spot_img
Homeຄວາມງາມວິທີ​ປິດ​ໜ້າຜາກກວ້າງ ຈັດການ​ດ້ວຍໃຊ້​ອາຍ​ແຊ​ໂດ

ວິທີ​ປິດ​ໜ້າຜາກກວ້າງ ຈັດການ​ດ້ວຍໃຊ້​ອາຍ​ແຊ​ໂດ

Published on

9471

       ວິທີ​ປິດ​ຫົວ​ເຖີກຈັດການ​ຢ່າງໃດ​ບໍ່​ໃຫ້​ຫົວ​ເຖີກ​ ຫລື ​ໜ້າ​ຜາກ​ກວ້າງ​ມາ​ສ້າງ​ຄວາມ​ລຳ​ຄານ​ໃຈ​ໃຫ້​ເສຍ​ເຊວ ມື້​ນີ້​ລາວໂພສມີ​ມາ​ຝາກ​​ສາວໆເຮັດ​ງ່າຍ​ແລະ​ໄດ້​ຜົນເວົ້າ​ເລີຍ​ວ່າ​ສາວໆໜ້າຜາກກວ້າງ​ທັງ​ຫລາຍ​ຕ້ອງ​ລອງ
         ບັນຫາໜ້າຜາກກວ້າງຖື​ເປັນ​ບັນຫາ​ທີ່​ສ້າງ​ຄວາມ​ລຳ​ຄານ​ໃຈ​ໃຫ້​ສາວໆໄດ້​ບໍ່​ນ້ອຍ ເພາະ​ເຮັດໃຫ້​ຫລາຍໆຄົນ​ຂາດ​ຄວາມຫມັ້ນ​ໃຈ​ຢ່າງ​ຫລາຍ ຖ້າ​ເອົາ​ຜົມ​ມາ​ປົກ​ປິດ​ເພື່ອ​ພາງ​ຈຸດ​ດ້ອຍ​ບໍ່​ໃຫ້​ຄົນ​ອື່ນ​ເຫັນ ຫລື ​ຫາກ​ມື້​ໃດ​ນຶກ​ຢາກ​ຈະ​ເກົ້າ​ຜົມ​ຫລື​ມັດ​ຜົມ​ກໍ​ບໍ່​ມີ​ຄວາມຫມັ້ນ​ໃຈ​ເອົາ​ເລີຍ ແຖມ​ຈະ​ໄປ​ເຮັດ​ສັນລະຍະ​ກຳ​ກໍບໍ່ແມ່ນ​ເລື່ອງ ຕ້ອງ​ເຈັບ​ຕົວ​ແລ້ວ​ຍັງ​ຕ້ອງ​ເສຍ​ເງີນ​ອີກ​ຕ່າງ​ຫາກ ສຳລັບ​ສາວໆ ທີ່​ກຳ​ລັງ​ຄຽດ​ກັບ​ບັນຫາ​ນີ້ ລ່ວໂພສ​ມີ​ທາງ​ອອກ​ມາ​ໃຫ້​​ສາວໆຈັດການ​ ພຽງ​ແຄ່​ໃຊ້​ຕົວ​ຊ່ວຍ​ຢ່າງ​ອາຍ​ແຊ​ໂດວ໌​ພຽງ​ຢ່າງ​ດຽວ​ກໍ​ສາມາດຊ່ວຍໄດ້ແລ້ວ


​ອາຍ​ແຊ​ໂດ​ສີ​ນ້ຳ​ຕານ (ສີ​ອ່ອນ​ກວ່າ 1 ລະ​ດັບ)

2


ວິທີເຮັດ

3

          ເຮັດ​ໄດ້​ງ່າຍໆ ເລີຍພຽງ​ແຕ່ໃຊ້​ອາຍ​ແຊ​ໂດ​ດສໍ​ເນື້ອ​ນຸ່ມ​ສີ​ນ້ຳ​ຕານ​ເຂັ້ມ​ຂຽນ​ລົງ​ໄປ​ບໍລິເວນ​ຕີນ​ຜົມ​ໃນ​ສ່ວນ​ທີ່​ໜ້າຜາກກວ້າງໃຫ້​ໝົດ

 

4

          ຈາກ​ນັ້ນ​ໃຫ້​ໃຊ້​ແປງ​ແຕະ​ອາຍ​ແຊ​ໂດສີ​ນ້ຳ​ຕານ​ທີ່​ມີ​ສີ​ອ່ອນ​ກວ່າ 1 ລະ​ດັບ ມາ​ທາ​ທັບ​ໃນ​ສ່ວນ​ຂອງ​ອາຍ​ແຊ​ໂດ​ສໍ​ທີ່​ລົງ​ໄວ້​ໃນ​ຕອນ​ທຳອິດ

5

          ໃຊ້​ແປງ​​ສີ​ໃຫ້​ເຂົ້າ​ກັນ​ ແລະ​ ໄລ່​ລະ​ດັບ​ໃຫ້​ເບິ່ງ​ເປັນ​ທຳມະຊາດ ພຽງເທົ່າ​ນີ້​ກໍ​ສາມາດ​ປິດ​ໜ້າຜາກກວ້າງ​ໃຫ້​ລອດ​ພົ້ນ​ສາຍ​ຕາ​ໄປ​ໄດ້​ແລ້ວ​

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...