Homeອຸບັດເຫດແລະປາກົດການຫຍໍ້ທໍ້ຕຳຫລວດເລັ່ງນຳຈັບ ຄູ່ກໍລະນີຕຳຄົນເສຍຊີວິດ ແລ້ວລົບໜີ!

ຕຳຫລວດເລັ່ງນຳຈັບ ຄູ່ກໍລະນີຕຳຄົນເສຍຊີວິດ ແລ້ວລົບໜີ!

Published on

accident

ເຈົ້າໜ້າທ​ີ່ຈະລາຈອນ​ໃຫ້​ຮູ້​ວ່າ: ໃນເວລາ 1 ໂມງເຊົ້າ ຂອງວັນທີ 18 ມັງກອນນີ້, ຢູ່ເສັ້ນທາງເລກທີ 13 ເໜືອ ເຂດບ້ານໜອງແຕ່ງ, ເມືອງສີໂຄດຕະບອງ ນະຄອນ ຫລວງວຽງຈັນ, ໄດ້ເກີດອຸປະຕິເຫດລົດໃຫຍ່ ຕຳທ້າຍລົດຈັກ ໝາຍເລກທະບຽນ ດກ 7108 ກຳແພງນະຄອນ ຂັບຂີ່ ໂດຍທ້າວ ແກ້ວ ອາຍຸ 26 ປີ ອາຊີບທະຫານ, ຢູ່ບ້ານວຽງຄຳ, ເມືອງສີໂຄດຕະບອງ ເຮັດໃຫ້ຜູ້ຊ້ອນທ້າຍຄື: ທ້າວ ສຸກ ອາຍຸ 31 ປີ, ອາຊີບທະຫານ ຢູ່ກອງພັນໃຫຍ່ 11 ເມືອງສີໂຄດ ຕະບອງ ເສຍຊີວິດຄາທີ່. ໃນເບື້ອງຕົ້ນເຈົ້າໜ້າທີ່ໃຫ້ ຮູ້ວ່າ: ລົດທັງສອງຄັນແລ່ນມາແຕ່ທາງສີເກີດເພື່ອມຸ້ງໜ້າໄປທາງ ໜອງແຕ່ງ ເມື່ອມາຮອດຈຸດເກີດເຫດລົດຈັກໄດ້ຊະລໍລົດ ເພື່ອ ຫລີກຂຸມ ແຕ່ລົດໃຫຍ່ທີ່ແລ່ນມາຕາມຫລັງໄດ້ໄປ ຕຳເອົາທ້າຍລົດຈັກເຮັດໃຫ້ຄົນຂັບລົດຈັກຟົ້ງໄປຝາກເບື້ອງກົງກັນຂ້າມ

ສ່ວນຄົນຊ້ອນທ້າຍ ແມ່ນຟົ້ງໄປທາງໜ້າລົດ ເຮັດໃຫ້ລົດ ໃຫຍ່ຄັນດັ່ງກ່າວ ຢຽບເອົາຫົວ ສົ່ງຜົນໃຫ້ເສຍຊີວິດແລ້ວ ລົດໃຫຍ່ ຄັນດັ່ງກ່າວຫລົບໜີ. ຊຶ່ງປັດຈຸບັນເຈົ້າ ໜ້າທີ່ກຳລັງເລັ່ງນຳຈັບຕົວຜູ້ກ່ຽວເພື່ອມາດຳເນີນຄະດີຕາມລະບຽບກົດໝາຍ.

ເຈົ້າໜ້າທ​ີ່ຈະລາຈອນ​ໃຫ້​ຮູ້​ຕື່ມວ່າ: ນັບແຕ່ ວັນທີ 12-18 ມັງກອນນີ້, ຢູ່ນະຄອນຫລວງວຽງຈັນ, ມີອຸ ປະຕິເຫດ ຕາມທ້ອງຖະໜົນເກີດຂຶ້ນ 31 ກໍລະນີ, ມີຜູ້ເສຍຊີວິດ 3 ຄົນ, ທຽບກັບອາທິດກ່ອນເຫັນວ່າຫລຸດລົງ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...