spot_img
Homeຄວາມງາມ5 ເທນທີ່​ຜູ້​ຍິງ​ບໍ່​ຄວນ​ພາດ​ໃນ​ປີ 2015

5 ເທນທີ່​ຜູ້​ຍິງ​ບໍ່​ຄວນ​ພາດ​ໃນ​ປີ 2015

Published on

9910_1
ເຂົ້າສູ່​ໄລຍະເວລາ​ແຫ່ງ​ການ​ເລີ່ມ​ຕົ້ນ​ໃໝ່​ໃນ​ປີ​ໃໝ່​ໆກັນ​ແລ້ວສຳລັບ​ປີ 2015 ນີ້​ສາວໆ ກຽມ​ຕົວ​ເປັນ​ສາວ​ອິນ​ເທຕົວ​ແມ່​ກັນໄດ້ແລ້ວ ບໍ່​ວ່າ​ຈະ​ປີ​ໃດ​ ສີ​ສັນ​ຂອງ​ແຟ​ຊັ່ນ​ກໍ​ບໍ່​ມີ​ມື້​ໝົດ​ກັນ​ເລີຍ​ແທ້ໆ ເພາະ​ຍິ່ງ​ເວລາ​ຜ່ານ​ໄປ​ດົນ​ເທົ່າໃດ​ກະ​ແສ​ແຟ​ຊັ່ນ​ກໍ​ບໍ່​ມີ​ມື້​ຕາຍແຖມ​ຍັງມີ​ເທນ​ໃໝ່​ໆມາ​ໃຫ້​​ສາວໆໄດ້​ນຳ​ເທນ​ກັນ​ຢູ່​ຕະຫລອດ​ເວລາ ໂດຍ​ສະເພາະ​ເທນແຟ​ຊັ່ນ​ໃນ​ປີ​ນີ້ ບອກ​ເລີຍ​ວ່າ​ຖ້າ​ເຈົ້າ​ຍັງ​ບໍ່​ມີ​ຈະ​ຖື​ວ່າ​ພາດ ​ຢ່າງ​ແຮງ

  1. ແຟ​ຊັ່ນ​ເສື້ອ​ຜ້າ​ຊຸດ​ລາຍ ເວົ້າ​ເລີຍ​ບໍ່​ມີ​ບໍ່​ໄດ້
    ແຮງ​ຕໍ່​ເນື່ອງ​ສຳລັບ​ເທນ​ແຟ​ຊັ່ນ​ເສື້ອ​ຜ້າ​ຊຸດ​ລາຍ​ເຂົ້າ​ກັນ​ຂອງ​ເຈົ້າ​ສາວໆ ທີ່​ເສື້ອ​​​ທາງເທີງແລະ​ລາຍທາງ​ລຸມ​ທີ່​ມີ​ລວດ​ລາຍ​ຄືກັນ​ ແຖມ​ຍັງມີ​ໃຫ້​ເລືອກ​ໃສ່​ຕັ້ງ​ຫລາຍ​ແບບ ບໍ່​ວ່າ​ຈະ​ເປັນ​ຊຸດ​ເສື້ອ​ຄູ່​ກັບ​ກະ​ໂປງ​ສັ້ນ​ ເສື້ອ​ກັບ​ໂສ້ງ ຫລື ​ຈະ​ເປັນ​ເສື້ອ​ແອວ​ຟູ​ຄູ່​ກັບ​ໂສ້ງ​ຂາ​ຍາວກໍ​ມີ​ໃຫ້​ສາວໆເລືອກ​ໃສ່​ກັນ​ໄດ້​ຢ່າງ​ຈຸ​ໃຈ ບອກ​ເລີຍ​ວ່າ​ກຽມ​ໄປຫາ​ຊື້​ມາ​ໃສ່​ກັນ​ໄດ້​ເລີຍເພາະ​ຖື​ເປັນ​ແຟ​ຊັ່ນ​ທີ່​ໜ້າ​ຮັກ​ ແລະ ​ກຳ​ລັງ​ອິນ​ເທນ​ຫລາຍ​
  2. ຊົງ​ຜົມ​ສັ້ນປ່ຽນ​ລຸກ​ໃຫ້​ງາມ​ເລີດ​ແບບ​ສາວ​ໝັ້ນ
    ປີ​ນີ້​ເວົ້າ​ເລີຍ​ວ່າ​ເທນ​ຜົມ​ສັ້ນ​ກຳ​ລັງ​ມາ​ແຮງ​ຫລາຍ​ໆ ເພາະ​ບໍ່​ວ່າ​ຈະ​ຫັນ​ໄປ​ທາງ​ໃດ​ກໍ​ຈະ​ເຫັນ​ໄດ້​ວ່າ​ສາວໆມັກ​ຈະ​ນິຍົມ​ຫັນ​ມາ​ຕັດ​ຜົມ​ສັ້ນ​ກັນ​ຫລາຍ​ຂຶ້ນບໍ່​ເວັ້ນ​ແມ່ນແຕ່​​ດາ​ລາ​ດັງ​ໆທັງ​ໃນ​ບ້ານເຮົາ​ແລະ​ຕ່າງ​ປະເທດ​ກໍ​ກຳ​ລັງ​ອິນ​ກະ​ແສ​ປ່ຽນ​ລຸກ​ມາ​ຕັດ​ຜົມ​ສັ້ນ​ກັນ​ເປັນ​ແຖວ
  3. ຄິ້ວ​ໜາສະ​ໄຕຊິນ​ຈັງ
    ເທນ​ຄິ້ວ​ໜາ​ນັ້ນຖ້າ​​ສາວໆໄດ້​ຕິດ​ຕາມ​ກະ​ແສ​ແຟ​ຊັນ​ມາ​ໂດຍ​ຕະຫລອດ​ກໍ​ຈະ​ຮູ້​ວ່າ​ເທນ​ການ​ແຕ່ງ​ໜ້າ​ໃຫ້​ຄິ້ວ​ໜາໆແບບ​ຊິນ​ຈັງ​ເລີ່ມ​ທີ່​ຈະ​ໄດ້ຮັບ​ຄວາມ​ນິຍົມ​ມາ​ຕັ້ງ​ແຕ່​ປີ​ທີ່​ຜ່ານມາ ແລະ ​ກໍ​ແນ່ນອນ​ວ່າ​ປີ​ນີ້​ກໍ​ຈະ​ຍັງ​ຄົງ​ຈະ​ໄດ້ຮັບ​ຄວາມ​ນິຍົມ​ອີກ​ເຊັ່ນ​ດຽວ​
  4. ລິ​ບສະຕິກ​ສີສັນ​​ສຸດ​ແຊ໋ບ
    ນາ​ທີ​ນີ້​ຄົງ​ຈະ​ບໍ່​ມີ​ເຄື່ອງ​ສຳ​ອາງ​ອັນ​ໃດ​ທີ່​ຈະ​ສ້າງ​ຄວາ​ມມ່ວນ​​ໃນ​ການ​ແຕ່ງ​ໜ້າ​ໃຫ້​ກັບ ສາວໆໄດ້​ເທົ່າ​ກັບ​ລິ​ບສະ​ຕິກ​ສີ​ແຊ່​ບໆອີກ​ແລ້ວເພາະ​ມັນ​ຈະ​ຊ່ວຍ​ປ່ຽນ​ໜ້າ​ຈືດໆ ຂອງ​ເຈົ້າ​ໃຫ້​ງາມ​​ໄດ້​ໃນ​ພິບ​ຕາແຖມ​ທຸກ​ມື້​ນີ້​ຍັງມີ​ລິ​ບສະ​ຕິກ​ສີ​ຈີ໊​ດໆອອກ​ມາ​ໃຫ້​ສາວໆໄດ້​ເລືອກ​ຊື້​ມາ​ໃຊ້​ກັນ​ແບບ​ບໍ່​ມີ​ມື້​ເບື່ອເອີ້ນ​ໄດ້​ວ່າ​ປ່ຽນ​ສີ​ຄົບ 7 ມື້​ໄດ້​ເລີຍ​ ບໍ່​ວ່າ​ຈະ​ເປັນ​ສີ​ແດງ, ສີ​ມ່ວງ, ສີ​ຂຽວ, ບົວ, ສີ​ສົ້ມ,ສີ​ຟ້າ ແລະ ​ອີກ​ສາລະພັດ​ສີ

5. ຮອງ​ພື້ນ​ໜາໆ ເທນ​ປີ​ນີ້​ຕ້ອງ​ໂຊໜ້າ​ງາມ​ແບບ​ມີ​ອໍ​ລ່າ
ຈາກ​ເທນ​ທີ່​ສາວໆນິຍົມ​ແຕ່ງ​ໜ້າ​ຈັດ​ເຕັມ ໃນ​ຄອນ​ເຊບ “ງາມ… ເລີດ… ແບບ​ບໍ່​ຕ້ອງ​ເຕີມ” ເທນ​ໂຊ​ຜິວ​ງາມ​ກະ​ຈ່າງ​ໃສ​ກຳ​ລັງ​ມາ​ສາວໆຫລາຍ​ຄົົນທີ່​ນິຍົມ​ແຕ່ງ​ໜ້າ​ຈັດ ແຕ່​ບໍ່​ຍອມ​ເບິ່ງແຍງ​ຜິວ​ໜ້າ​ໃຫ້​ງາມກະ​ຈ່າງ​ໃສແບບ​ມີ​ອໍ​ລ່າ​ຄົງ​ຈະ​ຕ້ອງ​ຫັນ​ມາ​ໃຫ້​ຄວາມ​ສົນ​ໃຈ​ຜະລິດຕະພັນ​ບຳ​ລຸງ​ຜິວ​ກັນ​ຫລາຍ​ຂຶ້ນ​ແລ້ວ​

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...