Homeຂ່າວຕ່າງປະເທດດ່ວນ! ມີເຫດບຸກຈັບໂຕປະກັນທີ່ ຊານເມືອງປາຣີ

ດ່ວນ! ມີເຫດບຸກຈັບໂຕປະກັນທີ່ ຊານເມືອງປາຣີ

Published on

EyWwB5WU57MYnKOuFNAkw4wFd07lbwqCl95C9N5P3y93k794cZGBxO
ປະເທດຝຣັ່ງຍັງວຸ່ນວາຍບໍ່ເວັ້ນ ຫຼ້າສຸດສື່ທ້ອງຖິ່ນລາຍງານວ່າ ໄດ້ມີຄົນຮ້າຍບຸກຈັບໂຕປະກັນ ທີ່ສຳນັກງານໄປສະນີເມືອງໂຄລອມບີ ຊານນະຄອນຫຼວງປາລີ ຄາດວ່າມີໂຕປະກັນ 3-5 ຄົນ
ສື່ທ້ອງຖິ່ນຂອງຝຣັ່ງ ລາຍງານຂ່າວດ່ວນເຂົ້າມາເມື່ອບໍ່ດົນມານີ້ ວ່າເມື່ອກີ້ນີ້ຫາກໍເກີດເຫດຄົນຮ້າຍ ບຸກຈັບໂຕປະກັນ 3 ຄົນ ທີ່ສຳນັກງານໄປສະນີໃນເມືອງ ໂຄລອມບີ ຊານນະຄອນປາລີ ໄປທາງຕາເວັນຕົກສ່ຽງເໜືອ.
ສະຖານີວິທະຍຸອາທີແອລ ຂອງຝຣັ່ງ ລາຍງານວ່າ ຄົນຮ້າຍໄດ້ໃຊ້ອາວຸດປືນຄາລາຊນິຄອບ ສ່ວນບາງສື່ລາຍງານວ່າໂຕປະກັນມີປະມານ 3-5 ຄົນ
ໃນຂະນະທີ່ ສະຖານີ້ໂທລະພາບ BFM ລາຍງານວ່າ ມີສອງຄົນທີ່ຖືກຈັບເປັນໂຕປະກັນ ແລະວ່າ ເຫດການທີ່ເກີດຂຶ້ນ ບໍ່ກ່ຽວຂ້ອງກັບການກໍ່ການຮ້າຍ.

NjpUs24nCQKx5e1DGz2yOZ73vawMiKZ9Ux05LtPFILV

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...