Homeຂ່າວພາຍ​ໃນລາວ-ຍີ່ປຸ່ນ ບັນລຸສັນຍາຂົນສົ່ງທາງອາກາດ

ລາວ-ຍີ່ປຸ່ນ ບັນລຸສັນຍາຂົນສົ່ງທາງອາກາດ

Published on

20150116131143

 

ປະເທດ​ຍີ່ປຸ່ນ​ກາຍເປັນ​ປະເທດທີ 27 ຂອງ ​ສປປ ລາວ ທີ່​ຈະ​ບິນລັດ​ໜ່ານ​ຟ້າ​ຂົນສົ່ງ​ສິນຄ້າ​ທາງອາກາດ​ຫາ​ກັນ​ໂດຍ​ກົງ ພາຍຫຼັງສັນຍາ​ສະບັບ​ນີ້​ທັງ​ສອງ​ປະເທດ ໄດ້​ບັນລຸ​ລ່ວງ​ກັນ​ແລ້ວ​ຈະ​ສົ່ງ​ຜົນດີ​ໃຫ້​ກັບ​ການ​ຄ້າ​ລະຫວ່າງ​ປະເທດ ​ໃນ​ຍຸກ​ຂອງ​ເຊື່ອມ​ໂຍງ​ປະຊາຄົມ​ເສດຖະກິດ​ອາ​ຊຽນ AEC.

ພິ​ທິ​ເຊັນ​ສັນຍາ​ຂົນສົ່ງ​ທາງອາກາດ 2 ຝ່າຍ​ໄດ້​ຈັດ​ຂຶ້ນ​ໃນວັນ​ທີ 16 ມັງກອນ 2015 ທີ່​ໂຮງແຮມ​ລາວ​ພລາ​ຊາ ນະຄອນຫຼວງ​ວຽງ​ຈັນ ​ສປປ ລາວ ຕາງໜ້າ​ໃຫ້​ລັດຖະບານ ​ສປປ ລາວ ເຊັນ​ສັນຍາ​ຄັ້ງ​ນີ້ ​ໂດຍ​ທ່ານ ​ດຣ. ບຸນ​ຈັນ ສິນ​ທະ​ວົງ ລັດຖະມົນຕີວ່າການ​ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ ແລະ ທ່ານ Hiroyuki Kishino ເອກ​ອັກ​ຄະລັດ​ຖະ​ທູດ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ປະເທດ​ຍີ່ປຸ່ນ ປະຈຳ ​ສປປ ລາວ ພ້ອມ​ດ້ວຍ​ຫົວໜ້າ​ກົມ ຮອງ​ກົມ ພ້ອມ​ດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ທ່ານ ຢາ​ກົວ ລໍ​ປາງ​ກາວ ຫົວໜ້າ​ກົມ​ຄຸ້ມ​ຄອງ​ການບິນ​ພົນລະ​ເຮືອນ ກ່າວ​ວ່າ: ການ​ເຊັນ​ສັນຍາ​ຂົນສົ່ງ​ທາງ​ອາກາດ 2 ຝ່າຍໃນ​ຄັ້ງ​ນີ້ ​ຈະ​ເປັນ​ຂີດ​ໝາຍ​ອັນ​ສຳຄັນ​ທີ່​ເປັນ​ພື້ນຖານ​ ໃນ​ການ​ລິ​ເລີ່ມການ​ຮ່ວມ​ມື​ອັນ​ເປັນ​ປະຫວັດສາດ​ ດ້ານ​ການບິນ​ພົນ​ລະ​ເຮືອນລະຫວ່າງ 2 ປະເທດ ພ້ອມ​ນີ້ ກໍ່ເປັນ​ການ​ອຳນວຍ​ຄວາມ​ສະດວກໃຫ້​ແກ່​ສາຍ​ການບິນ​ຂອງ 2 ປະເທດ ໃນ​ການບິນ​ໄປມາຫາສູ່ ແລະ ບິນ​ຜ່ານ​ນ່ານ​ຟ້າ​ເຊິ່ງ​ກັນ ແລະ ທີ່​ຈະ​ສາມາດ​ບິນ​ໄປ​ມາ​ຫາສູ່​ໄດ້​ຢ່າງ​ສະດວກ ພ້ອມ​ນີ້​ກໍ່​ເປັນການ​ສົ່ງເສີມ​ການ​ພັດທະນາ​ເສດຖະ​ກິດ-ສັງຄົມ ແລະ ສ້າງ​ລາຍຮັບ​ເຂົ້າ​ປະເທດ​ຊາດ ​ໃນ​ຫຼາຍ​ຂະແໜງ​ການ ກໍ່​ຄືຂະແໜງການຄ້າ ການ​ລົງທຶນ ແລະ ການ​ທ່ອງທ່ຽວ.

ການ​ເຊັນ​ສັນຍາ​ສະບັບ​ດັ່ງກ່າວ​ ເຮັດ​ໃຫ້​ຍີ່ປຸ່ນ​ກາຍເປັນ​ປະເທດ​ມີ 27 ທີ່ ​ສປປ ລາວ ໄດ້ຮ່ວມ​ສັນຍາ​ທາງ​ດ້ານ​ການ​ຂົນສົ່ງ​ທາງ​ອາກາດ ຄາດ​ວ່າ​ໃນ​ອະນາ​ຄົດ​ອັນ​ໃກ້ ກໍ່​ຄື ​ສປປ ລາວ ເຂົ້າ​ເປັນ​ສະມາຊິກ​ຂອງ AEC ຈະ​ມີ​ການ​ເຊັນ​ສັນຍາ​ກັບ​ອີກຫຼາຍ​ປະເທດ​ໃນ​ອາຊີ ແລະ ເອີ​ຣົບ​ຈະ​ເຮັດ​ໃຫ້​ມູນ​ຄ່າ​ຕົ້ນ​ທາງຂອງ​ສິນຄ້າ​ຫຼຸດ​ລົງ ​ທີ່​ຈະ​ສົ່ງ​ຜົນ​ດີໃຫ້​ກັບ​ຜູ້​ບໍລິໂພກ​ພາຍ​ໃນ​ຂອງສອງ​ຝ່າຍ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...