Homeຂ່າວພາຍ​ໃນທ່ານ ດຣ.ທອງລຸນ ສີສຸລິດ ໄດ້ຮັບ ການປະດັບ ຫລຽນໄຊແຮງງານ ຊັ້ນ 1 ຄົບຮອບ 15 ປີ ມ.ຊ

ທ່ານ ດຣ.ທອງລຸນ ສີສຸລິດ ໄດ້ຮັບ ການປະດັບ ຫລຽນໄຊແຮງງານ ຊັ້ນ 1 ຄົບຮອບ 15 ປີ ມ.ຊ

Published on

ທ່ານ ດຣ. ພັນຄຳ ວິພາວັນ ກຳມະການກົມການເມືອງ ສູນກາງພັກ, ລັດຖະມົນຕີວ່າການ ກະຊວງ ສຶກສາທິການ ແລະ ກີລາ (ສສກ) ຕາງໜ້າ ລັດຖະບານປະດັບຫລຽນ ໄຊແຮງງານຊັ້ນ I ໃຫ້ກັບ ທ່ານ ດຣ. ທອງລຸນ ສີສຸລິດ ກຳມະການ ກົມການ ເມືອງສູນກາງພັກ, ຮອງນາຍົກ ລັດຖະ ມົນຕີ, ລັດຖະມົນຕີວ່າການກະຊວງການ ຕ່າງປະເທດ, ທັງເປັນອະດີດ ປະທານສະພາ ມະຫາວິ ທະຍາໄລ ແຫ່ງຊາດ ແລະ ທ່ານ ສຈ.ດຣ ສົມກົດ ມັງໜໍ່ເມກ ອະດີດອະທິການ ບໍດີມະຫາວິທະຍາ ໄລ ແຫ່ງ ຊາດ ຄະນະບໍລິຫານງານສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆ ຊຽງຂວາງ ເຊິ່ງມີຜົນງານ ດີເດັ່ນ ໃນການ ປະກອບສ່ວນ ດ້ານສະຕິປັນຍາ ແລະ ເຫື່ອແຮງ ໃນການ ສ້າງສາ ພັດທະນາ ມະຫາ ວິທະຍາໄລແຫ່ງຊາດໃນໄລຍະ 15 ປີຜ່ານມາ.

noul2

ພິທີປະດັບຫລຽນດັ່ງກ່າວ ໄດ້ຈັດຂຶ້ນ ໃນຕອນ ເຊົ້າ ວັນທີ 6 ກຸມພາ 2013 ທີ່ຄະນະເສດ ຖະສາດ-ບໍລິຫານທຸລະກິດ ມະຫາວິທະ ຍາໄລ ແຫ່ງຊາດ ໂດຍໃຫ້ກຽດ ເຂົ້າຮ່ວມ ແລະ ປະດັບ ຫລຽນໄຊ ແຮງງານ ຊັ້ນ I ຂອງທ່ານ ດຣ. ພັນຄຳ ວິພາວັນ ກຳມະການ ກົມການ ເມືອງ ສູນກາງພັກ, ລັດຖະມົນຕີ ວ່າການ ກະຊວງ ສຶກສາທິການ ແລະ ກີລາ, ມີທ່ານ ສຈ.ດຣ ສຸກກົງ ແສງ ໄຊຍະເລີດ ອະທິການບໍດີ ມະຫາ ວິທະຍາໄລແຫ່ງຊາດ, ບັນດາຫົວໜ້າ ຫ້ອງ ການ ອ້ອມຂ້າງກະຊວງ, ຄູອາຈານ ແລະ ຕາງ ໜ້ານັກສຶກສາ ມ.ຊ ເຂົ້າຮ່ວມຢ່າງພ້ອມພຽງ.
ພາຍຫລັງ ສຳເລັດພິທີດັ່ງກ່າວແລ້ວ ບັນດາຄູ ອາຈານ, ພະນັກງານ ແລະ ນັກສຶກສາ ໃນ ມະຫາ ວິທະຍາໄລ ແຫ່ງ ຊາດ ຍັງໄດ້ຮັບຟັງການໂອ້ລົມ ກ່ຽວກັບຜົນສຳເລັດ ຂອງກອງ ປະຊຸມ ສຸດຍອດອາຊີ-ເອີຣົບ ຄັ້ງທີ 9 (ອາເຊັມ-9) ທີ່ສປປ ລາວ ເຮົາຮັບກຽດເປັນເຈົ້າພາບ ເພື່ອເຮັດ ໃຫ້ເຂົາເຈົ້າ ຮັບຮູ້ ເຖິງຜົນສຳເລັດດັ່ງກ່າວ ແລະ ຍັງເປັນການສຶກສາອົບຮົມ ໃຫ້ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບຜົນສຳເລັດໃນຄັ້ງນີ້ ແລະ ໃຫ້ສືບຕໍ່ເສີມ ຂະຫຍາຍ ມູນເຊື້ອ ອັນດີງາມນີ້ໄວ້ຕໍ່ໄປ ເຊິ່ງສະແດງໃຫ້ເຫັນ ເຖິງຄວາມເອົາໃຈໃສ່ ຂອງລັດ ຖະ ບານ ກໍຄືສູນກາງພັກ ທີ່ມີຄວາມ ເປັນຫ່ວງ ເປັນໃຍຄູ-ອາຈານພາຍໃນມະຫາວິທະຍາໄລແຫ່ງຊາດ
n

ທີ່ມາ http://laosports.com/?p=3284

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...