spot_img
Homeຂ່າວຕ່າງປະເທດກຸ່ມ​ໂອ​ເປັກ​ຄາດ ລາ​ຄາ​ນ້ຳ​ມັນ​ຈະ​ຫລຸດ​ລົງ ຕະ​ຫລອດ​ປີ 2015 ນີ້

ກຸ່ມ​ໂອ​ເປັກ​ຄາດ ລາ​ຄາ​ນ້ຳ​ມັນ​ຈະ​ຫລຸດ​ລົງ ຕະ​ຫລອດ​ປີ 2015 ນີ້

Published on

558000000585601

ອົງ​ການ​ປະ​ເທດ​ຜູ້​ສົ່ງ​ອອກ​ນ້ຳ​ມັນ​ເປັນ​ສິນ​ຄ້າ (ໂອ​ເປັກ) ຄາດ​ວ່າ​ຕະ​ຫລາດ​ພະ​ລັງ​ງານ ຈະ​ປະ​ເຊີນ​ພາ​ວະ​ອຸ​ປະ​ທານ​ລົ້ນ​ເກີນ​ຄວາມ​ຕ້ອງ​ການ ຕະ​ຫລອດ​ປີ 2015 ເຖິງ​ແມ່ນ​ອຸ​ປະ​ສົງ​ໂລກ​ຈະ​ເພີ່ມ​ຂຶ້ນ​ເລັກ​ໜ້ອຍ​.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 16 ມັງ​ກອນ​ນີ້​ວ່າ ບົດ​ລາຍ​ງານ​ປະ​ຈຳ​ເດືອນ ທີ່​ຖືກ​ເຜີຍ​ແຜ່​ທີ່​ນະ​ຄອນ​ຫລວງວຽນ​ນາ ປະ​ເທດ​ໂອ​ຕ​ຣິດ ໃນ​ມື້​ວັນ​ພະ​ຫັດ​ທີ 15 ມັງ​ກອນ​ຜ່ານ​ມາ​ນີ້​ໄດ້​ລະ​ບຸ​ວ່າ ກຸ່ມ​ໂອ​ເປັກຕີ​ລາ​ຄາ​ສະ​ພາບ​ລາ​ຄາ​ນ້ຳ​ມັນ​ໃນ​ຕອນ​ນີ້ ແມ່ນ​ໃກ້​ເຖິງ​ລະ​ດັບ​ຕ່ຳ​ສຸດ​ໃນ​ຮອບ 6 ປີ ຈະ​ຍັງ​ຄົງ​ປັບ​ຫລຸດ​ລົງ​ໄປ​ອີກ​ໃນ​ປີ​ນີ້ ຂະ​ນະ​ທີ່​ຕະ​ຫລາດ​ຈະ​ຍັງ​ຢູ່​ໃນ​ພາ​ວະ​ຖົດ​ຖອຍ​ຕໍ່​ໄປ​ອີກ​ດົນ ທ່າມ​ກາງ​ອຸ​ປະ​ທານ​ທີ່​ລົ້ນ​ຕະ​ຫລາດ​ຢູ່ ຢ່າງ​ໜ້ອຍ 1 ລ້ານ​ບາ​ເຣນ​ຕໍ່​ມື້.

ກຸ່ມ​ໂອ​ເປັກ​ ເຊິ່ງ​ມີ​ສະ​ມາ​ຊິກ 12 ຊາດ ແລະ ຜະ​ລິດ​ນ້ຳ​ມັນ​ດິບ​ປ້ອນ​ຕະ​ຫລາດ​ໂລກ​ເຖິງ 1 ໃນ 3 ບອກ​ຕໍ່​ວ່າ ອຸ​ປະ​ສົງ​ທີ່​ເພີ່ມ​ຂຶ້ນ​ເລັກ​ໜ້ອຍ​ໃນ​ປີ 2015 ສ່ວນ​ໃຫຍ່​ຈະ​ມາ​ຈາກ​ ການ​ຟື້ນ​ຕົວ​ທາງ​ກິດ​ຈະ​ກຳ​ຂອງ​ເສດ​ຖະ​ກິດ ​ໃນ​ບັນ​ດາ​ປະ​ເທດ​ແຖບ​ອາ​ເມ​ຣິ​ກາ​ເໜືອ ແລະ ປະ​ເທດ​ອື່ນໆ​ໃນ​ອາ​ຊີ ຍົກ​ເວັ້ນ​ຈີນ ແລະ ຍີ່​ປຸ່ນ.

 

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...