spot_img
Homeຂ່າວຕ່າງປະເທດກຳ​ປູ​ເຈຍ ພົບ​ສັດ​ເຄິ່ງ​ບົກ​ເຄິ່ງ​ນ້ຳ ສາຍ​ພັນ​ໃໝ່ ຄ້າຍ​ຂີ້​ກະ​ເດືອນ​ຍັກ!

ກຳ​ປູ​ເຈຍ ພົບ​ສັດ​ເຄິ່ງ​ບົກ​ເຄິ່ງ​ນ້ຳ ສາຍ​ພັນ​ໃໝ່ ຄ້າຍ​ຂີ້​ກະ​ເດືອນ​ຍັກ!

Published on

CAMBODIA-ENVIRONMENT-SPECIES-ANIMAL

ສັດ​ເຄິ່ງ​ບົກ​ເຄິ່ງ​ນ້ຳບໍ່​ມີ​ຂາ​ສາຍ​ພັນ​ໃໝ່ ຄ້າຍ​ຄື​ກັບ​ຂີ້​ກະ​ເດືອນ​ຍັກ ຫລື ງູ ໄດ້​ຖືກ​ພົບ​ໃນ​ພື້ນ​ທີ່​ຫ່າງ​ໄກ​ສອກ​ຫລີກ ໃນ​ເຂດ​ປ່າ​ດົງ​ຕຶບ​ໜາ​ຂອງ​ກຳ​ປູ​ເຈຍ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 16 ມັງ​ກອນ​ຜ່ານ​ມາ​ວ່າ ນັກ​ອະ​ນຸ​ລັກ​ທຳ​ມະ​ຊາດ​ໄດ້​ຄົ້ນ​ພົບ​ສິ່ງ​ທີ່​ມີ​ຊີ​ວິດ ສີ​ນ້ຳ​ຕານ​ເທົາ ໂດຍ​ມີ​ຊືື່​ທາງວິ​ທະ​ຍາ​ສາດ​ວ່າ Ichthyophis cardamomensis ຖືກ​ພົບ​ເຫັນ​ໃນ​ບໍ​ລິ​ເວນ​ສາຍ​ພູ​ຄາ​ດາ​ມອນ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະ​ເທດ​ກຳ​ປູ​ເຈຍ ເຊິ່ງ​ເປັນ​ພື້ນ​ທີ່​ສ່ຽງ​ຕໍ່​ການ​ສູນ​ເສຍ​ຖິ່ນ​ອາ​ໄສ ຕາມ​ການ​ລະ​ບຸ​ຂອງ​ອົງ​ການ​ອະ​ນຸ​ລັກ​ພືດ ແລະ ສັດປ່າລະ​ຫວ່າງ​ປະ​ເທດ (FFI).

FFI ໄດ້​ລະ​ບຸ​ວ່າ ສິ່ງ​ທີ່​ມີ​ຊີ​ວິດ​ສາຍ​ພັນ​ໃໝ່​ນີ້ ມັກ​ຈະ​ຖືກ​ເຂົ້​າ​ໃຈ​ຜິດ​ວ່າ​ເປັນ​ງູ ໂດຍ​ມັນ​ສາ​ມາດ​ເຕີບ​ໂຕ​ໄດ້​ຈົນ​ມີ​ຄວາມ​ຍາວ​ສູງ​ສຸດ​ເຖິງ 1.5 ແມັດ, ແນວ​ໃດ​ກໍ​ຕາມ ນັກ​ອະ​ນຸ​ລັກ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ ຕໍ່​ຄວາມ​ອຸ​ດົມ​ສົມ​ບູນ​ທາງ​ຊີ​ວະ​ນາໆ​ພັນ ໃນ​ເຂດ​ສາຍ​ພູ​ຄາ​ດາ​ມອນ ​ຈາກ​ການ​ຄຸກ​ຄາມ​ຂອງ​ການ​ລັກ​ລອບ​ຕັດ​ໄມ້​ທຳ​ລາຍ​ປ່າ ເຊິ່ງ​ອາດ​ເປັນ​ສາ​ເຫດ​ເຮັດ​ໃຫ້​ສິ່​ງ​ທີ່​ມີ​ຊີ​ວິດ​ສາຍ​ພັນ​ໃໝ່​ເຫລົ່າ​ນີ້​ ສູນ​ພັນ​ລົງ​ໄດ້​ໃນ​ອີກ​ບໍ່​ດົນ ພາຍ​ຫລັງ​ທີ່​ມີ​ການ​ຄົ້ນ​ພົບ.

 

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...