັດ​ລັບ​ການ​ໃຊ້​ທີ່​ສາວໆຕ້ອງ​ຮູ້

Published on

1

 
ຫາກ​ເວົ້າ​ເຖິງ​ຄອນ​ຊີນ​ເລີສາວໆກໍ​ຄົງ​ນຶ​ກວ່າໃຊ້​ໃນ​ການ​ປົກ​ປິດ​ຮອຍດຳ​ຮອບ​ດວງ​ຕາ​ຫລື​ປົກ​ປິດ​ຮອຍ​ສິວ​ເທົ່ານັ້ນຊຶ່ງ​ຄວາມ​ຈິງ​ແລ້ວ​ຄອນ​ຊີນ​ເລີ​ໃຊ້​ປະໂຫຍດ​ໄດ້​ຫລາຍກວ່າ​ທີ່​​ຄິດ ແລະ ​ຍິ່ງ​ໃຜ​ທີ່​ບໍ່​ເຄີຍ​ໃຫ້​ຄວາມ​ສົນ​ໃຈ​ໃນ​ການ​ໃຊ້​ຄອນ​ຊີນ​ເລີເພາະ​ຄິດວ່າ​ຕົວ​ເອງ​ບໍ່​ມີ​ບັນຫາ​ຮອຍ​ຄ້ຳ​ກ້ອງຕາຫລື​ຮອຍ​ສິວບອກ​ເລີຍ​ວ່າ​ຄິດ​ຜິດ​ຄອນ​ຊີນ​ເລີ​ຊ່ວຍ​ໃນ​ການ​ແຕ່ງ​ໜ້າ​ໄດ້​ອີກ​ຫລາຍ​ຢ່າງ​ຕາມ​ນີ້​ເລີຍ…

1.ລົງ​ຮອງ​ພື້ນ​ກ່ອນ​ສະເໝີ ຫລາຍ​ຄົນ​ຄົງ​ສົງ​ໄສ​ວ່າ​ຈະ​ລົງ​ຮອງ​ພື້ນ​ກ່ອນຫລື​ລົງ​ຄອນ​ຊີນ​ເລີ​ກ່ອນ​ດີຄວາມ​ຈິງ​ແລ້ວ​ການ​ລົງ​ຮອງ​ພື້ນ​ກ່ອນ​ເປັນ​ສິ່ງ​ທີ່​ດີກວ່າເພາະ​ຫາ​ກລົງ​ຮອງ​ພື້ນ​ກ່ອນ​ແລ້ວເຈົ້າ​ກໍ​ຈະ​ບໍ່​ຈຳ​ເປັນ​ຕ້ອງ​ໃຊ້​ຄອນ​ຊີນ​ເລີຫລາຍ​ຈົນ​ອາດຈະ​ເຮັດໃຫ້​ໜາ​ເກີນ​ເຫດ ແຕ່​ຖ້າ​ລົງ​ຄອນ​ຊີນ​ເລີ​ກ່ອນ​ລົງ​ຮອງ​ພື້ນ​ກໍ​ອາດຈະ​ລົບ​ເລືອນ​ຄອນ​ຊີນ​ເລີ​ທີ່​ລົງ​ໄວ້​ກ່ອນ​ໄປຫມົດ​ເລີຍ​ກໍ​ເປັນ​ໄດ້
2. ໃຊ້​ແທນ​ອາຍ​ໄພ໌​ເມີ​ໄດ້   ບໍ່​ຕ້ອງ​ໄປ​ລົງ​ທຶນ​ຊື້​ອາຍ​ໄພ​ເມີມາ​ໃຊ້​ໃຫ້​ເປືອງເພາະ​ພຽງ​ໃຊ້​ຄອນ​ຊີນ​ເລີແຕ້ມ​ໄປ​ທີ່​ເປືອກ​ຕາ​ກ່ອນ​ລົງ​ອາຍ​ແຊ​ໂດກໍ​ຊ່ວຍ​ບໍ່​ໃຫ້​ອາຍ​ແຊ​ໂດວ໌​ເປັນ​ຝຸ່ນ​ຜົງ​​ຕິດດົນທົນນານ​​

  1. ປົກ​ປິດ​ສິວ​ອັກ​ເສບ​ດ້ວຍ​ຄອນ​ຊີນ​ເລີ​ສີ​ຂຽວມື້​ໃດ​ທີ່​ມີ​ສິວ​ອັກ​ເສບ​ແດງໆຂຶ້ນ​ຫລາຍ​​ກວນໃຈ​ແລ້ວ​ຕ້ອງ​ການ​ຈະ​ປົກ​ປິດ ໃຫ້​​ປົກ​ປິດ​ດ້ວຍ​ການ​ແຕ້ມ​ຄອນ​ຊີນ​ເລີສີ​ຂຽວ​ລົງ​ໄປ​ກ່ອນຈາກ​ນັ້ນ​ນຳ​ດ້ວຍ​ການ​ແຕ້ມ​ດ້ວຍ​ຄອນ​ຊີນ​ເລີ​ສີ​ທີ່​ແມດ​ກັບ​ຜິວ ວິທີ​ນີ້​ຈະ​ຊ່ວຍ​ອຳ​ພາງ​ສີ​ແດງ​ຈາກ​ການ​ອັກ​ເສບ​ຂອງ​ສິວ​ໄດ້​
    ປົກ​ປິດ​ສິວ​ທີ່​ໜ້າ​ອົກ​ແລະ​ຫລັງ​ໃຫ້​ເນຍ
    4.ຕາ​ສົດ​ໃສ​ບໍ່​ມີ​ໂຊມ ມື້ຄືນ​ນອນ​ບໍ່​ຫລັບ​ຈົນ​ຕື່ນ​ເຊົ້າ​ມາ​ແລ້ວ​ຕາ​ເບິ່ງ​ໂຊມ​ບໍ່​ຕ້ອງ​ກັງ​ວົນເພາະ​ບັນຫາ​ນີ້​ສາມາດ​ຈັດການ​ດ້ວຍ​ການ​ໃຊ້​ຄອນ​ຊີນ​ເລີ​ສີ​ສະຫວ່າງ​ກວ່າ​ຜິວ​ເລັກນ້ອຍ​ມາແຕ້ມ​ເຂົ້າໄປ​ທີ່​ຫົວ​ຕາຮອຍ​ພັບ​ຕາ ແລະ​ໂໜກ​ຄິ້ວຈາກ​ນັ້ນ​ເກ່ຍ​ໃຫ້​ນຽນ​ເຂົ້າ​ກັນພຽງ​ເທົ່າ​ນີ້​ຕາ​ກໍ​ຈະ​ເບິ່ງ​ສົດ​ໃສ
  2. ຄອນ​ຊີນ​ເລີ​ແຕ່​ລະ​ສີ​ແຕກ​ຕ່າງ​ກັນ ສາວໆທີ່​ມັກ​ແຕ່ງ​ໜ້າ ​ໜ້າ​ຈະ​ເຄີຍ​ເຫັນ​ກັນ​ມາແດ່​ແລ້ວວ່າ​ຄອນ​ຊີນ​ເລີ​ທີ່​ມີ​ວາງ​ຂາຍ​ນັ້ນ​ມີ​ຫລາຍ​ສີ​ຫລາຍຊຶ່ງ​ແຕ່​ລະ​ສີ​ກໍ​ມີ​ຫນ້າທີ່​ແຕກ​ຕ່າງ​ກັນ​ອອກ​ໄປຢ່າງ​ຄອນ​ຊີນ​ເລີລໂທນ​ສີ​ບົວຈະ​ຊ່ວຍ​ປົກ​ປິດ​ຮອຍ​ຄ້ຳ​ຮອບ​ດວງ​ຕາ​ໄດ້​ເປັນ​ຢ່າງ​ດີ ສ່ວນ​ຄອນ​ຊີນ​ເລີ​ໂທນ​ສີ​ເຫລືອງ​ສາມາດ​ໃຊ້​ໄດ້​ກັບ​ທຸກ​ໆສ່ວນ ແລະ​ຄອນ​ຊີນ​ເລີສີ​ຂຽວ​ຈະ​ຊ່ວຍ​ປົກ​ປິດ​ຮອຍ​ແດງ ​ແລະ ​ສິວ​ອັກ​ເສບ​ໄດ້​ດີ​
    6.ຈັດການ​ຕາ​ບວມ​ໄດ້​ ຖ້າ​ຕື່ນ​ເຊົ້າ​ມາ​ແລ້ວ​ຕາ​ບວມ​ແນ່ນອນ​ເຈົ້າ​ຄົງ​ບໍ່​ຢາກ​ອອກ​ໄປ​​ນອກ​ໃນ​ສະພາບ​ນັ້ນ​ເປັນ​ແນ່ ສະ​ນັ້ນ​ໃຫ້​ນຳ​ອາຍ​ຄີມໄຮ​ໄລ​ເຕີແລະຄອນ​ຊີນ​ເລີ​ມາ​ປະສົມ​ກັນ​ໄວ້​ເທິງ​ຫລັງ​ມືຈາກ​ນັ້ນ​ຄ່ອຍ​ໆແຕະ​ລົງ​ໄປ​ທີ່​ກ້ອງຕາແລະ​​ໂໜກ​ຄິ້ວ​ເພື່ອ​ເພີ່ມ​ຄວາມ​ສະຫວ່າງ​ແລະ​ປົກ​ປິດ​ອາການ​ບວມ​ໄດ້
    7.ຈັດ​ຮູບ​ຊົງ​ອາຍ​ໄລ​ເນີ​ໃຫ້​ແຫລມ ຖ້າ​ຢາກ​ໃຫ້​​ອາຍ​ໄລເນີເບິ່ງ​ແຫລມ​​ຂຶ້ນ​ຫລື​ອາຍ​ໄລ​ເນີມັກເປື້ອນເປືອກ​ຕາໃຫ້​ເຈົ້າ​ໃຊ້​ຄອນ​ຊີນ​ເລີ​ລົບ​ຮອຍ​ເຫລົ່າ​ນັ້ນ​ຫລື​ກໍ່ລົບເພີ່ອໃຫ້​ອາຍໄລເນີ​ເບິ່ງ​ແຫລມ​ຂຶ້ນ​ກໍ​ໄດ້

8.ເຮັດໃຫ້​ລິ​ບສະຕິກ​ໂດດ​ເດັ່ນ​ຂຶ້ນ ຖ້າ​ຢາກ​ໃຫ້​ສີ​ປາກ​ໂດດ​ເດັ່ນຫລື​ຢາກ​ໃຫ້​ຮູບ​ປາກ​ເບິ່ງ​ເດັ່ນກວ່າ​ເກົ່າ ໃຫ້​ເຈົ້າ​ແຕະ​ຄອນ​ຊີນ​ເລີ​ໄປ​ອ້ອມຮອບປາກ​ໃຫ້​ນຽນ​ຈະ​ຊ່ວຍ​ເຮັດໃຫ້​ປາກ​ເບິ່ງ​ເດັ່ນ​ໄດ້​ຮູບ​ຫລາຍ​ຂຶ້ນ

  1. ຄິ້ວ​ໂດດ​ເດັ່ນ​ຂຶ້ນ​ກວ່າ​ເ​ກົ່າ ນຳ​ຄອນ​ຊີນ​ເລີ​ສີ​ສະຫວ່າງ​ກວ່າ​ຜິວ​ມາ​ແຕ້ມ​ເທິງ​ແລະ​ກ້ອງ​ຫາງ​ຄິ້ວຈາກ​ນັ້ນ​ວິທີ​ນີ້​ຈະ​ຊ່ວຍ​ໃຫ້​ຄິ້ວ​ເບິ່ງ​ໂດດ​ເດັ່ນ​ຂຶ້ນ​ຢ່າງ​ບໍ່​ໜ້າ​ເຊື່ອ
    10.ຄອນ​ທົວ​ໜ້າ​ດ້ວຍ​ຄອນ​ຊີນ​ເລີແຈ້ງເຂັ້ມ ເລືອກ​ຄອນ​ຊີນ​ເລີ​ແບບ​​ສໍສີ​ແຈ້ງ​ກວ່າ​ແລະ​ເຂັ້ມ​ກວ່າ​ຜິວມາແຕ້ມ​ສ້າງ​ກອບ​ໜ້າ​ເພື່ອ​ໃຫ້​ໜ້າ​ເບິ່ງ​ເດັ່ນ​ຍິ່ງ​ຂຶ້ນໂດຍ​ໃຫ້​ໃຊ້​ຄອນ​ຊີນ​ເລີ​ສີ​ເຂັ້​ມແຕ້ມ​ກອບ​ຫນ້າທີ່​ໜ້າ​ຜາກ, ໂໜກ​ແກ້ມ ແລະ ​ຄາງສ່ວນ​ຄອນ​ຊີນ​ເລີ​ສີ​ສະຫວ່າງ​ໃຊ້​ແຕ້ມສູນກາງ​ໜ້າ​ຜາກ, ສັນ​ດັງກ້ອງ​ຕາ​ຈົນ​ເຖິງ​ແກ້ມ ແລະ ​ຄາງຈາກ​ນັ້ນ​

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...